ຝຶກອົບຮົມພື້ນຖານການບໍລິຫານຈັດການໜ້າກະດານຂ່າວເອເລັກໂຕຣນິກ

ຝຶກອົບຮົມພື້ນຖານການບໍລິຫານຈັດການໜ້າກະດານຂ່າວເອເລັກໂຕຣນິກ

ວັນທີ 11 ມິຖຸນາ 2024 ຄະນະໂຄສະນາອົບຮົມແຂວງຊຽງຂວາງ ໄດ້ເຂົ້າຮ່ວມຝຶກອົບຮົມວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ ໂດຍຜ່ານລະບົບ (Video Conference) ທີ່ຄະນະໂຄສະນາອົບຮົມສູນກາງພັກຈັດຂຶ້ນ, ໂດຍໃຫ້ກຽດເປັນປະທານຂອງ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານກວດກາພັກ ຜູ້ຊີ້ນໍາກົມຂໍ້ມູນຂ່າວ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ, ມີທ່ານ ວັນຕຸລາ ຮັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ມີບັນດາທ່ານຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ຄະນະຮັບຜິດຊອບວຽກງານເວັບໄຊຂອງຄະນະໂຄສະນາອົບຮົມບັນດາແຂວງເຂົ້າຮ່ວມ. ເຊິ່ງເນື້ອໃນເອກະສານທີ່ນໍາມາຄົ້ນຄວ້າປະກອບມີ 5 ບົດຄື: ວິທີການຕັດຕໍ່ຮູບ ແລະ ຂະຫຍາຍຮູບ; ການສ້າງໜ້າກະດານຂ່າວ ແລະ ອັບຂ່າວລົງເວັບໄຊ; ວິທີນໍາເອົາມະຕິຄໍາສັ່ງລົງໃນເວັບໄຊ; ການແຊຂ່າວຈາກເວັບໄຊລົງເຟັດບຸກ ແລະ ຂັ້ນຕອນການຄຸ້ມຄອງຢູເຊີ. ເຊິ່ງນັກສໍາມະນາກອນແຕ່ລະແຂວງກໍ່ໄດ້ເອົາໃຈໃສ່ຄົ້ນຄວ້າ ແລະ ປະຕິບັດຕົວຈິງໄປພ້ອມ. ນອກນັ້ນຍັງໄດ້ແລກປ່ຽນບົດຮຽນລະຫວ່າງຄູຝຶກ ແລະ ນັກສໍາມະນາກອນຢ່າງກົງໄປກົງມາ, ເຮັດໃຫ້ນັກສໍາມະນາກອນມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບເຕັກນິກການນໍາໃຊ້ເວັບໄຊຢ່າງຖືກຕ້ອງ ເພື່ອປັບປຸງວຽກງານຜ່ານສື່ເອເລັກໂຕຣນິກຫັນສູ່ຄຸນນະພາບໃໝ່ ແລະ ໃຫ້ສັງຄົມເຂົ້າເຖິງຂໍ້ມູນຂ່າວສານໄດ້ຢ່າງກວ້າງຂວາງ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ໃຫ້ມີຄວາມທັນສະໄໝ ແລະ ວ່ອງໄວ.

ໂດຍ: ສີຍອງ ພອນທະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa