ແຂວງຊຽງຂວາງຈັດງານສັບປະດາແຫ່ງຊາດດ້ານຄວາມປອດໄພທາງຫຼວງ
ວັນທີ 9 ເມສາ 2025 ແຂວງຊຽງຂວາງ ໄດ້ຈັດງານສັບປະດາແຫ່ງຊາດດ້ານຄວາມປອດໄພທາງຫຼວງຂຶ້ນຢູ່ທີ່ຫ້ອງປະຊຸມຂອງພະແນກໂຍທາທິການ ແລະ ຂົນສົ່ງແຂວງຊຽງຂວາງ ໂດຍການເປັນປະທານຂອງທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ ປະທານຄະນະກໍາມະການດ້ານຄວາມປອດໄພທາງຫຼວງຂັ້ນແຂວງ, ທ່ານ ຫົງຄໍາ ພິມມະສານ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ມີບັນດາຫົວໜ້າພະແນກການ, ອົງການຈັດຕັ້ງ, ກໍາລັງປ້ອງກັນຊາດ, ກໍາລັງປ້ອງກັນຄວາມສະຫງົບ, ໂຮງຮຽນ, ໂຮງໝໍ, ລັດວິສາຫະກິດອ້ອມຂ້າງແຂວງເຂົ້າຮ່ວມ.
ໃນພິທີ ທ່ານ ສົມທອງ ຜະລີຈັນ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ແລະ ແຈ້ງການຂອງກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 200/ຍທຂ, ລົງວັນທີ 28 ມີນາ 2025; ຈາກນັ້ນ, ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ ປະທານຈັດງານ ໄດ້ມີຄໍາເຫັນ ແລະ ກ່າວເປີດພິທີຢ່າງເປັນທາງການ ພາຍໃຕ້ຫົວຂໍ້: ຖະໜົນເພື່ອຊີວິດ, ຂັບລົດຊ້າ, ຊີ ວິດຍືນຍາວ. ເຊິ່ງທ່ານໄດ້ຍົກໃຫ້ເຫັນສະພາບການສັນຈອນ ແລະ ຄວາມເສຍຫາຍຈາກອຸປະຕິເຫດຕາມທ້ອງຖະໜົນ ແມ່ນເກີດຂຶ້ນຢ່າງຫຼວງຫຼາຍ, ອົງການສະ ຫະປະຊາຊາດໄດ້ກໍານົດມາດຕະການ ແລະ ວິທີການແກ້ໄຂ ໂດຍປະກອບມີ 5 ເສົ້າຄໍ້າຄື: ໂຄງລ່າງຄົມມະນາຄົມ-ຂົນສົ່ງປອດໄພ; ພາຫະນະປອດໄພ; ຄົນໃຊ້ລົດໃຊ້ທາງຫຼວງປອດໄພ; ການຄຸ້ມຄອງຄວາມປອດໄພທາງຫຼວງ ແລະ ການຊ່ວຍເຫຼືອຫຼັງເກີດອຸປະຕິເຫດ. ເພື່ອເປັນການໂຄສະນາເຜີຍແຜ່ ແລະ ປູກຈິດສໍານຶກໃນການປະຕິບັດກົດລະບຽບການສັນຈອນທາງບົກ, ສາເຫດທີ່ເຮັດໃຫ້ເກີດອຸປະຕິເຫດສ່ວນຫຼາຍແມ່ນການລະເມີດກົດຈາລະຈອນ, ການດື່ມສິ່ງມຶນເມົາແລ້ວຂັບຂີ່ພາຫະ ນະ ເຮັດໃຫ້ເກີດອຸປະຕິເຫດ ແລະ ຜົນເສຍຫາຍຈາກການເກີດອຸປະຕິເຫດເປັນຈໍານວນຫຼາຍ ເພື່ອເປັນການປຸກລະດົມໃຫ້ປວງຊົນລາວຊ່ວຍກັນເປັນເຈົ້າການໃນການຄຸ້ມຄອງທາງຫຼວງ ແລະ ຜູ້ທີ່ໃຊ້ລົດໃຊ້ຖະໜົນຈົ່ງພ້ອມກັນປະຕິບັດຕາມກົດຈາລະຈອນຢ່າງເຂັ້ມງວດ.
ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ສ້າງຂະບວນການຂັບຂີ່ລົດຈັກໃສ່ໝວກກັນກະທົບ ເຊິ່ງເລີ່ມແຕ່ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ອ້ອມຕົວເມືອງເທດສະບານໂພນສະຫວັນ ແລະ ຈັດກິດຈະກໍາ ຖາມ-ຕອບ ຄໍາຖາມກ່ຽວກັບກົດລະບຽບການສັນຈອນຕາມທາງຫຼວງ ພ້ອມທັງມອບລາງວັນໃຫ້ຜູ້ທີ່ຕອບຄໍາຖາມອີກດ້ວຍ.
ໂດຍ: ສີຍອງ ພອນທະຈັນ