ອອກແຮງງານຂໍ່ານັບຮັບຕ້ອນວັນສ້າງຕັ້ງກໍາມະບານລາວ
ຕອນເຊົ້າວັນທີ 31 ມັງກອນ 2025 ສະຫະພັນກໍາມະບານແຂວງຊຽງຂວາງໄດ້ຈັດຕັ້ງຂະບວນການອອກແຮງງານລວມ, ເຮັດອານາໄມຕາມສາຍທາງພາຍໃນເທດສະບານໂພນສະຫວັນ, ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກໍາມະບານລາວ ຄົບຮອບ 69 ປີ ( 1 ກຸມພາ 1956-1 ກຸມພາ 2025 ), ກອງປະຊຸມໃຫຍ່ຄັ້ັງທີ IX ຂອງອົງຄະນະພັກແຂວງ ແລະ ກອງປະຊຸມໃຫຍ່ຄັ້ງທີ VIII ຂອງສະຫະພັນກໍາມະບານແຂວງທີ່ຈະມາເຖິງໃນມໍ່ໆນີ້. ນໍາພາໂດຍ ທ່ານ ທອງສາ ເທບມີນາ ຮອງປະທານສະຫະພັນກໍາມະບານ ແຂວງ ພ້ອມດ້ວຍ ຄະນະບໍລິຫານງານສະຫະພັນກໍາມະບານແຂວງ, ສະຫະພັນກໍາມະບານພະແນກການ, ກໍາມະບານຮາກຖານອ້ອມຂ້າງແຂວງ, ກໍາລັງ ປກສ, ປກຊ ຈັດຕັ້ງອອກແຮງງານລວມເກັບຂີ້ເຫຍື້ອຕາມເສັ້ນທາງແບ່ງເປັນ 2 ຈຸດຄື: ຈຸດທີ 1 ຢູ່ຕໍ່ໜ້າ ອານຸສາວະລີທ່ານ ພູມີ ວົງວິຈິດ ໄປຕາມເສັ້ນທາງໂຮງຮຽນມັດທະຍົມໂພນສະຫວັນຮອດ 4 ແຍກໄຟອໍານາດ ໂຮງໝໍມິດຕະພາບລາວ-ຫວຽດນາມລ້ຽວຊ້າຍຕາມເສັ້ນທາງໂຮງຮຽນພອນສະຫວັນກັບຄືນຈຸດອານຸສາວະລີ ທ່ານພູມີ ວົງວິຈິດ, ຈຸດທີ 2 ເລີ່ມຈາກຕໍ່ໜ້າໂຮງໝໍມິດຕະພາບລາວ-ຫວຽດນາມໄປຕາມເສັ້ນທາງກອງບັນຊາການທະຫານແຂວງຮອດ 4 ແຍກໄຟອໍານາດບ້ານໂພນຄໍາລຽ້ວຊ້າຍຂື້ນມາທາງຫຼັງບ້ານໂພນຄໍາ. ການເກັບຂີ້ເຫຍື້ອອານາໄມຕາມເສັ້ນທາງໃຫ້ມີຄວາມສະອາດງາມຕາ, ເປັນການສະເຫຼີມສະຫຼອງການເຕີບໃຫຍ່ຂະຫາຍຕົວຂອງອົງການຈັດຕັ້ງກໍາມະບານລາວຢ່າງເປັນຂະບວນຟົດຟື້ນ.
ຂຽນໂດຍ: ບົວສີ ພັນທະສອນ