ສ່ອງແສງລາຍງານຫາງສຽງສັງຄົມປະຈໍາເດືອນ 9 ປີ 2025

ສ່ອງແສງລາຍງານຫາງສຽງສັງຄົມປະຈໍາເດືອນ 9 ປີ 2025  

      ວັນທີ 15 ກັນຍາ 2025 ຄະນະເກັບກໍາຫາງສຽງສັງຄົມແຂວງຊຽງຂວາງ ໄດ້ເປີດກອງປະຊຸມສ່ອງແສງລາຍງານສະພາບແນວຄິດ-ຫາງສຽງສັງຄົມ ປະຈໍາເດືອນ ກັນຍາ 2025 ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ພວງພະຈັນ ມູນທະວົງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຫົວໜ້າຄະນະໂຄສະນາອົບຮົມເມືອງແປກ, ມີຄະນະກຳມະການເກັບກໍາຫາງສຽງສັງຄົມຂັ້ນແຂວງ ແລະ ພະນັກງານຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 24 ທ່ານ; ຍິງ 7 ທ່ານ.

ໃນກອງປະຊຸມ ທ່ານ ກິ່ງແກ້ວ ແສງມະນີວົງ ຫົວໜ້າຂະແໜງສັງລວມ ແລະ ຂໍ້ມູນຂ່າວສານ, ຄະນະໂຄສະນາອົບຮົມແຂວງ, ໄດ້ຂຶ້ນຜ່ານບົດລາຍງານສະພາບແນວຄິດ-ຫາງສຽງສັງຄົມປະຈໍາເດືອນກັນຍາ 2025 ທ່ານໄດ້ຍົກໃຫ້ເຫັນດ້ານດີທີ່ສ່ອງແສງເຖິງບົດບາດການຊີ້ນໍາ-ນໍາພາຂອງຄະນະພັກ, ຄະນະນໍາທຸກຂັ້ນໄດ້ສຸມໃສ່ເຮັດວຽກງານໂຄສະນາ​ສຶກສາ​ອົບຮົມ​ການ​ເມືອງ-​ແນວ​ຄິດ ໃຫ້ພະ​ນັກ​ງານ-ລັດ​ຖະ​ກອນ ແລະ ປະຊາຊົນບັນດາເຜົ່າຢ່າງຕໍ່ເນື່ອງ, ພ້ອມທັງໄດ້ນໍາພາຈັດຕັ້ງເຜີຍແຜ່ເຊື່ອມຊຶມຜັນຂະຫຍາຍມະຕິ,​ ຄໍາສັ່ງ, ແຈ້ງການ ແລະ ນິຕິກໍາຕ່າງໆ ຂອງພັກ-ລັດໄດ້ມີຜົນສໍາເລັດຫຼາຍດ້ານ, ເປັນຕົ້ນແມ່ນການເຜີຍແຜ່ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງຊຽງຂວາງ;  ຄຽງຄູ່ກັບດ້ານດີນັ້ນ ກໍຍັງມີປະກົດການຫຍໍ້ທໍ້ຢູ່ໃນສັງຄົມທີ່ຈະຕ້ອງເອົາໃຈໃສ່ສືບຕໍ່ແກ້ໄຂ ໂດຍສະເພາະແມ່ນການສ້ອມແປງທາງ, ການຂຸດຄົ້ນແຮ່ທາດຢູ່ແຫ່ງຕ່າງໆ, ການປົກປັກຮັກສາສິ່ງແວດລ້ອມ ແລະ ການຖືເບົາຕໍ່ການປະຕິບັດກົດໝາຍຕ່າງໆ ທີ່ພາໃຫ້ເກີດມີປະກົດການຫຍໍ້ທໍ້ຢູ່ໃນສັງຄົມ ຈາກນັ້ນ, ບັນດາທ່ານຄະນະກຳມະການເກັບກຳຫາງສຽງສັງຄົມ ຍັງໄດ້ປະກອບຄໍາຄິດເຫັນຕໍ່ຫາງສຽງສັງຄົມທີ່ເປັນດ້ານຫຍໍ້ທໍ້ ແລະ ໄດ້ຄົ້ນຄວ້າ, ວິເຄາະ, ວິໃຈ ເພື່ອຊອກຫາວິທີແກ້ໄຂ, ໃຫ້ສອດຄ່ອງກັບລະບຽບກົດໝາຍ.

ໃນຕອນທ້າຍ ປະທານກອງປະຊຸມ ໄດ້ມີຄໍາເຫັນຊີ້ນໍາຕໍ່ກອງປະຊຸມ ທ່ານໄດ້ຮຽກຮ້ອງມາຍັງບັນດາທ່ານຄະນະເກັບກໍາຫາງສຽງສັງຄົມຂັ້ນແຂວງ ແລະ ເມືອງ, ໃຫ້ສືບຕໍ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຕາມແນວທາງຂອງພັກ, ໃຫ້ຄະນະພັກທຸກຂັ້ນຖືເອົາວຽກງານການແກ້ໄຂຫາງສຽງທີ່ເກີດຂຶ້ນ, ຖືເອົາການຕິດຕາມເກັບກໍາຫາງສຽງຄົມເປັນວຽກງານທີ່ສໍາຄັນຂອງພັກ ແລະ ນໍາເອົາຄໍາສະເໜີທີ່ກອງປະຊຸມຕັ້ງຂຶ້ນໄປສືບຕໍ່ແກ້ໄຂໃຫ້ສໍາເລັດໂດຍໄວ.

ໂດຍ: ສີຍອງ ພອນທະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa