ສະຫະພັນແມ່ຍິງແຂວງຊຽງຂວາງທາບທາມບຸກຄະລາກອນ ຮອບ I, ເພື່ອກະກຽມຄວາມພ້ອມໃນການດໍາເນີນກອງປະຊຸມໃຫຍ່ ສະໄໝທີ X
ວັນທີ 12 ພຶດສະພາ 2025 ສະຫະພັນແມ່ຍິງແຂວງຊຽງຂວາງ ໄດ້ເປີດກອງປະຊຸມທາບທາມບຸກຄະລາກອນຮອບ I ເພື່ອຄັດເລືອກເປົ້າໝາຍສະໝັກເຂົ້າໃນຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ສະໄໝທີ X. ເຊິ່ງເປັນປະທານໂດຍທ່ານ ນາງ ບົວສີ ນາຖາວົງ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ມີທ່ານ ນາງ ສາຍພູເງິນ ອຸດົມສຸກ ປະທານສະຫະພັນແມ່ຍິງແຂວງ, ພ້ອມທັງບັນດາຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ສະມາຊິກສະຫະພັນແມ່ຍິງທີ່ມີຕໍ່າແໜ່ງບໍລິຫານນໍາພາຄຸ້ມຄອງ, ຄະນະປະທານສະຫະ ພັນແມ່ຍິງຮາກຖານ, ໜ່ວຍອອ້ມຂ້າງແຂວງ ແລະ ຄະນະຮັບຜິດຊອບບຸກຄະລາກອນຂັ້ນແຂວງເຂົ້າຮ່ວມ ຈໍານວນ 258 ທ່ານ.
ໃນກອງປະຊຸມທ່ານ ນາງ ສາຍພູເງິນ ອຸດົມສຸກ ປະທານສະຫະພັນແມ່ງຍິງແຂວງ ໄດ້ຂື້ນຜ່ານບົດລາຍງານຫຍໍ້ໃນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງສະຫະພັນແມ່ຍິງແຂວງແມ່ນມີຄວາມພ້ອມແລ້ວດ້ານການປັບປຸງກົງຈັກການຈັດຕັ້ງ, ດ້ານຂະບວນການ, ດ້ານບຸກຄະລາກອນ ແລະ ດ້ານອື່ນໆ. ຈາກນັ້ນ, ທ່ານ ຄໍາສີ ວິໄລສັກ ຮອງຫົວໜ້າຄະນະຈັດຕັ້ງແຂວງ ຄະນະຮັບຜິດຊອບບຸກຄະລາກອນຂັ້ນແຂວງ ໄດ້ຂື້ນຜ່ານມາດຖານເງື່ອນໄຂຂອງຜູ້ທີ່ຈະສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສະຫະພັນແມ່ງຍິງແຂວງ ສະໄໝທີ X ເປັນຕົ້ນແມ່ນມາດຕະ ຖານລວມຄື: ດ້ານຄຸນທາດການເມືອງ, ດ້ານຄຸນສົມບັດສິນທໍາປະຕິວັດ, ດ້ານແບບແຜນດໍາລົງຊີວິດ, ດ້ານຄວາມຮູ້ຄວາມສາມາດ, ແບບແຜນນໍາພາ ແລະ ວິທີເຮັດວຽກ, ດ້ານສຸຂະພາບ. ນອກຈາກນີ້ກໍ່ຍັງໄດ້ຜ່ານມາດຖານສະເພາະຂອງສະຫະພັນແມ່ຍິງແຂວງ, ມາດຖານສະເພາະຂອງປະທານຮອງປະທານສະຫະພັນແມ່ຍິງແຂວງຕື່ມອີກພ້ອມທັງແນະນໍາວິທີການປ່ອນບັດ ຄັດເລືອກເອົາຜູ້ທີ່ຖືກຕ້ອງຕາມມາດຖານເງື່ອນໄຂທີ່ກໍານົດໄວ້.
ໃນກອງປະຊຸມຍັງໄດ້ຮັບຟັງຄໍາເຫັນຊີ້ນໍາຂອງທ່ານ ນາງ ບົວສີ ນາຖາວົງ ຄະນະປະຈໍາພັກແຂວງ ເຊິ່ງທ່ານໄດ້ ເໜັ້ນໜັກໃຫ້ຜູ້ແທນກອງປະຊຸມຈົ່ງເປັນເຈົ້າການໃນການຄັດເລືອກເອົາບຸກຄະລາກອນຜູ້ທີ່ມີຄວາມຮູ້, ຄວາມສາມາດ, ມີຄຸນທາດການເມືອງໜັກແໜ້ນ, ສາມາດນໍາພາ-ຊີ້ນໍາອົງການຈັດຕັ້ງສະຫະພັນແມ່ຍິງແຂວງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂວງໃນຕໍ່ໜ້າພ້ອມທັງຮັບປະກັນພະນັກງານ 3 ຮຸ່ນຄື: ຮຸ່ນອາວຸໂສ, ຮຸ່ນກາງ ແລະ ຮຸ່ນໜຸ່ມ. ຈາກນັ້ນ, ກອງປະ ຊຸມກໍ່ໄດ້ດໍາເນີນການປ່ອນບັດທາບທາມເອົາບຸກຄະລາກອນສະໝັກຮັບເລຶອກຕັ້ງເຂົ້າໃນຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ສະໄໝທີ X ຮອບ I ຢ່າງເປັນທາງການ.
ຂຽນໂດຍ: ບົວສີ ພັນທະສອນ