ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ລົງເຄື່ອນໄຫວເຮັດວຽກ ຢູ່ແຂວງຊຽງຂວາງ

ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ລົງເຄື່ອນໄຫວເຮັດວຽກ ຢູ່ແຂວງຊຽງຂວາງ

ໃນລະຫວ່າງວັນທີ 15-16 ສິງຫາ 2024 ທ່ານ ອານົງສັກ ອິນທະວົງ ຄະນະພັກ, ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ວັນນະສິນ ຜະລີຈັນ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບ ຮົມແຂວງຊຽງຂວາງ ພ້ອມດ້ວຍທີມງານ ໄດ້ລົງເຄື່ອນໄຫວເກັບກໍາຂໍ້ມູນ, ສໍາພາດການນໍາຂອງແຂວງ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ ແລະ 3 ເມືອງ (ເມືອງ​ຄຳ, ເມືອງ​ແປກ, ເມືອງ​ຄູນ) ຢູ່ແຂວງຊຽງຂວາງ.

ຈຸດປະສົງຂອງການລົງເຄື່ອນໄຫວວຽກງານໃນຄັ້ງນີ້ ແມ່ນເກັບກໍາຂໍ້ມູນການຜັນຂະຫຍາຍແນວທາງນະໂຍ ບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງ ຄົມຂອງລັດ ໂດຍສະເພາະແມ່ນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ກໍ່ຄືມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງ.

      ການລົງເຄື່ອນໄຫວເຮັດວຽກຄັ້ງນີ້ໄດ້ເຂົ້າຮ່ວມເຮັດວຽກ ແລະ ສໍາພາດການນໍາຂອງແຂວງ ກ່ຽວກັບຜົນສໍາເລັດອັນພົ້ນເດັ່ນ ທີ່ແຂວງຍາດມາໄດໃນໄລຍະເຄິ່ງສະໄໝຜ່ານມາ, ບັນຫາທີ່ຈະຕ້ອງສຸມໃສ່ແກ້ໄຂໃນໄລຍະທ້າຍສະໄໝ ແລະ ການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຢູ່ພາຍໃນແຂວງ​ຊຽງ​ຂວາງ, ພ້ອມທັງເກັບກໍາຕີລາຄາສະພາບແນວຄິດຂອງສະມາຊິກພັກ, ພະນັກງານ ແລະ ປະຊາຊົນ ພາຍໃນແຂວງ ໃນເງື່ອນໄຂທີ່ປະເທດພວກເຮົາພົບຄວາມຫຍຸ້ງຍາກ

ທາງດ້ານເສດຖະກິດ, ອັດຕາເງິນເຟີ້, ຄ່າຄອງຊີບສູງ ແລະ ວິທີແກ້ໄຂໃນຕໍ່ໜ້າ. ພ້ອມນັ້ນໄດ້ເຂົ້່າຮ່ວມເຮັດວຽກສໍາພາດຫົວໜ້າຄະນະໂຄສະນາອົບຮົມແຂວງ ຕໍ່ຜົນງານການເຄື່ອນໄຫວວຽກງານໂຄສະນາອົບຮົມແຂວງຊຽງຂວາງ ໃນໄລຍະ 6 ເດືອນຜ່ານມາ ມີອັນພົ້ນເດັ່ນ, ຂໍ້ສະດວກ-ຫຍຸ້ງຍາກ ແລະ ທັດສະນະຄວນສ້າງ

ການຫັນປ່ຽນຂອງວຽກງານໂຄສະນາອົບຮົມໃນຕໍ່ໜ້າ. ຈາກນັ້ນ ໄດ້ເຂົ້າຮ່ວມເຮັດວຽກສໍາພາດການນໍາຂອງເມືອງ ໃນການນໍາພາ-ຊີ້ນໍາຂອງອົງຄະນະພັກເມືອງ ຕໍ່ວຽກງານການພັດທະນາຂອງເມືອງຜ່ານໄລຍະທ້າຍສະໄໝ, ຕີລາຄາສະພາບແນວຄິດຂອງສະມາຊິກພັກ, ພະນັກງານ, ປະຊາຊົນ ພາຍໃນເມືອງ ຕໍ່ບົດບາດການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ ມີອັນພົ້ນເດັ່ນ, ບັນຫາຫຍຸ້ງຍາກ, ບັນຫາກະທົບຕໍ່ແນວຄິດ ແລະ ສິ່ງທ້າທາຍ ທີ່ຈະຕ້ອງໄດ້ສຸມໃສ່ແກ້ໄຂໃນຕໍ່ໜ້າ.

                                                                                                  ຂຽນໂດຍ: ສາຍທອງ

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa