ພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ

ພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ

ວັນທີ 9 ທັນວາ 2025 ຄະນະໂຄສະນາອົບຮົມແຂວງຊຽງຂວາງ ໄດ້ເປີດຮຽນສະໜັບສະໜູນໃຫ້ແກ່ມະຫາຊົນຜູ້ກ້າວໜ້າ ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ປະຊາຊົນປະຕິວັດລາວ ຊຸດທີ II ປີ 2025 ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ໂດຍໃຫ້ກຽດເປັນປະທານຂອງສະຫາຍ ຈັນທະບູນ ແພງສົມພູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ມະຫາຊົນຜູ້ກ້າວໜ້າທີ່ມາຈາກ 8 ພະແນກການຂອງແຂວງຄື: ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ພະແນກການເງິນເເຂວງ, ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ, ພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ພະແນກຍຸຕິທໍາແຂວງ, ພະແນກແຮງງານ ແລະ ສະຫວັດດີການແຂວງ, ອົງການແນວລາວສ້າງຊາດແຂວງ ແລະ ວິທະຍາໄລຄູຄັງໄຂ ເຂົ້າຮ່ວມ 33 ສະຫາຍ; ຍິງ 16 ສະຫາຍ.

ການຝຶກອົບຮົມໃນຄັ້ງນີ້ ແມ່ນໄດ້ນໍາເອົາເອກະສານຂອງຄະນະໂຄສະນາອົບຮົມສູນກາງພັກ ກ່ຽວກັບການຝຶກອົບຮົມມະຫາຊົນທີ່ຈະຂະຫຍາຍເຂົ້າເຂົ້າເປັນສະມາຊິກພັກ ປະຊາຊົນປະຕິວັດລາວ ເຊິ່ງລວມມີ 13 ຄໍາຖາມ ແລະ 13 ຄໍາຕອບ, ມາສຶກສາຄົ້ນຄວ້າ, ບັນລະຍາຍ, ແລກປ່ຽນຄໍາຄິດເຫັນ, ເພື່ອເຮັດໃຫ້ມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກຮັບຮູ້ ແລະ ເຂົ້າໃຈກ່ຽວກັບປະຫວັດຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ, ເຂົ້າໃຈກ່ຽວກັບມາດຕະຖານ, ເງື່ອນໄຂຂອງມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ປະຊາຊົນປະຕິວັດລາວ, ຜົນປະໂຫຍດທີ່ສະມາຊິກພັກຈະໄດ້ຮັບ ແລະ ເມື່ອໄດ້ເຂົ້າເປັນສະມາຊິພັກ ປະຊາຊົນປະຕິວັດລາວ ເພື່ອເຮັດໃຫ້ການກໍ່ສ້າງພັກມີຄວາມເຕີບໃຫຍ່ ແລະ ເຂັ້ມແຂງ ສາມາດເປັນແກນນໍາໃນລະບອບການເມືອງ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ.

 ໃນຕອນທ້າຍຂອງພິທີ ສະຫາຍ ຈັນທະບູນ ແພງສົມພູ ກໍ່ໄດ້ໃຫ້ກຽດມອບໃບຢັ້ງຢືນ ໃຫ້ແກ່ມະຫາຊົນຜູ້ທີ່ກ້າວໜ້າ, ພ້ອມທັງມີຄໍາເຫັນໂອ້ລົມ ເພື່ອເປັນທິດທາງໃຫ້ມະຫາຊົນຜູ້ກ້າວໜ້ານໍາໄປຝຶກຝົນຫຼໍ່ຫຼອມ ແລະ ສຶກສາຮໍ່າຮຽນສ້າງຕົນເອງໃຫ້ກາຍເປັນສະມາຊິກພັກຜູ້ດີເດັ່ນໃນຕໍ່ໜ້າ.

ໂດຍ: ສີຍອງ ພອນທະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa