ຄະນະໂຄສະນາອົບຮົມແຂວງລົງເຮັດວຽກຮ່ວມກັບບ້ານແຮກສຽ່ວຫໍສິມ-ຖໍ້າພຸກເມືອງຜາໄຊ

ຄະນະໂຄສະນາອົບຮົມແຂວງລົງເຮັດວຽກຮ່ວມກັບບ້ານແຮກສຽ່ວຫໍສິມ-ຖໍ້າພຸກເມືອງຜາໄຊ

ວັນທີ 5 ມີນາ 2026 ຢູ່ບ້ານຫໍສິມ-ຖໍ້າພຸກ ເມືອງຜາໄຊ ໄດ້ເປີດກອງປະຊຸມພົບປະແລກປຽ່ນບົດຮຽນລະຫວ່າງຄະນະໂຄສະນາອົບຮົມແຂວງ ແລະ ບ້ານຫໍສິມ-ຖໍ້າພຸກຂື້ນ ໂດຍເຂົ້າຮ່ວມຂອງທ່ານ ນາງ ພວງພະຈັນ ມູນທະວົງ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ມີບັນດາຫົວໜ້າຂະແໜງ, ພະນັກງານຄະນະໂຄສະນາອົບຮົມແຂວງ, ເມືອງ ແລະ ເລຂາຄະນະພັກບ້ານເຂົ້າຮ່ວມ.

ໃນທີປະຊຸມ ທ່ານ ນາງ ພວງພະຈັນ ມູນທະວົງ ໄດ້ກ່າວຈຸດປະສົງໃນການລົງມາພົບປະໃນຄັ້ງນີ້ກໍ່ເພື່ອເປັນການຊີ້ນໍາ-ນໍາພາວຽກງານສາມສ້າງໃຫ້ແກ່ບ້ານເຊິ່ງເປັນບ້ານແຮກສ່ຽວຂອງຄະນະໂຄສະນາອົບຮົມແຂວງ. ເຊິ່ງໄດ້ຮັບຟັງການລາຍງານສະພາບຂອງບ້ານໂດຍຫຍໍ້ຈາກ ທ່ານ ດ່າທໍ່ ເລຂາພັກບ້ານໃຫ້ຮູ້ວ່າ ບ້ານຫໍສິມ-ຖໍ້າພຸກມີທັງໝົດ 80 ຫຼັງຄາເຮືອນ, ມີ 2 ຄຸ້ມ 6 ໜ່ວຍ, ມີ 80 ຄອບຄົວ, ຈໍານວນພົນທັງໝົດ 459 ຄົນ ຍິງ 217 ຄົນ. ໄລຍະຜ່ານມາຄະນະບ້ານໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການສຶກສາອົບຮົມການເມືອງ-ແນວຄິດ, ເຜີຍແຜ່ເອກະສານຕ່າງໆທີ່ຂັ້ນເທິງວາງອອກຢ່າງເປັນປົກກະຕິ. ກອງປະຊຸມໄດ້ມີການຖາມເຈາະຈີ້ມໃນການຂະຫຍາຍມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກ ແລະ ວຽກງານຮອບດ້ານຂອງບ້ານພ້ອມທັງໄດ້ຮັບການຊີ້ແຈງຢ່າງກົງໄປກົງມາເພື່ອພ້ອມກັນປັບປຸງແກ້ໄຂໃຫ້ດີຂື້ນໃນຕໍ່ໜ້າ ແລະ ຍັງໄດ້ສ້າງແຜນການດໍາເນີນງານໃຫ້ບ້ານໂດຍມີການກວດກາຕິດຕາມ, ກວດກາເປັນແຕ່ລະໄລຍະເພື່ອເຮັດໃຫ້ແຜນພັດທະນາເສດຖະກິດ-ສັງຄົມສໍາເລັດຕາມຄາດໝາຍທີ່ວາງໄວ້. ມອບໃຫ້ຄະນະໂຄສະນາອົບຮົມເມືອງເປັນເຈົ້າການໃນການຊີ້ນໍາ-ນໍາພາ, ໃກ້ສິດຕິດແທດເປັນຂົວຕໍ່ລະຫວ່າງຄະນະໂຄສະນາອົບຮົມແຂວງ ແລະ ບ້ານເພື່ອເຮັດໃຫ້ແຜນດໍາເນີນງານສໍາເລັດຕາມຄາດໝາຍ.

ໃນໂອກາດທີ່ມາແລກປຽ່ນບົດຮຽນຄັ້ງນີ້ຄະນະໂຄສະນາອົບຮົມແຂວງໄດ້ນໍາເອົາເຄື່ອງຈໍານວນໜຶ່ງມາມອບໃຫ້ແກ່ບ້ານລວມມີ ຊຸດກິລາ 93 ຊຸດ, ເກີບ 72 ຄູ່, ຖົງນັກຮຽນ 46 ໜ່ວຍ, ໝວກ 12 ໜ່ວຍ, ອຸປະກອນການຮຽນ 1 ແກັດ ແລະ ປື້ມຂຽນ 157 ຫົວ ລວມເປັນມູນຄ່າທັງໝົດ 67.225.000 ກີບ.

ຂຽນໂດຍ: ສອນໄຊ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa