ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 69 ປີ

ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 69 ປີ

ວັນທີ 19 ກໍລະກົດ 2024 ສະຫະພັນແມ່ຍິງແຂວງໄດ້ຈັດຕັ້ງປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ ຂື້ນຢູ່ທີ່ສະໂມສອນໃຫຍ່ຫ້ອງວ່າການປົກຄອງແຂວງ ເປັນປະທານໂດຍ ທ່ານ ນາງ ບົວສີ ນາຖາວົງ ຄະນະປະຈໍາພັກແຂວງ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ປະທານແນວລາວສ້າງຊາດແຂວງ, ເຂົ້າຮ່ວມມີ ທ່ານ ນາງ ຈັນທະສອນ ພູນສຸກ ກໍາມະການພັກແຂວງ ຄະນະບໍລິຫານງານສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງແຂວງ, ມີພະນັກງານບໍານານສະຫະພັນແມ່ຍິງແຂວງ, ຄອບຄົວການນໍາ, ຄະນະພັກພະແນກການ, ນັກທຸລະກິດຍິງ ແລະ ເອື້ອຍນ້ອງແມ່ຍິງຈາກພະແນກການ, ກົມກອງ, ລັດວິສາຫະກິດອ້ອມຂ້າງແຂວງເຂົ້າຮ່ວມ 337 ທ່ານ.

ໃນພິທີທ່ານ ນາງຈັນທະສອນ ພູນສຸກ ກໍາມະການພັກແຂວງ ຄະນະບໍລິຫານງານສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງແຂວງ ໄດ້ຂື້ນປາຖະກະຖາເລົ່າມູນເຊື້ອປະຫວັດຄວາມເປັນມາຂອງແມ່ຍິງລາວ ພາຍໃຕ້ການນໍາພາຂອງພັກ ແລະ ໄດ້ຮັບຜົນສະທ້ອນຈາກຂະບວນການຕໍ່ສູ້ປະຕິວັດຂອງແມ່ຍິງໃນທົ່ວ ໂລກ, ທີ່ເລັ່ງທວງໃຫ້ປະຕິບັດສິດເສລີພາບ, ຄວາມສະເໝີພາບຍິງ-ຊາຍທາງດ້ານການເມືອງເສດຖະກິດ, ວັດທະນາທໍາສັງຄົມເທື່ອລະກ້າວ.ວັນທີ 20 ກໍລະກົດ 1955 ພັກໄດ້ຈັດຕັ້ງໜ່ວຍຄົ້ນຄ້ວາວຽກງານແມ່ຍິງຂື້ນຢ່າງເປັນທາງການ ຊື່ງເປັນຕົ້ນກໍາເນີດຂອງອົງການຈັດຕັ້ງສະຫະ ພັນແມ່ຍິງລາວປະຈຸບັນ ເພື່ອສືບຕໍ່ນໍາພາອົງການຈັດຕັ້ງແມ່ຍິງ ແລະ ຂົນຂວາຍຂະບວນການແມ່ຍິງທົ່ວປະເທດ, ແມ່ຍິງລາວໄດ້ສຸມເຫື່ອແຮງຂອງຕົນເຂົ້າໃນການປະຕິວັດ, ຄຽງບ່າຄຽງໄຫຼ່ກັບເພດຊາຍຕໍ່ຕ້ານສັດຕູຍາດເອົາໄຊຊະນະຂອງການປະຕິວັດໃນແຕ່ລະໄລຍະ ແລະ ຍັງໄດ້ເລົ່າເຖິງຜົນງານການເຄື່ອນໄຫວວຽກງານຂອງເອື້ອຍນ້ອງແມ່ຍິງ  ແຂວງຊຽງຂວາງ. ໃນພິທີ ທ່ານ ນາງ ສີພອນ ສີລາວົງ ຫົວໜ້າອົງການກາແດງແຂວງ ໄດ້ສະເໜີຫົວຂໍ້” ການໃຫ້ເລືອດຄືການໃຫ້ຊີວິດໃໝ່” ການບໍລິຈາກເລືອດມີບົດບາດສໍາຄັນໃນການປະກອບສ່ວນ ໃນວຽກງານປິ່ນປົວສຸຂະ ພາບ, ເປັນປະໂຫຍດຕໍ່ຄົນເຈັບ ແລະ ສາມາດກອບກູ້ເອົາຊີວິດຄົນເຈັບທີ່ຈໍາເປັນຕ້ອງການສົ່ງເລືອດ.

ການສົ່ງເລືອດ ແລະ ຜະລິດຕະພັນເລືອດຊ່ວຍຄົນເຈັບໃຫ້ມີຊີວິດສືບຕໍ່ ແລະ ມີຄຸນນະພາບຊີວິດທີ່ດີຂື້ນ. ການສົ່ງເລືອດຍັງສະໜັບສະໜູນຂັ້ນຕອນການປີ່ນປົວທາງດ້ານການແພດ ແລະ ການຜ່າຕັດທີ່ສັບສົນ, ນອກຈາກນັ້ນ, ການສົ່ງເລືອດຍັງເປັນການຊ່ວຍຊີວິດຂອງແມ່ທີ່ສູນເສຍເລືອດໃນເວລາຖືພາເກີດລູກ ແລະ ເດັກນ້ອຍຂາດເລືອດ, ປະກອບສ່ວນເຂົ້າໃນການປີ່ນປົວບໍ່ວ່າຈະເປັນໄພພິ ບັດຈາກມະນຸດສ້າງຂື້ນ ຫຼື ຍ້ອນໄພທໍາມະຊາດ. ຈາກນັ້ນ ທ່ານ ຫວາຢ່າ ໝອກພູເຂົາ ກໍາມະການພັກແຂວງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ໄດ້ສະເໜີຫົວຂໍ້ “ການນໍາໃຊ້ສື່ສັງຄົມອອນລາຍທີ່ປອດໄພ” ການນໍາໃຊ້ສື່ສັງຄົມອອນລາຍເຂົ້າໃນການເຜີຍແຜ່ຂໍ້ມູນຂ່າວສານສູ່ສາທາລະນະເປັນຕົ້ນແມ່ນ: ຮູບພາບ, ພາບເຄື່ອນໄຫວ, ເອກະສານເອເລັກໂຕຼນິກ, ສຽງ, ວິດີໂອ ແລະ ຂໍ້ຄວາມໂດຍຜ່ານເວັບໄຊ ແລະ ແອັບພີເຄຊັ່ນທີ່ນິຍົມໃຊ້ໃນປະຈຸບັນ ເຊັ່ນ: ເຟດບຸກ, ທະວິດເຕີ, ຢູທູບ ແລະ ອື່ນໆ ດ້ວຍການນໍາໃຊ້ອຸປະກອນຄອມພີວເຕີ ແລະ ອຸປະ ກອນສື່ສານອື່ນໆ ຜ່ານອິນເຕີເນັດເພື່ອໃຫ້ມີຄວາມປອດໄພຄວນປະຕິບັດຄື: ການຕັ້ງຄ່າຄວາມປອດໄພ, ການກວດສອບບັນຊີສື່ສັງຄົມອອນລາຍຖືກແຮັກ ຫຼື ບໍ່, ການລາຍງານບັນຊີປອມ ແລະ ເນື້ອຫາທີ່ບໍ່ເໝາະສົມ, ສິ່ງທີ່ຄວນປະຕິບັດໃນການນໍາໃຊ້ສື່ສັງຄົມອອນລາຍ, ສິ່ງທີ່ບໍ່ຄວນປະຕິບັດໃນການນໍາໃຊ້ສື່ສັງຄົມອອນລາຍ, ການປ້ອງກັນການກັ່ນແກ້ງ, ຂົ່ມເຫັງຜ່ານສື່ສັງຄົມອອນລາຍ.

ຕອນທ້າຍຂອງພິທີທ່ານ ນາງບົວສີ ນາຖາວົງ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງໄດ້ມີຄໍາເຫັນໂອ້ລົມຕໍ່ເອື້ອຍນ້ອງແມ່ຍິງ:

1. ໃຫ້ຄະນະສະຫະພັນແມ່ຍິງແຕ່ລະຂັ້ນຈົ່ງສືບຕໍ່ປົກປັນຮັກສາມູນເຊື້ອອັນດີງາມຂອງຊາດຂອງແມ່ຍິງລາວ ແລະ ທ່າແຮງບົ່ມຊ້ອນເພື່ອເຮັດໃຫ້ສໍາເລັດເລັດ  ໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້.

  1. ເອົາໃຈໃສ່ຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໃຫ້ສະມາຊິກແມ່ຍິງ ແມ່ຍິງບັນດາເຜົ່າເຂົ້າໃຈເຊື່ອມຊືມແນວທາງນະໂຍບາຍຂອງພັກ ແລະ ຫັນເອົາແນວທາງຂອງພັກລະບຽບກົດໝາຍຂອງລັດຂໍ້ກໍານົດນິຕິກໍາຕ່າງໆຂອງສາຍຕັ້ງ-ສາຍຂວາງລົງເຜີຍແຜ່ເຊື່ອມຊືມໃຫ້ເອື້ອຍນ້ອງແມ່ຍິງບັນດາເຜົ່າເຂົ້າໃຈຢ່າງເລິກເຊິ່ງໂດຍສະເພາະເຂດຫາ່ງໄກສອກຫຼີກ.
  2. ປັບປຸ່ງກົງຈັກການຈັດຕັ້ງໃຫ້ແມ່ຍິງມີຄວາມໜັກແໜ້ນເຂັ້ມແຂວງໂດຍສະເພາະແບບແຜນວິທີນໍາພາເຮັດວຽກໃຫ້ມີຫຼາຍຮູບຫຼາຍສີ ແລະ ສ້າງສະມາຊິກແມ່ຍິງບັນດາເຜົ່າໃຫ້ປະກອບເປັນການນໍາຢູ່ໃນອົງການຂອງພັກຂອງລັດນັບແຕ່ຂັ້ນແຂວງລົງຮອດຂັ້ນທ້ອງຖິ່ນໃຫ້ເພີ່ມຂື້ນ.
  3. ສະຫະພັນແມ່ຍິງແຕ່ລະຂັ້ນສົມທົບກັບຄະນະພັກອົງການປົກຄອງພາກສ່ວນ ທີກ່ຽວຂ້ອງຂື້ນແຜນກໍານົດພະນັກງານເພດຍິງພະນັກງານຊົນເຜົ່າເພື່ອງສ້າງເປັນພະນັກງານສືບທອດ, ສ້າງເງື່ອນໄຂອໍານວຍຄວາມສະດວກສະມາ ຊິກແມ່ຍິງໄປຍົກລະດັບຄວາມຮູ້ຄວາມສາມາດທາງດ້ານທິດສະດີ, ວິຊາສະເພາະຝຶກອົບຮົມຄວາມຮູ້ຕາມພາລະບົດບາດສິດ ແລະ ໜ້າທີ່ຂອງຕົນໃຫ້ມີຈໍານວນເພີ່ມຂື້ນ.
  4. ເອົາໃຈໃສ່ປັບປຸງອົງການຈັດຕັ້ງແຕ່ລະຂັ້ນເຂົ້າສູ່ຂົງເຂດຕ່າງໆ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງທຸກດ້ານຂະ ຫຍາຍສະມາຊິກສະຫະພັນແມ່ຍິງຕາມແຜນການທີວາງໄວ້.
  5. ເອົາໃຈໃສ່ສຶກສາອົບຮົມທຸກຊັ້ນຄົນ ແລະ ເປັນເຈົ້າການປະກອບສ່ວນໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.
  6. ສືບຕໍ່ປະຕິບັດຄໍາຂວັນຂອງແມ່ຍິງລາວ ແລະ ເນື້ອໃນຂໍ້ແຂ່ງຂັນ 3 ດີຕິດພັນກັບຂະບວນການອື່ນໆເຊັ່ນ: ຂະບວນການຮັກຊາດພັດທະນາ, ວຽກງານ 3 ສ້າງ, ວຽກງານຂະບວນການອື່ນໆໃຫ້ເປັນຂະບວນການຟົດຟື້ນຕໍ່ເນື່ອງເພາະແຂວງຊຽງຂວາງພວກເຮົາໄດ້ເປັນແຂວງ 3 ດີ.
  7. ຕັ້ງໜ້າປະສານສົມທົບກັບພາກສ່ວນກ່ຽວຂ້ອງຢູ່ພາຍໃນ ແລະ ຕ່າງປະເທດເພື່ອຍາດແຍ່ງທືນຮອນມາພັດທະນາອົງການຈັດຕັ້ງສະຫະພັນແມ່ຍິງພວກເຮົາຕາມທ່າແຮງຂອງແຕ່ລະພາກສ່ວນພົວພັນຮ່ວມມືກັບເພື່ອນມິດຍຸດທະສາດ ສສ ຫວຽດນາມຄື ສະຫະພັນແມ່ຍິງແຂວງເຫງະອານ.
  8. ສະເໜີຄະນະພັກຂອງແຕ່ລະຂັ້ນໃນການຊີ້ນໍາ-ນໍາພາ ການກະກຽມອໍານວຍຄວາມສະດວກທຸກເງື່ອນໄຂໃນການສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວ.

ຂຽນໂດຍ: ນາງ ບົວສີ ພັນທະສອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa