ຊຽງຂວາງສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງແມ່ຍິງລາວຄົບຮອບ 70 ປີ

ຊຽງຂວາງສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງແມ່ຍິງລາວຄົບຮອບ 70 ປີ

      ວັນທີ 23 ກໍລະກົດ 2025 ສະຫະພັນແມ່ຍິງແຂວງຊຽງຂວາງ ໄດ້ຈັດຕັ້ງພິທີໂຮມຊຸມນຸມເພື່ອຮັບຊົມການຖ່າຍທອດສົດ ພິທີໂຮມຊຸມນຸມໃຫຍ່ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 70 ປີ ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ຈັດຂື້ນໂດຍສູນກາງສະຫະພັນແມ່ຍິງລາວ ຜ່ານການຖ່າຍທອດສົດທາງໂທລະພາບແຫ່ງຊາດລາວ. ເປັນກຽດເຂົ້າຮ່ວມຂອງທ່ານ ຈັດໄຄ ສຸທິຈັກ ກໍາມະການປະຈໍາພັກແຂວງ ປະທານກວດກາພັກ ປະທານອົງການກວດກາລັດແຂວງ, ມີທ່ານ ນາງ ສາຍພູເງິນ ອຸດົມສຸກ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ຄະນະປະທານຮາກຖານ, ໜ່ວຍສະຫະພັນແມ່ຍິງຕະຫຼອດຮອດສະມາຊິກແມ່ຍິງອ້ອມຂ້າງແຂວງເຂົ້າຮ່ວມ 92 ທ່ານ.

ໃນພິທີ ໄດ້ຮັບຊົມການຖ່າຍທອດສົດວີດີໂອມູນເຊື້ອສະຫະພັນແມ່ຍິງລາວ 70 ປີ, ການສະແດງສິລະປະ 5 ລາຍການຈາກສິລະປະກອງທັບ, ການກ່າວປາໄສຂອງທ່ານ ນາງ ອາລີ ວົງໜໍ່ບຸນຄໍາ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ແລະ ກ່າວສູນທອນພົດຕໍ່ພິທີໂຮມຊຸມນຸມໃຫຍ່ຂອງ ພະນະ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ທ່ານໄດ້ເນັ້ນໜັກໃຫ້ແມ່ຍິງລາວທົ່ວປະເທດວ່າ:

  1. ໃຫ້ເອື້ອຍນ້ອງແມ່ຍິງລາວສົ່ງເສີມການຮຽນຮູ້ຢ່າງບໍ່ຢຸດຢັ້ງມູນເຊື້ອຂອງແມ່ຍິງລາວເຮົາຖືເອົາ 5 ມູນເຊື້ອທີ່ເປັນຄຸນລັກສະນະດີງາມຂອງແມ່ຍິງລາວ, ຂະຫຍາຍໃຫ້ກ້ວາງ ແລະ ເຂົ້າສູ່ຊີວິດຕົວຈິງຂອງແຕ່ລະຄົນເຂົ້າໃນສັງຄົມ.
  2. ສັງຄົມເຮົາຖືກກະທົບຈາກພາຍນອກຢູ່ທຸກເວລາ ແລະ ຕໍ່ໄປນັບມື້ແຮງຂື້ນ ອັນໃດເປັນການກະທົບທາງບວກເຮົາຕ້ອງຮຽນຮູ້ນໍາໃຊ້, ແຕ່ອັນໃດເປັນການກະທົບທາງລົບແມ່ຍິງລາວຕ້ອງຕໍ່ສູ້, ຕ້ອງແກ້ໄຂ, ຕ້ອງສະກັດກັ້ນໄວ້ແຕ່ຫົວທີ ບໍ່ໃຫ້ມັນມາກໍ່ກວນແທງເລິກເຂົ້າໃນຈິດໃຈຂອງຄວາມເປັນແມ່ຍິງລາວໄດ້. ແມ່ຍິງລາວເຮົາເວົ້າລວມຍັງເປັນເພດທີ່ບໍລິສຸດຢູ່, ພວກເຮົາຕ້ອງປ້ອງກັນລູກຫຼານ, ປ້ອງກັນເພດຍິງ ແລະ ປ້ອງກັນສັງຄົມເຮົາໃຫ້ສ້າງຄວາມບໍລິສຸດທາງດ້ານຈິດໃຈ, ການດໍາລົງຊີວິດ, ການປະຕິບັດໜ້າທີ່ວຽກງານຂອງແຕ່ລະຄົນໂດຍສະເພາະ ແມ່ນແມ່ຍິງລາວຍຸກໃໝ່ຂອງພວກເຮົານັ້ນໃຫ້ກ້າວໜ້າກວ່າເກົ່າ.
  3. ຈໍາແນກໃຫ້ໄດ້ຄ່ານິຍົມທີ່ຜິດ ແລະ ຄ່ານິຍົມທີ່ຖືກຕ້ອງ, ບໍ່ຕົກເຂົ້າໃນກະແສແນວຄິດຂອງຄວາມງົມງວາຍມົວເມົານໍາຄ່ານິຍົມ ທີ່ຈະພາຕົນໄປສູ່ຄວາມລະເມີເຝີຝັນແບບລົມໆ ແລ້ງໆ ອັນທີ່ຈະເຮັດໃຫ້ບົດບາດຂອງແມ່ຍິງລາວເສື່ອມເສຍ.
  4. ຂໍໃຫ້ແມ່ຍິງເຮົາສືບຕໍ່ຮັບເອົາສິດໜ້າທີ່, ຮັບເອົາພາລະກິດອັນໃຫຍ່ຫຼວງທີ່ແມ່ຍິງລາວໄດ້ເຄີຍປາດຖະໜາມາໃນທຸກຍຸກທຸກສະໄໝນັ້ນ ມາບາດນີ້ເອື້ອຍນ້ອງແມ່ຍິງລາວເຮົາໄດ້ຮັບບັນດາຄວາມມຸ່ງຫັວງຄວາມຮຽກຮ້ອງມາໃຫ້ແກ່ຕົນແລ້ວ, ບັນດາຄວາມຮຽກຮ້ອງທີ່ຜ່ານມາພວກເຮົາໄຝ່ຝັນໄວ້, ກຽດສັກສີອັນສູງສົ່ງ, ສິດທິທີ່ຢາກໃຫ້ແມ່ຍິງເຮົາມີນັ້ນແມ່ນມັນຕົກຢູ່ກໍາມືຂອງບັນດາເອື້ອຍນ້ອງແມ່ຍິງທຸກຄົນຢູ່ໃນຊາດເຮົາແລ້ວ ພັກເຮົາໄດ້ນໍາມາໃຫ້ແລ້ວ. ໃຫ້ເອື້ອຍນ້ອງແມ່ຍິງທັງຫຼາຍຄຶດ ແລະ ນໍາໄປປະຕິບັດ ແລະ ນໍາໃຊ້ໃຫ້ຖືກຕ້ອງໃຫ້ເປັນປະໂຫຍດແກ່ແມ່ຍິງທັງປະເທດ, ເປັນປະໂຫຍດໃຫ້ຕົນເອງ ແລະ ການຮັກສາໄວ້ສູ່ຄວາມເປັນແມ່ ໃຫ້ເປັນແມ່ທີ່ໄດ້ຮັບຄວາມເຄົາລົບຮັກຂອງທຸກຄົນໃນສັງຄົມ.
  5. ຫັວງວ່າແມ່ຍິງລາວຄວນຮັກສາໄວ້ວັດທະນາທໍາເຄົານົບທໍານຽມ ແລະ ຄວາມງົດງາມອ່ອນໂຍນ, ສຸຂຸມຮອບຄອບ, ອ່ອນຫວານແຕ່ບໍ່ອ່ອນແອເດັດຂາດ.

ຂຽນໂດຍ: ບົວສີ ພັນທະສອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa