ພິທີຮັບມະຫາຊົນຜູ້ກາ້ວໜ້າ ເຂົ້າເປັນສະມາຊິກພັກສໍາຮອງ
ວັນທີ 21 ພຶດສະພາ 2025 ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງໄດ້ຈັດພິທີຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ຢ່າງເປັນທາງການ ໂດຍການເປັນປະທານ ຂອງສະຫາຍ ກິ່ງແກ້ວ ແສງມະນີວົງ ຮອງເລຂາໜ່ວຍພັກ, ຫົວໜ້າ ຂະແໜງສັງລວມ ແລະ ຂໍ້ມູນຂ່າວສານ ມີບັນດາສະຫາຍ ສະມາຊິກພັກສົມບູນເຂົ້າຮ່ວມທັງໝົດ 16 ສະຫາຍ; ຍິງ 7 ສະຫາຍ;
ໃນພິທີ ສະຫາຍ ແຫຼ້ ໂສດາລັກ ຫົວໜ້າຂະແໜງບໍລິຫານ ແລະ ຈັດຕັ້ງ ໄດ້ສະເໜີຈຸດປະສົງ ແລະ ຜ່ານໃບອະນຸມັດເລກທີ 34/ຄປພຂ. ຊຂ, ລົງວັນທີ 29 ເມສາ 2025 ວ່າດ້ວຍການຮັບຮອງເອົາ ສະຫາຍ ສີຍອງ ພອນທະຈັນ ມະຫາຊົນຜູ້ກ້າວໜ້າ ເຂົ້າເປັນສະມາຊິກພັກສໍາຮອງ ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງ ຫຼັງຈາກນັ້ນ ສະຫາຍ ກິ່ງແກ້ວ ແສງມະນີວົງ ຮອງເລຂາໜ່ວຍພັກ ໄດ້ຂຶ້ນມອບໃບອະນຸມັດໃຫ້ແກ່ສະຫາຍ ສີຍອງ ພອນທະຈັນ. ໃນພິທີ ສະຫາຍ ຮອງເລຂາໜ່ວຍພັກ ໄດ້ມີຄໍາເຫັນໂອ້ລົມ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນຄວາມໝາຍ, ຄວາມສໍາຄັນ ຂອງການກໍ່ສ້າງຂະຫຍາຍພັກໃນໄລຍະໃໝ່ ໂດຍສະເພາະ ແມ່ນການກໍ່ສ້າງໜ່ວຍພັກໃຫ້ມີການເຕີບໃຫ່ຍ, ເຂັ້ມແຂງ, ເຊິ່ງການກໍ່ສ້າງຂະຫຍາຍມະຫາຊົນເຂົ້າເປັນສະມາຊິກພັກ ກໍ່ແມ່ນວຽກງານທີ່ສໍາຄັນຂອງພັກ ເພື່ອເຮັດໃຫ້ພັກ ມີພາລະບົດບາດເປັນແກນນໍາທີ່ແທ້ຈິງ ແລະ ຮັບປະກັນລັກສະນະສືບທອດຂອງພັກ, ພ້ອມທັງໄດ້ຍ້ອງຍໍ ສະຫາຍສະມາຊິກພັກສໍາຮອງ ທີ່ໄດ້ຕັ້ງໜ້າຝຶກຝົນຕົນເອງໃຫ້ມີຄວາມກ້າວໜ້າ, ດຸໝັ້ນ, ຫ້າວຫັນ ຕໍ່ໜ້າທີ່ວຽກງານທີ່ຕົນໄດ້ຮັບຜິດຊອບມີຜົນສໍາເລັດຕາມໜ້າທີ່ທີ່ພັກໄດ້ມອບໝາຍໃຫ້, ເພື່ອໃຫ້ເປັນສະມາຊິກພັກສົມບູນຍັງຕ້ອງໄດ້ໃຊ້ເວລາ 12 ເດືອນ, ສະນັ້ນຍັງຕ້ອງໄດ້ເອົາໃຈໃສ່ຍົກສູງຄວາມຮູ້ຄວາມສາມາດຂອງຕົນເອງ, ປະກອບ ສ່ວນຢ່າງຕັ້ງໜ້າໃນວຽກງານຂອງພັກຕົ້ນຕໍແມ່ນການເສີມສ້າງຄວາມສາມັກຄີພາຍໃນພັກໃຫ້ເຂັ້ມແຂງ, ເປັນເອກະພາບກັບ ແນວທາງຂອງພັກ, ເອົາໃຈໃສ່ປະຕິບັດໂມງເວລາການປະຈໍາການຕາມກົດໝາຍວ່າດ້ວຍພະນັກງານ-ລັດ ຖະກອນ, ເອົາໃຈໃສ່ໃນການປະຕິບັດວຽກງານຕາມໜ້າທີ່ຮັບຜິດຊອບ, ມີຄວາມອຸ່ນອຽນທຸ່ນທ່ຽງ, ປະຕິບັດວຽກງານຂອງພັກ-ລັດ ໃຫ້ມີຜົນສໍາເລັດ.
ຂຽນໂດຍ: ໄມເຢັ້ງ ຊົ່ງ