ຝຶກອົບຮົມມະຫາຊົນເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ 2 ປີ 2024

ຝຶກອົບຮົມມະຫາຊົນເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ 2 ປີ 2024

ໃນວັນທີ 22 ສິງຫາ 2024 ຜ່ານມາຄະນະໂຄສະນາອົບຮົມແຂວງ ໄດ້ເປີດຝຶກອົບຮົມມະຫາຊົນຜູ້ກ້າວໜ້າ ເພື່ອຈະຫຍາຍເຂົ້າເປັນສະມາຊິກພັກ ປະຊາຊົນປະຕິວັດລາວ ຂຶ້ນທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງໃຊ້ ເວລາ 1 ວັນເຕັມ ໂດຍການເປັນປະທານຂອງສະຫາຍ ນາງ ພວງພະຈັນ ມູນທະວົງ ກຳມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ພ້ອມທັງມີຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ມະຫາຊົນຜູ້ກ້າວໜ້າມາຈາກ 10 ຮາກ ຖານພັກອ້ອມຂ້າງແຂວງ, ຊຸດທີ 2 ປະຈໍາປີ 2024 ຈໍານວນ 37 ຄົນ ຍິງ 19 ຄົນ.

ໃນພິທີ ສະຫາຍ ນາງ ຫຼ້າວີວັນ ວັນນະບູນຜາ ຫົວໜ້າຂະແໜງອົບຮົມ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການອະນຸມັດເປີດຝຶກອົບຮົມມະຫາຊົນຜູ້ກ້າວ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ ປະຊາຊົນປະຕິວັດລາວ, ມະຕິແຕ່ງຕັ້ງຄະນະຮັບຜິດຊອບຝຶກອົບຮົມ ແລະ ແຜນການຝຶກອົບຮົມ, ຫຼັງຈາກນັ້ນ ສະຫາຍ ນາງ ພວງພະຈັນ ມູນທະວົງ ໄດ້ກ່າວເປີດຊຸດຝຶກອົບຮົມຄັ້ງນີ້ ເຊິ່ງມີຄວາມໝາຍຄວາມສໍາຄັນໄດ້ຮັບຮູ້-ເຂົ້າໃຈກ່ຽວກັບພັກປະຊາຊົນປະຕິ ວັດລາວ, ມະຫາຊົນຜູ້ກ້າວໜ້າທີ່ຈະຂະຫາຍເຂົ້າເປັນສະມາຊິກພັກ ເຂົ້າໃຈຄວາມເປັນມາທີ່ມີຄວາມໝາຍຄວາມສໍາຄັນ, ອຸດົມຄະຕິ ແລະ ທາດແທ້ຂອງພັກປະ ຊາຊົນປະຕິວັດລາວ ບົນພື້ນຖານທີ່ຈະຕ້ອງຝຶກຝົນຕົນເອງ ແລະ ຄວາມຕື່ນຕົວສະໝັກໃຈເຂົ້າເປັນສະມາຊິກພັກ, ມະຫາຊົນຜູ້ກ້າວໜ້າ ແມ່ນບຸກຄົນທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດສູງ, ມີແບບແຜນວິທີເຮັດວຽກ, ແບບແຜນດໍາລົງຊີວິດທີ່ໂປ່ງໃສຂາວສະອາດ, ເປັນແບບຢ່າງນໍາໜ້າໃຫ້ແກ່ມະຫາຊົນ, ຕ້ອງມີຄວາມເປັນເອກະພາບສູງກັບແນວທາງນະໂຍບາຍຂອງພັກ, ກຳແໜ້ນກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ. ການຝຶກອົບຮົມໃນຄັ້ງນີ້ແມ່ນໄດ້ນໍາເອົາເອກະສານຂອງຄະນະໂຄສະນາອົບຮົມສູນກາງພັກກ່ຽວກັບການຝຶກອົບຮົມມະຫາຊົນທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ປະຊາຊົນປະ ຕິບັດລາວ ເຊິ່ງລວມມີ 13 ຄໍາຖາມ ແລະ 13 ຄໍາຕອບ, ມາຄົ້ນຄວ້າ, ບັນຍາຍ, ແລກປ່ຽນສົມທຽບກັບ ທິດສະດີໃຫ້ມະຫາຊົນຜູ້ກ້າວໜ້າຮັບຮູ້-ເຂົ້າໃຈກ່ຽວກັບ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງ ພັກປະຊາຊົນປະຕິວັດລາວ ແລະ ຂໍ້ຫ້າມສໍາລັບສະມາຊິກພັກ, ກ່ຽວກັບການປົກປ້ອງບົດບາດກຽດສັກສີຂອງພັກ ເຂົ້າໃຈກ່ຽວກັບມາດຖານ, ເງື່ອນໄຂຜູ້ທີ່ຈະເຂົ້າເປັນສະມາຊິກພັກ, ບົນພື້ນຖານດັ່ງກ່າວມະຫາຊົນຜູ້ກ້າວໜ້າຕ້ອງ ຕັ້ງໃຈຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີມາດຖານເງື່ອນໄຂຄົບຖ້ວນ, ມີຄວາມສະໝັກໃຈເຂົ້າອົງການຈັດຕັ້ງຂອງພັກ ເພື່ອສູ້ຊົນປະຕິບັດວັດຖຸປະສົງ, ອຸດົມການຂອງພັກຢ່າງສຸດກົກສຸດປາຍ, ພັກປະຊາຊົນປະຕິ ວັດລາວສ້າງຕັ້ງຂຶ້ນເພື່ອ ນໍາພາປວງຊົນຕໍ່ສູ້ເພື່ອຍາດເອົາຄວາມເປັນເອກະລາດ, ອຳນາດອະທິປະໄຕຂອງຊາດ ແລະ ສິດເປັນເຈົ້າຂອງ ປະຊາຊົນລາວບັນດາເຜົ່າ ມະຫາຊົນຜູ້ກ້າວໜ້າທີ່ຈະຂະຫຍາຍເຂົ້າພັກ ຕ້ອງເປັນຄົນທີ່ບໍ່ຂັດແຍງ ກັບແນວທາງ ນະໂຍບາຍ, ມະຕິ, ຄໍາສັ່ງກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ບໍ່ກະທຳຜິດຕໍ່ຂໍ້ຫ້າມຂອງພັກປະຊາຊົນ ປະຕິວດລາວ.

ຕອນທ້າຍສະຫາຍ ນາງ ພວງພະຈັນ ມູນທະວົງ ກຳມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໃຫ້ກຽດມອບໃຍຢັ້ງຢືນພ້ອມທັງໂອ້ລົມ ແລະ ກ່າວປິດຊຸດຝຶກອົບຮົມສະຫາຍໄດ້ໃຫ້ທິດຊີ້ນໍາການຝຶກອົບຮົມໃນຄັ້ງນີ້ແມ່ນມີຄວາມໝາຍຄວາມສໍາຄັນຫຼາຍເພາະເປັນເອກະສານເບື້ອງຕົ້ນໃນການສ້າງຄວາມຮັບ ຮູ້ເຂົ້າໃຈຕໍ່ອົງການນໍາພາສູງສຸດກໍຄືພັກປະຊາຊົນປະຕິວັດລາວຍາມໃດກໍຢຶດໝັ້ນລັດທິມາກ-ເລນິນ, ຖືເອົາແນວຄິດໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກ ເປັນເຂັມທິດເຍືອງທາງໃນການຈັດຕັ້ງຜັນຂະຫຍາຍ ແນວທາງແຜນນະໂຍບາຍຂອງພັກ ກໍຄືແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ ທີ່ວາງອອກໃນແຕ່ລະສະໄໝ ແຕ່ສູນກາງຮອດທ້ອງຖິ່ນ.

ຂຽນໂດຍ: ນາງ ພູຄໍາ ພົມມະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa