ຄະນະໂຄສະນາອົບຮົມແຂວງຊຽງຂວາງເຊື່ອມຊືມບັນດາມະຕິຕ່າງໆຂອງພັກ

ຄະນະໂຄສະນາອົບຮົມແຂວງຊຽງຂວາງເຊື່ອມຊືມບັນດາມະຕິຕ່າງໆຂອງພັກ

ຕອນເຊົ້າຂອງວັນທີ 26 ສິງຫາ 2024 ຄະນະໂຄສະນາອົບຮົມແຂວງໄດ້ຈັດຕັ້ງເຜີຍແຜ່, ເຊື່ອມຊືມເອກະສານທີ່ສໍາຄັນຂອງສູນກາງພັກ, ໂດຍປະຕິບັດຕາມຄໍາແນະນໍາ ເລກທີ 05/ຄປພຂ, ລົງວັນທີ 22 ສິງຫາ 2024 ກ່ຽວກັບການຈັດຕັ້ງເຊື່ອມຊືມ ແລະ ຜັນຂະຫຍາຍບັນດາມະຕິຂອງພັກ-ລັດ, ເປັນປະທານໂດຍ ສະ ຫາຍ ກີ່ງແກ້ວ ແສງມະນີວົງ ຮອງເລຂາໜ່ວຍພັກ ຫົວໜ້າຂະແໜງ ສັງລວມ ແລະ ຂໍ້ມູນຂ່າວສານ, ມີສະຫາຍ ວັນນະສິນ ຜະລິຈັນ ຄະນະໜ່ວຍພັກ ຄະນະໂຄ ສະນາອົບຮົມແຂວງ, ສະຫາຍ ຈັນທະບຸນ ແພງສົມພູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍສະມາຊິກພັກ ແລະ ພະນັກງານຄະນະໂຄສະນາອົບ ຮົມແຂວງເຂົ້າຮ່ວມຮັບຟັງທັງໝົດ 19 ສະຫາຍ ຍິງ 7 ສະຫາຍ.

ໃນພິທີເຊື່ອມຊືມ ສະຫາຍ ກິ່ງແກ້ວ ແສງມະນີວົງ ຮອງເລຂາໜ່ວຍພັກໄດ້ຜ່ານ ມະຕິຂອງລັດຖະບານ ສະບັບເລກທີ 08/ລບ, ລົງວັນທີ 20 ກໍລະກົດ 2024 ແລະ ບົດໂອ້ລົມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດຕໍ່ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປະຈໍາປີ 2024. ໃນນັ້ນສະຫາຍ ວັນນະສິນ ຜະລິຈັນ ຄະນະໜ່ວຍພັກໄດ້ ຜ່ານມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດ ເອກະລາດເປັນດຈົ້າຕົນເອງໃນໄລຍະໃໝ່ ແລະ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI ແລະ ສະຫາຍ ຈັນທະບູນ ແພງສົມພູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຜ່ານຄໍາສັ່ງແນະນໍາຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 182/ຄລສພ, ລົງວັນທີ 12 ກໍລະກົດ 2024 ວ່າດ້ວຍການຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກກ່ຽວກັບການກະກຽມ ແລະ ສະເຫຼີມສະຫຼອງ 3 ວັນປະຫວັດສາດ ແລະ ຄໍາແນະນໍາຂອງຄະນະໂຄສະນາອົບຮົມສູນກາງພັັກ ສະບັບເລກທີ 700/ຄອສພ, ລົງວັນທີ 10 ພຶດສະພາ 2024 ກ່ຽວກັບການເຊື່ອມຊືມ ແລະ ຜັນຂະຫຍາຍມະຕິວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ເຊິ່ງດໍາເນີນການເຊື່ອມຊືມເປັນເວລາ 1 ຕອນ.

ຂຽນໂດຍ: ບົວສີ ພັນທະສອນ

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa