ສ້າງຂະບວນການອອກແຮງງານລວມ

ສ້າງຂະບວນການອອກແຮງງານລວມ

 

ໃນຕອນເຊົ້າຂອງວັນທີ 21 ພຶດສະພາ 2024 ຄະນະໂຄສະນາອົບຮົມແຂວງ ໄດ້ສ້າງຂະບວນການອອກແຮງງານລວມຕາມສະ ຖານທີ່ຈຸດໜ້າຫ້ອງວ່າການແຂວງ ແລະ ຂອບເຂດບໍລິເວນຫ້ອງການຂອງຕົນ ນໍາພາໂດຍ ທ່ານ ນາງ ພວງພະຈັນ ມູນທະວົງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍພະນັກງານຄະນະໂຄສະນາອົບຮົມເຂົ້າຮ່ວມ; ໃນການອອກແຮງ ງານໃນຄັ້ງນີ້ ແມ່ນໄດ້ອະນາໄມເກັບຂີ້ເຫຍື້ອ, ຕັດຫຍ້າ ແລະ ປັດກວດຕາມຝຸດບາດທາງຍ່າງແຄມທາງໃຫ້ເປັນລະບຽບຮຽບຮ້ອຍ, ສະອາດງາມຕາ. ຈຸດປະສົງກໍເພື່ອຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງພັກ, ຂອງຊາດ ໂດຍສະເພາະແມ່ນການສ້າງຂະບວນການຂໍ່ານັບຮັບຕ້ອນການດໍາເນີນກອງປະຊຸມ 3 ຂັ້ນຂອງພັກ ແລະ ກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງຊຽງຂວາງ ທີ່ຈະມາ ຮອດໃນຕໍ່ໜ້ານີ້ ໃຫ້ເປັນຂະບວນຟົດຟື້ນ ແລະ ກວ້າຂວາງ.

 

 ໂດຍ: ສີຍອງ ພອນທະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa