ພິທີເຊັນບົດບັນທຶກມອບ-ຮັບວຽກງານສື່ມວນຊົນຂຶ້ນກັບຄະນະໂຄສະນາອົບຮົມແຂວງ

ພິທີເຊັນບົດບັນທຶກມອບ-ຮັບວຽກງານສື່ມວນຊົນຂຶ້ນກັບຄະນະໂຄສະນາອົບຮົມແຂວງ

ໃນຕອນບ່າຍຂອງວັນທີ 25 ກັນຍາ 2025 ຢູ່ທີ່ຫ້ອງປະຊຸມຂອງພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ໄດ້ມີພິທີເຊັນບົດບັນທຶກມອບ-ຮັບວຽກງານຖະແຫຼງຂ່າວ ແລະວຽກສື່ມວນຊົນມາຂຶ້ນກັບຄະນະໂຄສະນາອົບຮົມແຂວງ ລະຫວ່າງ ພະແນກວັດທະນາທໍາ ແລະ ການທ່ອງທ່ຽວແຂວງ ກັບ ຄະນະໂຄສະນາອົບຮົມແຂວງ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ນາງ ພວງພະຈັນ ມູນທະວົງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ທ່ານ ເພັດສະໝອນ ສຸລິຍະແສງ ກໍາມະການພັກແຂວງ, ຫົວໜ້າພະແນກວັດ ທະນາທໍາ ແລະ ການທ່ອງທ່ຽວແຂວງ, ມີບັນດາຫົວໜ້າ, ຮອງຫົວໜ້າຂະແໜງ, ພ້ອມດ້ວຍພະນັກງານຈາກ 2 ພະແນກການເຂົ້າຮ່ວມ.

ໃນພິທີ ທ່ານ ວຽງສະຫວັນ ແກ້ວພັກດີ ຮອງຫົວໜ້າ, ພະແນກວັດທະນາທໍາ ແລະ ການທ່ອງທ່ຽວແຂວງ ໄດ້ຂຶ້ນຜ່ານບົດບັນທຶກການມອບ-ຮັບວຽກງານຖະແຫຼງຂ່າວ ແລະ ວຽກສື່ມວນຊົນໄປຂຶ້ນກັບຄະນະໂຄສະນາອົບຮົມແຂວງ ເຊິ່ງການມອບໂອນໃນຄັ້ງນີ້, ມີບຸກຄະລາກອນທັງໝົດ 27 ທ່ານ; ຍິງ 11 ທ່ານ, ພ້ອມດ້ວຍພາຫະນະ, ວັດຖຸອຸປະກອນຮັບໃຊ້, ອາຄານສະຖານທີ່ຈໍານວນໜຶ່ງ ແລະ ງົບປະມານທີ່ຮັບໃຊ້ວຽກງານສື່ມວນຊົນໃຫ້ແກ່ຄະນະໂຄສະນາອົບຮົມແຂວງ ເປັນຜູ້ຄຸ້ມຄອງ ແລະ ນໍາພາການເຄື່ອນໄຫວປະຕິບັດໜ້າທີ່ຂອງວຽກງານສື່ມວນຊົນ ຕາມພາລະບົດບາດ, ສິດ, ໜ້າທີ່ໃຫ້ສອດຄ່ອງກັບສະພາບການໃໝ່ຕໍ່ໄປ.

ຈາກນັ້ນ, ກໍ່ໄດ້ເຊັນບົດທັນທຶກມອບ-ຮັບວຽກງານສື່ມວນຊົນ ຢ່າງເປັນທາງການ ໃຫ້ກຽດເຊັນບົດບັນທຶກໂດຍ ທ່ານ ພວງພະຈັນ ມູນທະວົງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ທ່ານ ເພັດສະໝອນ ສຸລິຍະແສງ ກໍາມະການພັກແຂວງ, ຫົວໜ້າພະແນກວັດທະນາທໍາ ແລະ ທ່ອງທ່ຽວແຂວງ, ຕອນທ້າຍ ທັງສອງທ່ານກໍ່ໄດ້ຜັດປ່ຽນກັນມີຄໍາເຫັນຕໍ່ພິທີ ເຊິ່ງທັງສອງທ່ານໄດ້ຍົກໃຫ້ເຫັນຈຸດປະສົງ ແລະ ເປົ້າໝາຍ ຂອງການມອບໂອນວຽກງານສື່ມວນຊົນຂຶ້ນກັບຄະນະໂຄສະນາອົບຮົມແຂວງ ແມ່ນແຜນຍຸດທະສາດຂອງພັກ ເພື່ອຮັບປະ ກັນຕໍ່ການຄຸ້ມຄອງວຽກງານຕ່າງໆ ແລະ ພັດທະນາວຽກງານຮອບດ້ານໃຫ້ຖືກຕ້ອງຕາມອຸດົມການຂອງພັກ, ພ້ອມທັງຮຽກຮ້ອງມາຍັງພະນັກງານທຸກທ່ານທີ່ຖືກມອບໂອນ ແລະ ຜູ້ທີ່ຍັງຢູ່ ຈົ່ງພ້ອມກັນເອົາໃຈໃສ່ຮັດແໜ້ນຄວາມສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ພ້ອມກັນປະຕິບັດໜ້າທີ່ວຽກງານຂອງຕົນ ໃຫ້ມີຜົນສໍາເລັດຍິ່ງໃຫຍ່ກວ່າເກົ່າ.

 ໂດຍ: ສີຍອງ ພອນທະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa