ສະຫະພັນແມ່ຍິງແຂວງ ເປີດກອງປະຊຸມທາບທາມ ບຸກຄະລາກອນໃຫ້ແກ່ກອງປະຊຸມຄະນະບໍລິຫານງານສະຫະພັນແມ່ຍິງແຂວງຊຽງຂວາງ ສະໄຫມທີ X ຮອບທີ II.

ສະຫະພັນແມ່ຍິງແຂວງ ເປີດກອງປະຊຸມທາບທາມ

ບຸກຄະລາກອນໃຫ້ແກ່ກອງປະຊຸມຄະນະບໍລິຫານງານສະຫະພັນແມ່ຍິງແຂວງຊຽງຂວາງ ສະໄຫມທີ X ຮອບທີ II

ວັນທີ 26 ພຶດສະພາ 2025 ສະຫະພັນແມ່ຍິງແຂວງໄດ້ເປີດກອງປະຊຸມທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານສະຫະພັນແມ່ຍິງແຂວງຊຽງຂວາງຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ນາງ ບົວສີ ນາຖາວົງ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ມີທ່ານ ນາງ ສາຍພູເງິນ ອຸດົມສຸກ ປະທານສະຫະພັນແມ່ຍິງແຂວງ, ບັນດາຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ຄະນະປະທານຮາກຖານ ແລະ ໜ່ວຍສະຫະພັນແມ່ຍິງອ້ອມຂ້າງແຂວງ ເຂົ້າຮ່ວມ.

ໃນພິທີ ທ່ານ ນາງ ສາຍພູເງິນ ອຸດົມສຸກ ປະທານສະຫະພັນແມ່ຍິງແຂວງຊຽງຂວາງ ໄດ້ຜ່ານບົດລາຍງານຫຍໍ້ໃນການກະກຽມດໍາເນີນກອງປະຊຸມໃຫ່ຍ ຜູ້ແທນແມ່ຍິງແຂວງ ສະໄຫມທີ X ເຊິ່ງທ່ານໃຫ້ຮູ້ວ່າ ການກະກຽມດໍາເນີນກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງ ສະໄໝທີ X ແມ່ນຈະໄດ້ໄຂຂຶ້ນໃນຕົ້ນເດືອນ ມິຖຸນາ 2025 ນີ້ ແລະ ມາຮອດປະຈຸບັນແມ່ນມີຄວາມພ້ອມໃນຫຼາຍດ້ານເປັນຕົ້ນແມ່ນດ້ານບຸກຄະລາກອນ, ດ້ານຂະບວນການຕ່າງໆ ແລະ ດ້ານເນື້ອໃນແມ່ນສໍາເລັດແລ້ວ 95%. ພ້ອມດຽວກັນນີ້ ຜູ້ແທນກອງປະຊຸມຍັງໄດ້ຮັບຟັງການຜ່ານຮ່າງລາຍງານການເມືອງ, ຮ່າງບົດສະຫຼຸບການຈັດຕັ້ງ ປະຕິບັດແຜນພັດທະນາແມ່ຍິງແຂວງ ໄລຍະ 5 ປີ(2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ພ້ອມທັງຮັບຟັງການຜ່ານບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ສະໄຫມທີ IX. ຈາກນັ້ນ ທ່ານ ວັນໄຊ ພົມມະສອນ ຕາງໜ້າຄະນະຮັບຜິດຊອບບຸກຄະລາກອນຂັ້ນແຂວງ ໄດ້ຜ່ານມາດຖານເງື່ອນໄຂຜູ້ທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສະຫະພັນແມ່ຍິງແຂວງຊຽງຂວາງ ຊຸດໃໝ່ ເປັນຕົ້ນແມ່ນໄດ້ກໍານົດມາດຕະຖານລວມຄື: ດ້ານຄຸນທາດການເມືອງ, ດ້ານຄຸນສົມບັດ ສິນທໍາປະຕິວັດ ແລະ ແບບແຜນການດໍາລົງຊີວິດ, ດ້ານຄວາມຮູ້ຄວາມສາມາດ, ດ້ານແບບແຜນນໍາພາ ແລະ ວິທີເຮັດວຽກ, ດ້ານສຸຂະພາບ ນອກຈາກນີ້ຍັງໄດ້ຜ່ານ ມາດຕະຖານສະເພາະຂອງຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ມາດຕະຖານສະເພາະຂອງ ປະທານ-ຮອງ ປະທານສະຫະພັນແມ່ຍິງແຂວງຕື່ມອີກ.

ຈາກນັ້ນ ທ່ານ ນາງບົວສີ ນາຖາວົງ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນຂັ້ນແຂວງ ໄດ້ມີຄໍາເຫັນຊີ້ນໍາເພີ່ມຕື່ມບາງດ້ານ ເປັນຕົ້ນແມ່ນສືບຕໍ່ປັບປຸງ ດ້ານເນື້ອໃນໃຫ້ສໍາເລັດ100% ກ່ອນການດໍາເນີນກອງປະຊຸມໃຫຍ່, ສ່ວນການຄັດເລືອກບຸກຄະລາກອນ ຮອບທີ II ນີ້ ຕົ້ນຕໍແມ່ນເລືອກໃຫ້ໄດ້ຜູ້ທີ່ມີມາດຖານເງື່ອນໄຂເໝາະສົມທີ່ສຸດ, ຄັດເລືອກເອົາຜູ້ທີ່ມີຄວາມຮູ້, ຄວາມສາມາດ, ມີຄຸນທາດການເມືອງໜັກແໜ້ນ, ສາມາດນໍາພາ-ຊີ້ນໍາອົງການຈັດຕັ້ງສະຫະພັນແມ່ຍິງ ແຂວງໃຫ້ມີຄວາມໜັກແໜ້ນເຂັ້ມແຂງໃນທຸກດ້ານ ແລະ ສິ່ງສໍາຄັນທ່ານໄດ້ເນັ້ນໜັກໃຫ້ຜູ້ແທນກອງປະຊຸມຈົ່ງພ້ອມກັນເປັນເຈົ້າການໃນການຄັດເລືອກ ບຸກຄະລາກອນເພື່ອຮັບປະກັນບໍ່ໃຫ້ມີບັດຕາຍ. ຈາກນັ້ນ ກໍໄດ້ດໍາເນີນການປ່ອນບັດທາບທາມບຸກຄະລາກອນທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານ ສະຫະພັນແມ່ຍິງແຂວງ ຮອບທີ II ຢ່າງເປັນທາງການ ແລະ ໄດ້ສໍາເລັດລົງຢ່າງຈົບງາມ, ທັ້ງນີ້ກໍ່ເພື່ອຮັບປະກັນ ແລະ ກຽມຄວາມພ້ອມຮອບດ້ານໃຫ້ແກ່ ການດໍາເນີນກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວແຂວງ ຊຽງຂວາງ ຄັ້ງທີ X  ທີ່ຈະໄດ້ໄຂຂຶ້ນໃນຕົ້ນເດືອນ ມິຖຸນານີ້ໃຫ້ມີຜົນສໍາເລັດຕາມລະດັບຄາດຫມາຍທີ່ກໍານົດໄວ້.

ຂຽນໂດຍ: ບົວສີ ພັນທະສອນ

 

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa