ພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ
ວັນທີ່ 18 ກໍລະກົດ 2025 ແຂວງຊຽງຂວາງ ຈັດຕັ້ງພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ( 20 ກໍລະກົດ 1955 ຫາ 20 ກໍລະກົດ 2025) ຄົບ ຮອບ 70 ປີ ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງ ເປັນກຽດເຂົ້າຮ່ວມມີ ທ່ານ ສີວິໄລ ແສງຈະເລີນ ກໍາມະການພັກແຂວງ ຮອງເຈົ້າແຂວງຊຽງຂວາງ, ມີທ່ານ ນາງ ສາຍພູເງິນ ອຸດົມສຸກ ປະທານຄະນະບໍລິຫານງານສະຫະພັນແມ່ງຍິງແຂວງ, ກໍາມະການພັກແຂວງ, ຄະນະພັກ-ຄະນະພະແນກ, ກົມກອງ, ລັດວິສາຫະກິດ, ຄອບຄົວການນໍາແຂວງ, ແມ່ປ້າອາວຸໂສບໍານານອາດີດການນໍາສະຫະພັນແມ່ຍິງແຂວງ, ຄະນະປະທານສະຫະພັນແມ່ຍິງຮາກຖານ, ໜ່ວຍ ແລະ ສະມາຊິກແມ່ຍິງອ້ອມຂ້າງແຂວງເຂົ້າຮ່ວມ.
ໃນພິທີ ໄດ້ຮັບຟັງການເລົ່າມູນເຊີ້ອ, ຜົນງານການເຄື່ອນໄຫວຂອງອົງການຈັດຕັ້ງສະຫະພັນແມ່ຍິງແຂວງຊຽງຂວາງໃນໄລຍະຜ່ານມາ ແລະ ເຫດການເຄື່ອນໄຫວໃນໄລຍະຕໍ່ສູ້ກູ້ຊາດຂອງເອື້ອຍນ້ອງແມ່ຍິງແຂວງຊຽງຂວາງ ຈາກແມ່ປ້າດໍາດວນ, ແມ່ປ້າຈັນໄຊ ແລະ ທ່ານ ສີວິໄລ ແສງຈະເລີນ ກໍາມະການພັກແຂວງ ຮອງເຈົ້າ
ແຂວງຊຽງຂວາງໄດ້ຜ່ານປະຫັວດມູນເຊື້ອການກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຊື່ງນັບແຕ່ພັກປະຊາຊົນລາວໄດ້ຮັບການສ້າງຕັ້ງຂື້ນ ໃນວັນທີ 22 ມີນາ 1955 ພັກໄດ້ເອົາໃຈໃສ່ໃນການປຸກລະດົມຂົນຂວາຍ ກໍສ້າງແມ່ຍິງໃຫ້ມີຄວາມຕື່ນຕົວປະກອບສ່ວນເຂົ້າໃນພາລະກິດປະຕິວັດ ແລະ ຖືແມ່ຍິງເປັນພາກສ່ວນໜື່ງໃນກໍາລັງແຮງທີ່ສໍາຄັນຂອງພັກ. ພາຍໃຕ້ຄັນທຸງຂອງແນວໂຮມປົດປ່ອຍຊາດ, ສູນກາງແນວລາວອິດສະຫຼະກໍ່ຄືສູນກາງພັກປະຊາຊົນລາວ ໄດ້ປະກາດຈັດຕັ້ງໜ່ວຍຄົ້ນຄ້ວາວຽກງານແມ່ຍິງຂັ້ນສູນກາງຢ່າງເປັນທາງການໃນວັນທີ 20 ກໍລະກົດ 1955 ຢູ່ທີສໍານັກງານສູນກາງແນວລາວອິດສະຫຼະຊື່ງເວລານັ້ນຕັ້ງຢູ່ແຄມຫ້ວຍນໍ້າໂສຍ ເມືອງວຽງໄຊ ແຂວງຫົວພັນ ຊື່ງເປັນຕົ້ນກໍາເນີດຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວໃນປະຈຸບັນ. ຍ້ອນຂະບວນການເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງສະມາຄົມແມ່ຍິງ ແລະ ຂະບວນການເຄື່ອນໄຫວຂອງແມ່ຍິງບັນດາເຜົ່າ ແລະ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງຂອງພັກກໍຄືປະເທດຊາດໃນໄລຍະໃໝ່. ສະນັ້ນກອງປະຊຸມໃຫຍ່ຄັ້ງປະຫັວດສາດຂອງແມ່ຍິງລາວທົ່ວປະເທດຄັ້ງທີ I ໄດ້ໄຂຂື້ນໃນວັນທີ 21-24 ມີນາ 1984 ໄດ້ຕົກລົງເປັນເອກະພາບປ່ຽນຊື່ຈາກ “ສະມາຄົມແມ່ຍິງລາວຮັກຊາດ” ມາເປັນ “ສະຫະພັນແມ່ຍິງລາວ” ຈົນເຖິງປະຈຸບັນ.
ຕະຫຼອດໄລຍະ 70 ປີ ຜ່ານມາແມ່ຍິງລາວບັນດາເຜົ່າໃນຂອບເຂດທົ່ວປະເທດ ເວລາໃດກໍ່ໄດ້ອຸທິດຕົນປະກອບສ່ວນເຫື່ອແຮງ ແລະ ສຸມສະຕິປັນຍາເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ ຄຽງບ່າຄຽງໄຫຼ່ກັບເພດຊາຍເພື່ອກອບກູ້ເອົາເອກະລາດຄືນມາ. ມາເຖິງປະຈຸບັນອົງການຈັດຕັ້ງສະຫະພັນແມ່ຍິງລາວກໍ່ຄືອົງການຈັດຕັ້ງສະຫະພັນແມ່ຍິງແຂວງຊຽງຂວາງກໍໄດ້ເອົາໃຈໃສ່ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຕິດພັນກັບການຈັດຕັ້ງປະຕິບັດແຜນພັດທະນາແມ່ຍິງແຫ່ງຊາດ 10 ແຜນງານ 65 ໂຄງການ ແລະ ຕິດພັນກັບແຜນພັດທະຍິງແຂວງຊຽງຂວາງໃນ 5 ປີຕໍ່ໜ້າ. ການສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ໃນປີນີ້ ແມ່ນພາຍໃຕ້ຄໍາຂັວນທີ່ວ່າ: 70 ປີ ມີໄຊ ເຕີບໃຫຍ່ ເຂັ້ມແຂງ ພັດທະນາແມ່ຍິງກ້າວໄກທັນສະໄໝ.
ຂຽນໂດຍ: ບົວສີ ພັນທະສອນ