ຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມຂະບວນຄາລາວານທ່ອງທ່ຽວປ່າສະຫງວນແຫ່ງຊາດ ຍອດນໍ້າໂມ້, ພູສາມສຸມ

ຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມຂະບວນຄາລາວານທ່ອງທ່ຽວປ່າສະຫງວນແຫ່ງຊາດ ຍອດນໍ້າໂມ້, ພູສາມສຸມ

ວັນທີ 20-21 ພຶດສະພາ 2025 ທ່ານ ວັນນະສິນ ຜະລີຈັນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຮ່ວມກັບບັນດາພະແນກການ, ກົມກອງອ້ອມຂ້າງແຂວງ, ການນໍາສອງເມືອງຄື: ເມືອງຄູນ ແລະ ເມືອງໝອກ ໃນຂະບວນການຄາລະວາທ່ອງທ່ຽວປ່າສະຫງວນແຫ່ງຊາດຍອດນໍ້າໂມ້, ພູສາມສຸມ ເພື່ອຂໍ່ານັບຮັບຕ້ອນ ຊົມ ເຊີຍກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຕິດພັນກັບການສ້າງຂະບວນການຈັດຕັ້ງສະເຫຼີມສະຫຼອງ 3 ວັນປະຫວັດສາດ ປະຈໍາປີ 2025 ຄື: ວັນສ້າງພັກປະຊາຊົນປະຕິ ວັດລາວ ຄົບຮອບ 70 ປີ, ວັນສາຖາປານາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.

ໃນຂະບວນຄາລາວານຄັ້ງນີ້ແມ່ນຈັດຂຶ້ນໂດຍພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ ຮ່ວມກັບພະແນກກະສິກໍາ ແລະ ປ່າໄມ້ແຂວງ ເຊິ່ງຂະ ບວນຄາລາວານໄດ້ເລີ່ມເຄື່ອນຈາກຕົວເມືອງໂພນສະຫວັນໄປຜ່ານເມືອງຄູນແລ້ວໄດ້ໄປພັກຜ່ອນກິນເຂົ້າສາມັກຄີຢູ່ສະຖານທີ່ທ່ອງທ່ຽວລ່ອງເຮືອສາຍນໍ້າງານ ຈາກນັ້ນ ຂະບວນໄດ້ເຄື່ອນຕໍ່ໄປພັກຜ່ອນຊົມທີວທັດປ່າສະຫງວນພູສາມສຸມເຊິ່ງມີເນື້ອທີ່ທັງໝົດ 98 ພັນແຮັກຕາ ແລະ ໄດ້ຖືກຮັບຮອງເປັນປ່າສະຫງວນແຫ່ງ ຊາດໃນວັນທີ 15 ມີນາ 2022, ໄດ້ແວະຊົມທະເລໝອກຢູ່ບ້ານນໍ້າເກັງ ແລ້ວເຄື່ອນຕໍ່ໄປພັກຜ່ອນຢູ່ເມືອງໝອກ ໂດຍການຮັບຕ້ອນຂອງການນໍາເມືອງຢ່າງອົບອຸ່ນ ແລະ ມີຄວາມເບີກບານມ່ວນຊື່ນ. ນອກຈາກທີ່ໄດ້ທ່ຽວຊົມທີວທັດ ທໍາມະຊາດແລ້ວຍັງໄດ້ທ່ຽວຊົມສະຖານທີ່ປະຫວັດສາດຄື: ທ່ຽວຊົມຖໍ້າມັ້ງຢູ່ບ້ານຊຽງເໝັ້ນ ເຊິ່ງເປັນຖໍ້າປະຫວັດສາດໃນປາງສົງຄາມທີ່ປະຊາຊົນ ແລະ ກອງລໍາລຽງທະຫານຫວຽດນາມໄດ້ໄປລີ້ໄພຢູ່ໃນທີ່ຖໍ້າແຫ່ງນີ້ເພື່ອການຕໍ່ສູ້ປົດປ່ອຍປະເທດຊາດ.

ການເດີນຂະບວນຄາລາວານໃນຄັ້ງນີ້ ແມ່ນເພື່ອເປັນການສົົ່ງເສີມໃນດ້ານການທ່ອງທ່ຽວເປັນຕົ້ນແມ່ນທ່ຽວຊົມປ່າໄມ້ທີ່ສວຍສົດງົດງາມ, ບັນດາສາຍນໍ້າທີວທັດທໍາມະຊາດ ແລະ ອາກາດເຢັນສົດຊື່ນຕະຫຼອດປີຂອງປະເທດລາວ ເວົ້າລວມເວົ້າສະເພາະກໍແມ່ນແຂວງຊຽງຂວາງຂອງພວກເຮົາ. ພ້ອມກັນນີ້ທັງເປັນການໂຄສະນາປຸກລະດົມເຊີນຊວນ ເພື່ອດຶງດູດບັນດານັກລົງທືນທີ່ຢາກຈະມາລົງທືນຢູ່ໃນຂະແໜງການທ່ອງທ່ຽວ ແລະ ເຊີນຊວນບັນດານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເພື່ອມາພັກຜ່ອນທ່ຽວຊົມທີວທັດທໍາມະຊາດທີ່ສວຍງາມຢູ່ໃນແຂວງຊຽງຂວາງໃຫ້ຫຼາຍຂຶ້ນເລື້ອຍໆ.

 ( ຂ່າວ: ນູຢ່າງ ຢົງມາ )

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa