ແຂວງຊຽງຂວາງຈັດກອງປະຊຸມສໍາມະນາຄວາມຮູ້ພື້ນຖານການຫັນເປັນດິຈິຕອນ

ແຂວງຊຽງຂວາງຈັດກອງປະຊຸມສໍາມະນາຄວາມຮູ້ພື້ນຖານການຫັນເປັນດິຈິຕອນ

      ວັນທີ 12-13 ພະຈິກ 2025 ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງຊຽງຂວາງໄດ້ຈັດກອງປະຊຸມສໍາມະນາຄວາມຮູ້ພື້ນຖານການຫັນເປັນດິຈິຕອນ ແລະ ກອງປະຊຸມເຜີຍແຜ່ດຳລັດວ່າດ້ວຍກອງທືນພັດທະນາໂທລະຄົມ ແລະ ການຫັນເປັນດິຈິຕອນ ໂດຍເປັນທານຮ່ວມຂອງ ທ່ານ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຊຽງຂວາງ ແລະ ມີບັນດາຄະນະພັກ ແລະ ພະນັກງານວິຊາການຈາກ ພະແນກການ, ກົມກອງ, ເມືອງ, ຫ້ອງການ, ອົງການທຽບເທົ່າ, ໂຮງຮຽນ, ສະຖາບັນການສຶກສາ, ລັດວິສາຫະກິດຢູ່ແຂວງຊຽງຂວາງເຂົ້າຮ່ວມຈໍ່ານວນ 85 ຄົນ ຍິງ 24 ຄົນ.

    ໃນກອງປະຊຸມທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງໄດ້ລາຍງານຫຍໍ້ແຜນພັດທະນາເສດຖະກິດສັງຄົມຂອງແຂວງຕໍ່ກອງປະຊຸມ ແລະ ຍັງໄດ້ຮັບຟັງການປະກອບຄໍາເຫັນຂອງທ່ານ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນ ແລະ ການສື່ສານ ທ່ານໄດ້ເນັ້ນ 3 ບັນຫາຄື: 1. ການພັດທະນາເຕັກໂນໂລຊີ ແລະ ການສື່ສານປັດຈຸບັນຢູ່ໃນໂລກ. 2. ການຫັນເປັນດິຈິຕອນຂອງ ສປປ ລາວ. 3. ຄວາມສຳຄັນຂອງການຫັນເປັນດິຈິຕອນຂອງ ແຂວງຊຽງຂວາງຕໍ່ການພັດທະນາເສດຖະກິດສັງຄົມ. ໃນນີ້ການພັດທະນາເຕັກໂນໂລຊີຢູ່ໃນໂລກແມ່ນມີການພັດທະນາທີ່ມີຄວາມເປັນທັນສະໄໝ, ມີຫຼາຍທາງເລືອກດ້ານອື່ນກໍ່ມີການພັດທະນາ. ໃນການປະຕິວັດອຸດສາຫະກຳຄັ້ງທີ່ 4 ມັນເປັນການພັດທະນາເຕັກໂນໂລຊີດິຈິຕອນທີ່ໄວກ້າວໄປເຖິງການພັດທະນາ ແລະ  ການນຳໃຊ້ປັນຍາປະດິດເຊິ່ງໄດ້ມີການພັດທະນາຂື້ນຢ່າງໄວ. ຍ້ອນເຫັນໄດ້ເຖິງຄວາມສຳຄັນ ກົມການເມືອງສູນກາງພັກ ເລຂາທິການໃຫຍ່  ປະທານປະເທດໄດ້ອອກລັດຖະດຳລັດແຕ່ງຕັ້ງຄະນະຫັນເປັນດີຈີຕອນລະດັບຊາດຂື້ນ ແລະ ໃຫ້ແຕ່ລະແຂວງໄດ້ແຕ່ງຕັ້ງຄະນະຮັບຜິດຊອບການຫັນເປັນດິຈິຕອນ. ໃນນັ້ນແຂວງຊຽງຂວາງກໍ່ໄດ້ແຕ່ງຕັ້ງຄະນະຮັບຜິດຊອບການຫັນເປັນດິຈິຕອນຂື້ນໃນວັນທີ 31 ກໍລະກົດ 2024.

ໃນກອງປະຊຸມຄະນະຮັບຜິດຊອບສຳມະນາຈາກກະຊວງເຕັກໂນ ແລະ ການສື່ສານຍັງໄດ້ເຜີຍແຜ່ດຳລັດວ່າດ້ວຍກອງທືນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ, ແນະນຳການຄຸ້ມຄອງການເງິນຂອງກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ ແລະ ການຄຸ້ມຄອງໂຄງການກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ ແລະ ໄດ້ຈັດສຳມະນາຫົວຂໍ້ທີ່ນຳມາສຳມະນາຄື: ການປະຕິວັດອຸດສາຫະກຳ 4.0, ຄວາມຮູ້ພື້ນຖານການບໍລິຫານລັດດິຈິຕອນ, ເຕັກໂນໂລຊີ ແລະ ນະວັດຕະກຳ, ຄວາມປອດໄພໄຊເບີ, ອິນເຕີເນັດ ແລະ ສື່ສັງຄົມອອນລາຍ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ, ເຕັກໂນໂລຊີດິຈິຕອນອັດສະລິຍະ, ຖານຂໍ້ມູນ ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ, ເສດຖະກິດດິຈິຕອນ ແລະ ທຸລະກຳຊັບສິນດິຈິຕອນ, ສັງຄົມດິຈິຕອນ ແລະ ຍຸດທະສາດການຫັນເປັນດິຈິຕອນຂອງ ສປປ ລາວ. ບັນຍາກາດສຳມະນາແມ່ນດີສົມຄວນ ມີນັກສຳມະນາກອນຫຼາຍທ່ານໄດ້ຍົກຫຼາຍບັນຫາຂື້ນ ແລກປ່ຽນຄຳຄິດຄຳເຫັນກັບຄະນະຮັບຜິດຊອບ ເຮັດໃຫ້ມີຄວາມຮັບຮູ້ເຂົ້າໃຈຕໍ່ວຽກງານດັ່ງກ່າວຫຼາຍຂື້ນ.

ຂຽນໂດຍ: ບົວສີ ພັນທະສອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa