ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງ

ກອງປະຊຸມໃຫຍ່ໜ່ວຍພັກຄະນະໂຄສະນາອົບຮົມແຂວງ ໄດ້ເປີດຂື້ນໃນວັນທີ 08 ສິງຫາ 2024 ໂດຍເປັນປະທານຂອງສະຫາຍ ນາງ ພວງພະຈັນ ມູນທະວົງ ກໍາມະການພັກແຂວງ ເລຂາໜ່ວຍພັກຄະນະໂຄສະນາອົບຮົມແຂວງ, ມີສະຫາຍ ໜໍບີ ຫາຕົງປາວ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ສະຫາຍ ຄໍາໄຊ ບຸນເພັດ ຄະນະພັກ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ບັນດາສະຫາຍຄະນະໜ່ວຍພັກສໍານັກງານອົງການອ້ອມຂ້າງແຂວງ, ຄະນະພັກບ້ານຫໍສິມ-ຖໍ້າຜຸກ ແລະ ສະມາຊິກພັກສົມບູນເຂົ້າຮ່ວມທັງໝົດ 32 ສະຫາຍ ຍິງ 10 ສະຫາຍ.

ໃນກອງປະຊຸມສະຫາຍ ນາງ ພວງພະຈັນ ກໍາມະການພັກແຂວງ ເລຂາໜ່ວຍພັກຄະນະໂຄສະນາອົບຮົມແຂວງ ໄດ້ກ່າວເປີດກອງປະຊຸມໜ່ວຍພັກຄະນະໂຄ ສະນາອົບຮົມແຂວງຂື້ນຢ່າງເປັນທາງການ ຈາກນັ້ນ ສະຫາຍ ກິ່ງແກ້ວ ແສງມະນີວົງ ຮອງເລຂາໜ່ວຍພັກ ໄດ້ຂື້ນຜ່ານລາຍງານການເມືອງໃນການເຄື່ອນໄຫວ

             ວຽກງານຮອບດ້ານໃນໄລຍະ 5 ປີ 2019-2024 ແລະ ທິດທາງລວມ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມ 5 ປີ ຕໍ່ໜ້າໄລຍະ 2024-2029 ແລະ ສະຫາຍ ນາງ ພວງພະຈັນ ມູນທະວົງ ກໍ່ໄດ້ຜ່ານບົດສໍາຫຼວດການນໍາພາຂອງພາຂອງພັກ, ໃນກອງປະຊຸມບັນດາສະຫາຍຜູ້ແທນໄດ້ເປັນເອກະສັນຮັບຮອງເອົາລາຍງານການເມືອງ ແລະ ບົດສໍາຫຼວດການນໍາພາຂອງຄະນະພັກຫຼັງຈາກນັ້ນກໍ່ໄດ້ ດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະພັກຊຸດໃໝ່, ໂດຍມີຜູ້ສະໝັກເລືອກຕັ້ງຈໍ່ານວນ 5 ສະຫາຍ ແລະ ຄັດເລືອກເອົາ 3 ສະຫາຍເປັນຄະນະໜ່ວຍພັກ, ໂດຍຜ່ານຈາກຜົນຂອງການປ່ອນບັດເລືອກຕັ້ງ ແລະ ໃນກອງປະຊຸມຄັ້ງປະຖົມມະລຶກໄດ້ຮັບ ຮອງເອົາ 3 ສະຫາຍ

ຄື: ສະຫາຍ ນາງ ພວງພະຈັນ ມູນທະວົງ ກໍາມະການພັກແຂວງ ເປັນເລຂາໜ່ວຍພັກຊຸດໃໝ່, ສະຫາຍ ກິ່ງແກ້ວ ແສງມະນີວົງ ເປັນຮອງເລຂາໜ່ວຍພັກ ທັງເປັນຜູ້ກວດກາພັກ, ສະຫາຍ ວັນນະສິນ ຜະລິຈັນ ເປັນຄະນະໜ່ວຍພັກ.

ຕອນທ້າຍຂອງກອງປະຊຸມໄດ້ຟັງການໂອ້ລົມຂອງສະຫາຍ ໜໍບີ ຫາຕົງປາວ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດຂັ້ນແຂວງ ສະຫາຍຍັງໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດທີ່ໜ່ວຍພັກຍາດມາໄດ້ໃນໄລຍະປ່ານມາ, ພ້ອມດຽວກັນນັ້ນກໍ່ຍັງໄດ້ຕີລາຄາເຖິງບັນຫາທີ່ຍັງຄົງຄ້າງພ້ອມທັງມີທິດທາງໃນການປັບປຸງໂດຍໄດ້ເນັ້ນໃຫ້ສະຫາຍຄະນະພັກ, ສະມາຊິກພັກທຸກສະຫາຍເອົາໃຈໃສ່ເພີ່ມທະວີການຄົ້ນຄວ້າບັນດາມະຕິ, ແນວທາງນະໂຍບາຍຂອງພັກ, ຖືສໍາຄັນຕໍ່ວຽກ ງານສຶກສາອົບຮົມການເມືອງ-ແນວຄິດ, ເສີມຂະຫຍາຍຄວາມສາມັກຄີເປັນປຶກແຜ່ນເປັນເອກະພາບກັບແນວທາງຂອງພັກ, ປັບປຸງແບບແຜນການນໍາພາຂອງຄະນະພັກ ຕາມຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບຢ່າງຈະແຈ້ງ, ເປັນແບບຢ່າງນໍາໜ້າໃນການກໍ່ສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ນໍາພາເຮັດວຽກງານໂຄສະນາຂົນຂວາຍ, ພື້ນຖານຕ້ອງກໍາແໜ້ນລະບຽບກົດໝາຍ, ຕິດພັນກັບພຶດຕິກຳຕົວຈິງ ແລະ ສອດ ຄ່ອງກັບຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ, ຂອງແຂວງ, ເມືອງໃຫ້ມີຜົນສໍາ ເລັດຕາມລະດັບຄາດໝາຍ,ເອົາໃຈໃສ່ຍົກລະດັບວິ ຊາສະເພາະຂອງພະນັກງານທີ່ເປັນເສນາທິການ ຮັບຜິດຊອບເຮັດວຽກງານໂຄສະນາ ຢູ່ແຂວງ, ເມືອງໃຫ້ມີຄວາມຮູ້, ຄວາມສາມາດ ແລະ ມີຄວາມຊຽ່ວຊານສາ ມາດປຸກລະດົມຊວນເຊື່ອ, ຮູ້ສຶກສາອົບຮົມແນວທາງ ຂອງພັກໃຫ້ທຸກຄົນຢູ່ໃນສັງຄົມ, ເພື່ອການມີສ່ວນຮ່ວມໃນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ຂອງແຕ່ລະອົງການຈັດຕັ້ງນັບທັງພາກລັດ ແລະ ເອກະຊົນຢ່າງເປັນຂະບວນຟົດຟື້ນ.

ຂຽນໂດຍ: ນາງ ບົວສີ ພັນທະສອນ

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa