ຝຶກອົບຮົມມະຫາຊົນເພື່ອຂະຫຍາຍເຂົ້າພັກ

ຝຶກອົບຮົມມະຫາຊົນເພື່ອຂະຫຍາຍເຂົ້າພັກ

ວັນທີ 14 ພຶດສະພາ 2025 ຄະນະໂຄສະນາອົບຮົມແຂວງ ໄດ້ເປີດພິທີຝຶກອົບຮົມມະຫາຊົນຜູ້ກ້າວໜ້າເປົ້າ  ໝາຍທີ່ຈະຫຍາຍເຂົ້າເປັນສະມາຊິກພັກ ປະຊາຊົນປະຕິວັດລາວ, ເຊິ່ງໄດ້ຈັດຝຶກອົບຮົມຢູ່ທີ່ຫ້ອງປະຊຸມຄະນະໂຄສະ ນາອົບຮົມແຂວງ ໂດຍການເປັນປະທານຂອງ ສະຫາຍ  ຈັນທະບຸນ ແພງສົມພູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີພະນັກງານລັດຖະກອນທີ່ເປັນມະຫາຊົນຜູ້ກ້າວໜ້າມາຈາກ 8 ຮາກຖານພັກອ້ອມຂ້າງແຂວງຈໍານວນ 41 ສະຫາຍ ຍິງ 25 ສະຫາຍ.

ໃນພິທີດັ່ງກ່າວ ຕາງໜ້າ ຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ວ່າດ້ວຍການອະນຸມັດ ເປີດຮຽນສະໜັບສະໜູນມະຫາຊົນຜູ້ກ້າວໜ້າເປົ້າໝາຍທີ່ຈະຂະຫຍາຍເຂົ້າພັກ, ມະຕິແຕ່ງຕັ້ງຄະນະຮັບຜິດຊອບຝຶກອົບຮົມ ແລະ ແຜນການຝຶກອົບຮົມ. ການຝຶກອົບຮົມຄັ້ງນີ້ແມ່ນມີຄວາມໝາຍ ຄວາມສໍາຄັນ.ໃຫ້ນັກສໍາມະນາກອນໄດ້ຮັບຮູ້-ເຂົ້າໃຈຄວາມໝາຍຄວາມສໍາຄັນ, ຄວາມເປັນມາ, ອຸດົມຄະຕິ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວບົນພື້ນ ຖານທີ່ຈະຕ້ອງຝຶກຝົນຕົນເອງ ແລະ ຄວາມຕື່ນຕົວສະໝັກເຂົ້າເປັນສະມາຊິກພັກ. ຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກຕ້ອງແມ່ນບຸກຄົນທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດສູງ, ມີແບບແຜນວິທີເຮັດວຽກ, ແບບແຜນດໍາລົງຊີວິດທີ່ໂປ່ງໃສຂາວສະອາດ, ເປັນແບບຢ່າງນໍາໜ້າໃຫ້ແກ່ມະ ຫາຊົນຜູ້ອື່ນໆ, ມີຄວາມເປັນເອກະພາບສູງກັບມະຕິ, ແນວທາງນະໂຍບາຍຂອງພັກ, ຕັ້ງໜ້າຝຶກຝົນຕົນເອງໃຫ້ມີຄວາມຮູ້ ຄວາມສາມາດມີພອນສະຫວັນ, ເຄົາ ລົບນັບຖືຮີດຄອງປະເພນີອັນດີງາມຂອງຊາດ, ປະຕິບັດຖຶກຕ້ອງຕາມກົດລະບຽບຂອງພັກ ແລະ ກົດ  ໝາຍຂອງລັດ. ການຝຶກອົບຮົມໃນຄັ້ງນີ້ໄດ້ມີບັນຍາກາດຟົດຟື້ນດີ, ໂດຍສະເພາະແມ່ນມີການແລກປ່ຽນບົດຮຽນລະຫວ່າງນັກສໍາມະນາກອນ ແລະ ຜູ້ບັນຍາຍແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ເຮັດໃຫ້ສາມາດເຂົ້າໃຈແຈ້ງຕໍ່ແຕ່ລະບັນຫາໃນ 13 ຄໍາຖາມ, 13 ຄໍາຕອບກ່ຽວກັບພັກປະຊາຊົນປະຕິວັດລາວ.

ຕອນທ້າຍ ທ່ານ ຈັນທະບຸນ ແພງສົມພູ ໃຫ້ກຽດມອບໃບຢັ້ງຢືນ, ໂອ້ລົມ, ກ່າວປິດຊຸດຝຶກອົບຮົມ, ສະຫາຍໄດ້ໃຫ້ທິດຊີ້ນໍາການຝຶກອົບຮົມໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສໍາຄັນຫຼາຍເພາະເປັນເອກະສານເບື້ອງຕົ້ນ ໃນການສ້າງຄວາມຮັບຮູ້ເຂົ້າໃຈຕໍ່ອົງການນໍາພາສູງສຸດກໍຄືພັກປະຊາຊົນປະຕິວັດລາວ ຍາມໃດກໍຢຶດໝັ້ນລັດທິມາກ-ເລນິນ, ຖືເອົາແນວຄິດ ໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກ ເປັນເຂັ້ມທິດເຍືອງທາງໃນການຈັດຕັ້ງຜັນຂະຫຍາຍແນວທາງແຜນນະໂຍບາຍ ຂອງພັກກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ທີ່ວາງອອກໃນແຕ່ລະສະໄໝ ແລະ ໄດ້ເນັ້ນໜັກຕື່ມໃຫ້ມະຫາຊົນຜູ້ກ້າວໜ້າແຕ່ລະສະຫາຍຈົ່ງສືບຕໍ່ຕັ້ງໜ້າບຸກບືນ, ສ້າງຕົນເອງໃຫ້ກາຍເປັນສະມາ ຊິກພັກຜູ້ຫ້າວຫັນ, ດີເດັ່ນເພື່ອປະກອບສ່ວນພັດທະນາການຈັດຕັ້ງຂອງພັັກໃຫ້ເຂັ້ມແຂງຂື້ນເລື້ອຍໆ.

                                                                                ຂຽນໂດຍ: ນາງ ພູຄໍາ ພົມມະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa