ກອງປະຊຸມໃຫຍ່ໜ່ວຍພັກຄະນະໂຄສະນາອົບຮົມເມືອງຄໍາ ຄັ້ງທີ II

ກອງປະຊຸມໃຫຍ່ໜ່ວຍພັກຄະນະໂຄສະນາອົບຮົມເມືອງຄໍາ ຄັ້ງທີ II

ໃນວັນທີ 30 ກໍລະກົດ 2024 ໜ່ວຍພັກຄະນະໂຄສະນາອົບຮົມເມືອງຄຳ ໄດ້ເປີດກອງປະຊຸມໃຫ່ຍ ຄັ້ງທີ II ຂອງຕົນຂຶ້ນຢ່າງເປັນທາງການ ຢູ່ຫ້ອງປະຊຸມຫ້ອງວ່າການເມືອງຄຳ. ເປັນກຽດເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ມີສະຫາຍ ຄຳຟອງ ໄຊຍະແສງ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດຂັ້ນເມືອງ, ສະຫາຍ ວັນນະສິນ ຜະລີຈັນ ຄະນະພັກຄະນະໂຄສະນາອົບຮົມແຂວງ, ມີຄະນະປັບປຸງໜ່ວຍພັກຂັ້ນເມືອງ ແລະ ສະມາຊິກພັກ ຄະນະໂຄສະນາອົບ ຮົມເມືອງຄຳ ເຂົ້າຮ່ວມຈຳນວນ 09 ສະຫາຍ, ຍິງ 05 ສະຫາຍ.

ໃນພິທີດັ່ງກ່າວ ສະຫາຍ ນາງ ທັນດາ ມີລະບູນ ກຳມະການພັກເມືອງ, ເລຂາໜ່ວຍພັກຄະນະໂຄສະນາອົບຮົມເມືອງຄຳ ໄດ້ຜ່ານຮ່າງບົດລາຍງານການເມືອງ ໃນໄລຍະປີ 5 ປີຜ່ານມາ(2019-2024) ເຊິ່ງຍົກໃຫ້ເຫັນຜົນງານການຊີ້ນຳ-ນຳພາ ຂອງຄະນະພັກ ເປັນຕົ້ນແມ່ນ ການເຜີຍແຜ່ເຊື່ອມຊືມແນວທາງຂອງພັກ , ມະຕິ, ຄໍາສັ່ງ, ກົດໝາຍຂອງລັດ ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ເປັນປົກກະຕິ. ໄດ້ຈັດຕັ້ງເຜີຍແຜ່ ແລະ ເຊື່ອມຊືມ ມະຕິກອງປະຊຸມໃຫ່ຍຄັ້ງທີ XI ຂອງສູນກາງພັກ, ຄັ້ງທີ VIII ຂອງອົງຄະນະພັກແຂວງ, ຄັ້ງທີ X ຂອງອົງຄະນະພັກເມືອງຄໍາ, ມະຕິ ເລກທີ 01/ ກມສພ, ລົງວັນທີ 03 ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ເອກະສານອື່ນໆ. ນອກນັ້ນ ຍັງໄດ້ເອົາໃຈໃສ່ທາງດ້ານ ວຽກງານໂຄສະນາ-ປາ ຖະກະຖາ ມູນເຊື້ອວັນສຳຄັນຂອງພັກ, ຂອງຊາດ, ຂອງທ່ານຜູ້ນຳທັງພາຍໃນ ແລະ ຕ່າງປະເທດ, ວຽກງານອົບຮົມ ໄດ້ຈັດພິທີ ເຜີຍແຜ່ເຊື່ອມຊຶມມະຕິກອງປະ ຊຸມໃຫຍ່ ຂອງສູນກາງພັກ, ຂອງອົງຄະນະພັກແຂວງ ແລະ ເມືອງ, ໄດ້ເປີດຊຸດຝຶກອົບຮົມທິດສະດີການເມືອງ ລະບົບ 10 ວັນ ໃຫ້ແກ່ເລຂາພັກບ້ານ ນາຍບ້ານ ແລະ ອົງການຊ່ວຍວຽກຂອງບ້ານ, ເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ, ຝຶກອົບຮົມເຈົ້າກົກ, ເຈົ້າເຫຼົ່າ, ຫົວໜ້າຊິ່ງຊາວ.  ວຽກງານບໍລິຫານ ໄດ້ເປັນເສນາທິການໃຫ້ ຫົວໜ້າ, ຄະນະ ແລະ ວຽກງານປິ່ນອ້ອມຕ່າງໆ, ສັງລວມຊີວະປະຫວັດພະ ນັກງານ-ລັດຖະກອນ, ວຽກ ງານຄົ້ນຄວ້າສັງລວມ-ຫາງສຽງສັງຄົມ ໄດ້ເປັນເຈົ້າການຕິດຕາມສະພາບການ, ກະແສແນວຄິດ-ຫາງສຽງສັງຄົມ ຢູ່ບັນດາຫ້ອງການ ແລະ ຮາກຖານບ້ານ ທີ່ມີຫາງສຽງບໍ່ດີເກີດຂຶ້ນມາສັງລວມ, ຄົ້ນຄວ້າ, ໄຈແຍກ ແລະ ລາຍງາຍໃຫ້ຄະນະປະຈໍາພັກເມືອງ ເພື່ອຂໍທິດຊີ້ນໍາຫາວິທີທາງ ແລະ ຕອບຕ້ານການໂຄສະນາໃສ່ຮ້າຍປ້າຍສີ, ຖັບຖົມໂຈມຕີ ຂອງພວກຄົນບໍ່ດີ ຕໍ່ແນວທາງນໍາພາຂອງພັກ-ລັດ. ການຊີ້ນຳ-ນໍາພາ ວຽກງານອົງການຈັດຕັ້ງມະຫາຊົນ ໜ່ວຍຊາວໜຸ່ມ ໄດ້ຮັບໃບຢັ້ງຢືນຂໍ້ແຂ່ງຂັນ 04 ບຸກ 5 ປີຊ້ອນ, ໜວ່ຍສະຫະພັນແມ່ຍິງ ໄດ້ຮັບໃບຢັ້ງຢືນ 3 ດີ 5 ປີຊ້ອນ, ໜ່ວຍສະຫະພັນກໍາມະບານ ໄດ້ຮັບໃບຢັ້ງຢືນ 5 ເປັນເຈົ້າ 5 ປີຊ້ອນ ແລະ ໜ່ວຍພັກຄະນະໂຄສະນາອົບຮົມເມືອງຄຳ ສາມາດຍາດໄດ້ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ 5 ປີຊ້ອນ. ກອງປະຊຸມຂອງໜ່ວຍພັກໄດ້ເລືອກເອົາ ສະຫາຍ ນາງ ທັນດາ ມີລະບູນ ເປັນເລຂາໜ່ວຍພັກ, ສະຫາຍ ຊາຍຄໍາ ທໍາມະວົງ ເປັນຮອງເລຂາ ແລະ ສະຫາຍ ນາງ ກຸ້ຍ ພີມມະສັກ ເປັນຄະນະ.

ໃນຕອນທ້າຍກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍ ວັນນະສິນ ຜະລິຈັນ ຄະນະໜ່ວຍພັກຄະນະໂຄສະນາອົບຮົມແຂວງ ເຊິ່ງທ່ານໄດ້ຍ້ອງຍໍຊົມ ເຊີຍຕໍ່ຜົນງານທີ່ ຄະນະໂຄສະນາອົບຮົມເມືອງຄຳ ຍາດມາໄດ້ໃນໄລຍະຜ່ານມາ ພ້ອມນັ້ນຍັງຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ ຈົ່ງເອົາໃຈໃສ່ໃນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ລັດຖະກອນທີຢູ່ໃນຄວາມຮັບຜິດຊອບຂອງຕົນ. ເອົາໃຈໃສ່ຄົ້ນຄວ້າ, ຊອກຮູ້ຮ່ຳຮຽນບັນດານິຕິກຳ, ຂອງພັກ, ຂອງລັດໃຫ້ຫລາຍກວ່າເກົ່າ ເພີ່ມທະວີໃນການປະຕິບັດໜ້າທີວຽກງານວິຊາສະເພາະໃຫ້ວ່ອງໄວຂຶ້ນຕື່ມອີກ.

ຂຽນໂດຍ: ສີພອນ ພານຸວົງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa