ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງແປກ ສະໄໝທີ X
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງແປກ ສະໄໝທີ X ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 12 ກຸມພາ 2025 (ດໍາເນີນເປັນເວລາ 2 ວັນ) ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການເມືອງແປກ ແຂວງຊຽງຂວາງ ໂດຍການ ເປັນປະທານຂອງສະຫາຍ ຄໍາກ້ອນ ອົ້ວນວນສາ ຮັກສາການເລຂາຄະນະບໍລິຫານງານພັກເມືອງ, ຮັກສາການເຈົ້າເມືອງ-ເມືອງແປກ, ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ບຸນຈັນ ສີວົງພັນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ-ແຂວງຊຽງຂວາງ, ມີສະຫາຍ ວິໄລວັນ ບຸດດາຄໍາ ກໍາມະການສໍາຮອງສູນກາງພັກ, ຮອງປະທານຄະນະກວດກາສູນກາງພັກ, ມີຜູ້ແທນສົມບູນເຂົ້່າຮ່ວມທັງໝົດ 207 ສະຫາຍ, ຍິງ 7 ສະຫາຍ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ 4.307 ສະຫາຍ ແລະ ແຂກຖືກເຊີນ 103 ສະຫາຍ.
ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ແລະ ຮັບຮອງເອົາເນື້ອໃນລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2020-2024) ແລະ ທິດທາງແຜນການ 2025-2029 ແລະ ບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກເມືອງ ສະໄໝທີ IX ໂດຍໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດໃນການຈັດຕັ້ງປະຕິ ບັດຕະຫຼອດໄລຍະ 5 ປີຜ່ານມາ ເປັນຕົ້ນແມ່ນການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ, ມະຕິ, ຄໍາສັ່ງ, ນິຕິກໍາທີ່ສໍາຄັນຂອງພັກ-ລັດ ຢ່າງທົ່ວເຖິງ, ເອົາໃຈໃສ່ໃນການນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IX ອົງຄະນະພັກເມືອງແປກ ເຮັດໃຫ້ມີຜົນສໍາເລັດຫຼາຍດ້ານຕົ້ນຕໍແມ່ນສາມາດຮັກສາສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສາມັກຄີເປັນປຶກແຜ່ນ, ເສດຖະກິດມີການຂະຫຍາຍ ຕົວຕໍ່ເນື່ອງ. ເມືອງແປກ ປະກອບມີ 5 ກຸ່ມບ້ານ, ມີ 3 ຈຸດເທດສະບານ, ມີ 101 ບ້ານ, ມີພົນລະເມືອງ 93.614 ຄົນ, ຍິງ 46.674 ຄົນ ໃນນັ້ນ: ເຜົ່າລາວ ກວມ 53,40 %, ເຜົ່າມົ້ງ ກວມ 43,88%, ເຜົ່າກຶມມຸ ກວມ 2,18 %, ເຜົ່າອື່ນໆ ແລະ ຄົນຕ່າງປະເທດ ກວມ 0,54 %. ໃນໄລຍະ 5 ປີຜ່ານມາ ເສດຖະກິດຂອງເມືອງ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍ 6% ຕໍ່ປີ, ທຽບໃສ່ແຜນການ 5 ປີ ຫຼຸດລົງ 1%, ລວມຍອດລາຍຮັບຂອງເມືອງບັນລຸໄດ້ 3.002 ຕື້ກີບ, ສະເລ່ຍລາຍຮັບໃສ່ພົນລະເມືອງບັນລຸ 32.070.963 ກີບ/ຄົນ/ປີ ຫຼື ເທົ່າກັບ 1.455 ໂດລາ/ຄົນ/ປີ, ຊີວິດການເປັນຢູ່ຂອງປະຊາ ຊົນໄດ້ຮັບການປັບປຸງ, ພັດທະນາດີຂຶ້ນ, ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມເຂົ້າສູ່ລະບຽບ-ກົດໝາຍເທື່ອລະກ້າວ. ສໍາລັບຄາດໝາຍ, ທິດທາງແຕ່ປີ 2025-2029 ສູ້ຊົນເຮັດໃຫ້ເສດຖະກິດຂອງເມືອງຂະຫຍາຍຕົວໃນລະດັບ 6,5 % ຕໍ່ປີ, ລວມຍອດລາຍຮັບ 5 ປີ ໃຫ້ບັນລຸ 4.485 ຕື້ກີບ, ສະເລ່ຍລາຍຮັບຕໍ່ຫົວຄົນໃຫ້ໄດ້ 43 ລ້ານກວ່າກີບຕໍ່ຄົນຕໍ່ປີ ຫຼື ເທົ່າກັບ 1.957 ໂດ ລາ/ຄົນ/ປີ. ພ້ອມນັ້ນ ກອງປະຊຸມ ຍັງໄດ້ຮັບຟັງການລາຍງານບົດຕົວແບບຫັດຖະກໍາປຸງແຕ່ງສະຕິກກິວາຍເຂົ້າໄກ່ນ້ອຍ, ການລ້ຽງປາ, ການຜະລິດເສັ້ນເຝີ ເປັນສິນຄ້າຂອງປະຊາຊົນ ແລະ ການກໍ່ສ້າງພະນັກງານສືບທອດປ່ຽນແທນ ຂອງຄະນະຈັດຕັ້ງເມືອງ ເຮັດໃຫ້ກອງປະຊຸມມີບັນຍາດກາດຟົດຟື້ນດີ.
ຈາກນັ້ນ, ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງແປກ ສະໄໝທີ X ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກໍານົດໄວ້, ເຊິ່ງຄັດເລືອກເອົາຄະນະບໍລິຫານງານພັກເມືອງ ສະໄໝທີ X ຈໍານວນ 25 ສະຫາຍ, ຍິງ 5 ສະຫາຍ, ຄັດເລືອກເອົາຜູ້ແທນສົມບູນ ຈໍານວນ 20 ສະຫາຍ, ຍິງ 5 ສະຫາຍ ແລະ ຜູ້ແທນສໍາຮອງ ຈໍານວນ 4 ສະຫາຍ, ຍິງ 0 ສະຫາຍ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ IX.
ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກເມືອງແປກ ສະໄໝທີ X ໄດ້ເປັນເອກະສັນຢ່າງສົມບູນເລືອກຕັ້ງເອົາຄະນະປະຈໍາພັກເມືອງ 7 ສະຫາຍ, ຍິງ 1 ສະຫາຍ, ໂດຍເລືອກເອົາສະຫາຍ ຄໍາກ້ອນ ອົ້ວນວນສາ ເປັນເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ໄກສອນ ສໍປະເສີດ ແລະ ສະຫາຍ ບົວລອຍ ຈັນທະວົງ ເປັນຮອງເລຂາຄະນະບໍລິ ຫານງານພັກເມືອງ, ເລືອກເອົາສະຫາຍ ໄກສອນ ສໍປະເສີດ ເປັນປະທານຄະນະກວດກາພັກເມືອງ, ສະຫາຍ ນາງ ເພັດສະໝອນ ໄຊຍະວົງ ແລະ ສະຫາຍ ສິດທິພອນ ປັດທະວົງ ເປັນຮອງປະທານຄະນະກວດກາພັກເມືອງ.
ຕ້ອນທ້າຍກອງປະຊຸມໃຫຍ່ໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ບຸນຈັນ ສີວົງພັນ ກໍາມະການສູນກາງພັກ, ເລຂາຄະ ນະບໍລິຫານງານພັກແຂວງ, ເຈົ້າແຂວງຊຽງຂວາງ ເຊິ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ ສະໄໝທີ IX ທີ່ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາສະມາຊິກພັກ, ພະນັກງານ-ລັດຖະກອນ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປະຊາຊົນບັນດາເຜົ່າ ປະຕິບັດໜ້າທີ່ການເມືອງຂອງຕົນ ຍາດໄດ້ຜົນສໍາເລັດຫຼາຍດ້ານ. ພ້ອມນັ້ນ ຍັງໄດ້ສະແດງຄວາມເປັນຮ່ວງເປັນໄຍຕໍ່ດ້ານອ່ອນ, ຂໍ້ຄົງຄ້າງ ເຊິ່ງໄດ້ຮຽກຮ້ອງໃຫ້ຄະນະບໍລິຫານງານພັກເມືອງຊຸດໃໝ່ ຈົ່ງພ້ອມກັນເອົາໃຈໃສ່ສືບຕໍ່ປັບປຸງ, ແກ້ໄຂໃນຕໍ່ໜ້າ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄະນະບໍລິຫານງານພັກເມືອງແປກ ສະໄໝທີ X ໃຫ້ປະກົດຜົນເປັນຈິງ.
ໂດຍ: ສາຍທອງ ວື່ໄຊຫວັງ