ພິທີແລກປ່ຽນບົດຮຽນວຽກງານໂຄສະນາອົບຮົມ ລະຫວ່າງຄະນະໂຄສະນາອົບຮົມແຂວງຊຽງຂວາງ  ແລະ ແຂວງຫົວພັນ

ພິທີແລກປ່ຽນບົດຮຽນວຽກງານໂຄສະນາອົບຮົມ

ລະຫວ່າງຄະນະໂຄສະນາອົບຮົມແຂວງຊຽງຂວາງ  ແລະ ແຂວງຫົວພັນ

       ຄະນະໂຄສະນາອົບຮົມແຂວງຊຽງຂວາງ ແລະ ແຂວງຫົວພັນ ໄດ້ຈັດພິທີພົບປະແລກປ່ຽນບົດຮຽນຂຶ້ນ, ໃນວັນທີ 5 ມິຖຸນາ 2025 ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງຊຽງຂວາງ ໂດຍການເຂົ້າຮ່ວມ ແລະ ກ່າວຕ້ອນຮັບຈາກ ສະຫາຍ ນາງ ພວງພະຈັນ ມູນທະວົງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະ ນາອົບຮົມແຂວງຊຽງຂວາງ, ຄະນະໂຄສະນາອົບຮົມທີ່ມາຈາກແຂວງຫົວພັນນໍາພາໂດຍ ສະຫາຍ ຕົງລີ ເຕັ່ງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນພ້ອມດ້ວຍຄະນະ;  ມີພະນັກງານຄະນະໂຄສະນາອົບຮົມທັງ 2 ແຂວງເຂົ້າຮ່ວມ.

         ໃນພິທີ ສະຫາຍ ນາງ ພວງພະຈັນ ມູນທະວົງ ໄດ້ລາຍງານສະພາບກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຄະນະໂຄສະນາອົບຮົມແຂວງຊຽງຂວາງ ໃນໄລຍະຜ່ານມາເປັນຕົ້ນແມ່ນວຽກງານການເມືອງແນວຄິດ, ວຽກງານໂຄສະນາ, ວຽກງານອົບຮົມ, ວຽກງານສັງລວມ-ຂໍ້ມູນຂ່າວສານ, ວຽກງານບໍລິ ຫານ-ຈັດຕັ້ງ ແລະ ວຽກງານອື່ນໆ ເຊິ່ງຍົກໃຫ້ເຫັນຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ, ພ້ອມທັງເຫັນໄດ້ດ້ານອ່ອນຂໍ້ຄົງຄ້າງ, ຂໍ້ສະດວກ ແລະ ການວາງທິດທາງແຜນການໃນຕໍ່ໜ້າ, ພ້ອມທັງແລກປ່ຽນບົດຮຽນທາງດ້ານການຕັ້ງເຜີຍແຜ່ເຊື່ອມຊຶມຜັນຂະຫຍາຍບັນດາມະຕິຕ່າງໆ ຂອງພັກໃນແຕ່ລະໄລຍະ, ການຈັດຕັ້ງປະຕິບັດວຽກງານຝຶກອົບຮົມຕາມຫຼັກສູດຂອງຄະນະໂຄສະນາອົບຮົມສູນກາງພັກວາງອອກ, ການຈັດຕັ້ງປະຕິບັດເຄື່ອນໄຫວວຽກງານຕິດຕາມເກັບກໍາສະພາບແນວຄິດຫາງສຽງສັງຄົມ ແລະ ວິທີການແກ້ໄຂຫາງສຽງສັງຄົມ; ຈາກນັ້ນ, ຜູ້ເຂົ້າຮ່ວມກໍໄດ້ພ້ອມກັນແລກປ່ຽນບົດຮຽນໃນການເຄື່ອນໄຫວວຽກວິ ຊາການຂອງຄະນະໂຄສະນາອົບຮົມຢ່າງຟົ້ດຟື້ນ ແລະ ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນ, ເພື່ອເປັນການຜູກແໜ້ນຄວາມສາມັກຄີ, ຮັກແພງລະຫວ່າງຄະນະໂຄສະນາອົບຮົມແຂວງຊຽງຂວາງ ແລະ ຄະນະໂຄສະນາອົບຮົມແຂວງຫົວພັນ ໃຫ້ມີຄວາມແໜ້ນແຟ້ນຂຶ້ນເລື້ອຍໆ.

ນອກຈາກນັ້ນ, ຍັງໄດ້ທັດສະນະສຶກສາທ່ຽວຊົມ ຫໍມູນເຊື້ອກອງພັນທີ 2 ຜ່າວົງປິດລ້ອມຂອງສັດຕູ ທົ່ງໄຫຫີນ ແຂວງຊຽງຂວາງ, ພູກູດຈອມເຫຼັກວິລະຊົນຂອງແຂວງຊຽງຂວາງ, ໂຮງແຮມຊຽງຂວາງວິວ ແລະ  ຢ້ຽມຢາມຄອບຄົວຕົວແບບການປູກໝາກເຜັດ, ໝາກເລັ່ນ, ຫອມບົ່ວ, ຫອມປ້ອມ, ການລ້ຽງເປັດ ແລະ ການລ້ຽງປາ ຢູ່ບ້ານລາດຮ້ວງ ແລະ ບ້ານສີຊູ ເມືອງແປກແຂວງຊຽງຂວາງ.

ໂດຍ: ສີຍອງ ພອນທະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa