ຄະນະໂຄສະນາອົບຮົມແຂວງຊຽງຂວາງ ແລະ ແຂວງຫົວພັນ ພົບປະແລກປ່ຽນບົດຮຽນ ປະຈໍາປີ 2026
ເພື່ອຍົກສູງຄຸນນະພາບການເຄື່ອນໄຫວວຽກງານຂອງຄະນະໂຄສະນາອົບຮົມ ແລະ ເປັນການຮັດແໜ້ນຄວາມສາມັກຄີຮັກແພງ ລະຫວ່າງ ຄະນະໂຄສະນາອົບຮົມແຂວງຊຽງຂວາງ ແລະ ຄະນະໂຄສະນາອົບຮົມແຂວງຫົວພັນ ເຊິ່ງໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນວຽກງານຮອບດ້ານຮ່ວມກັນຂຶ້ນ ໃນຕອນເຊົ້າວັນທີ 22 ມັງກອນ 2026 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງຫົວພັນ. ແຂວງຫົວພັນ ນຳໂດຍ ທ່ານ ເພັດ ມະນີພອນ, ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ ແລະ ແຂວງຊຽງຂວາງ ນຳໂດຍ ທ່ານ ວັນນະສີນ ຜະລີຈັນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຊຽງຂວາງ, ພ້ອມດ້ວຍພະນັກງານ-ລັດຖະກອນທັງສອງແຂວງເຂົ້າຮ່ວມ.
ໃນກອງປະຊຸມ, ທັງສອງຝ່າຍໄດ້ຜັດປ່ຽນກັນລາຍງານສະພາບການເຄື່ອນໄຫວວຽກງານທີ່ພົ້ນເດັ່ນໃນໄລຍະຜ່ານມາ, ໂດຍສະເພາະແມ່ນວຽກງານໂຄສະນາ-ປາຖະກະຖາ, ວຽກອົບຮົມ, ວຽກງານສັງລວມຂໍ້ມູນ-ຂ່າວສານ ແລະ ວຽກງານສື່ມວນຊົນ, ພ້ອມທັງລາຍງານສະພາບຈຸດພິເສດລວມຂອງແຂວງ, ສະພາບກົງຈັກການຈັດຕັ້ງຂອງຄະນະໂຄສະນາອົບຮົມ ແລະ ຜົນສໍາເລັດໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ, ຂອງອົງຄະນະພັກແຂວງ ແລະ ການເຄື່ອນໄຫວໂຄສະນາເຜີຍແຜ່ມະຕິແນວທາງນະໂຍບາຍຂອງພັກໃຫ້ແກ່ປະຊາຊົນບັນ
ດາເຜົ່າ, ການປັບປຸງຮູບແບບການໂຄສະນາຜ່ານສື່ສັງຄົມອອນລາຍ ເພື່ອໃຫ້ເຂົ້າເຖິງກຸ່ມເປົ້າໝາຍຢ່າງໄວວາ, ກ້ວາງຂວາງ ແລະ ມີປະສິດທິຜົນສູງ. ການຖອດຖອນບົດຮຽນໃນການຕິດ ຕາມ ແລະ ເກັບກໍາຫາງສຽງສຽງສັງຄົມ ແລະ ການຕອບໂຕ້ສື່ສັງຄົມອອນລາຍທີ່ບໍ່ຖືກຕ້ອງ ທີ່ອາດສົ່ງຜົນກະທົບຕໍ່ຄວາມສະຫງົບຂອງສັງຄົມ; ນອກຈາກນັ້ນ, ທັງສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບການຮ່ວມມືໃນຕໍ່ໜ້າ ເພື່ອຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມ ແລະ ມີຄວາມຊຳນານທາງດ້ານວິຊາສະເພາະໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ.
ໂອກາດດັ່ງກ່າວ, ຄະນະຜູ້ແທນຈາກແຂວງຊຽງຂວາງ ຍັງໄດ້ໄປຢ້ຽມຊົມສະຖານທີ່ທ່ອງທ່ຽວທາງປະຫວັດສາດ ແລະ ເຂດທີ່ໝັ້ນຂອງການປະຕິວັດທີ່ສຳຄັນຢູ່ແຂວງຫົວພັນ, ເພື່ອຮຽນຮູ້ກ່ຽວກັບມູນເຊື້ອການຕໍ່ສູ້ອັນພິລະອາດຫານ ຂອງບັນພະບຸລຸດຂອງຊາດລາວ, ເປັນຕົ້ນແມ່ນທ່ຽວຊົມຖໍ້າ ທ່ານ ໄກສອນ ພົມວິຫານ, ຖໍ້າທ່ານ ສຸພານຸວົງ, ຖໍ້າຊ້າງລອດ, ຈຸດຊົມວິວຜານາງມ້ອນ ແລະ ຊົມສວນຊາກຸລະມິດຕະພາບ-ລາວຢີ່ປຸ່ນ, ເມືອງວຽງໄຊ ແຂວງຫົວພັນ.

ໂດຍ: ສີຍອງ ພອນທະຈັນ