ພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ

ພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ

                  ໃນວັນທີ 23-24 ພຶດສະພາ 2024 ຄະນະໂຄສະນາອົບຮົມແຂວງຊຽງຂວາງ ໄດ້ເປີດຮຽນສະໜັບສະໜູນໃຫ້ແກ່ມະຫາຊົນຜູ້ກ້າວໜ້າ ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ປະຊາຊົນປະຕິວັດລາວ ຊຸດທີ I ປີ 2024 ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ໂດຍໃຫ້ກຽດເປັນປະທານຂອງສະຫາຍ ນາງ ພວງພະຈັນ ມູນທະວົງ ກໍາມະການພັກແຂວງ ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ມະຫາຊົນຜູ້ກ້າວໜ້າທີ່ມາຈາກພະແນກການຂອງແຂວງ ເຂົ້າຮ່ວມ 56 ສະຫາຍ, ຍິງ 24 ສະຫາຍ.

ການຝຶກອົບຮົມໃນຄັ້ງນີ້ ແມ່ນໄດ້ນໍາເອົາເອກະສານຂອງຄະນະໂຄສະນາອົບຮົມສູນກາງພັກ ກ່ຽວກັບການຝຶກອົບຮົມມະຫາຊົນທີ່ຈະຂະຫຍາຍເຂົ້າເຂົ້າເປັນສະມາຊິກພັກ ປະຊາຊົນປະຕິວັດລາວ ເຊິ່ງລວມມີ 13 ຄໍາຖາມ ແລະ 13 ຄໍາຕອບ, ມາຄົ້ນຄວ້າ, ບັນລະ ຍາຍ, ແລກປ່ຽນທັດສະນາຄໍາຄິດເຫັນ, ເພື່ອເຮັດໃຫ້ມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກຮັບຮູ້ ແລະ ເຂົ້າໃຈກ່ຽວກັບປະຫວັດຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ, ເຂົ້າໃຈກ່ຽວກັບມາດຕະຖານ, ເງື່ອນໄຂມະຫາ ຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ປະຊາຊົນປະຕິວັດລາວ, ຜົນປະໂຫຍດທີ່ສະມາຊິກພັກຈະໄດ້ຮັບ ແລະ ເມື່ອໄດ້ເຂົ້າເປັນສະມາຊິພັກ ປະຊາຊົນປະຕິວັດລາວ ເພື່ອເຮັດໃຫ້ການກໍ່ສ້າງພັກມີຄວາມເຕີບໃຫຍ່ ແລະ ເຂັ້ມແຂງ ສາມາດເປັນແກນນໍາໃນລະ ບອບການເມືອງ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ.

ໃນຕອນທ້າຍຂອງພິທີ ສະຫາຍ ນາງ ພວງພະຈັນ ມູນທະວົງ ກໍໄດ້ໃຫ້ກຽດມອບໃບຢັ້ງຢືນ ໃຫ້ແກ່ມະຫາຊົນຜູ້ທີ່ກ້າວໜ້າ ພ້ອມທັງມີຄໍາເຫັນໂອ້ລົມ, ເພື່ອເປັນທິດທາງໃຫ້ມະຫາຊົນຜູ້ກ້າວໜ້ານໍາໄປຝຶກຝົນຫຼໍ່ຫຼອມ, ສຶກສາຮໍ່າຮຽນສ້າງຕົນເອງໃຫ້ກາຍເປັນສະ ມາຊິກພັກຜູ້ດີເດັ່ນໃນຕໍ່ໜ້າ.

 ໂດຍ: ສີຍອງ ພອນທະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa