ກອງປະຊຸມສ່ອງແສງລາຍງານຫາງສຽງສັງຄົມປະຈໍາເດືອນ 8/2024

ກອງປະຊຸມສ່ອງແສງລາຍງານຫາງສຽງສັງຄົມປະຈໍາເດືອນ 8/2024

                ວັນທີ 15 ສິງຫາ 2024 ຄະນະເກັບກໍາຫາງສຽງສັງຄົມແຂວງຊຽງຂວາງ ໄດ້ເປີດກອງປະຊຸມສ່ອງແສງລາຍງານສະພາບແນວຄິດ-ຫາງສຽງສັງຄົມ ປະຈໍາເດືອນ ສິງຫາ 2024 ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ຈັນໄຄ ສຸທິຈັກ ຄະນະປະຈໍາພັກແຂວງ ປະທານກວດກາພັກ, ອົງການກວດກາລັດແຂວງ ມີທ່ານ ຈັນທະບູນ ແພງສົມພູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະກຳມະການເກັບກໍາຫາງສຽງສັງຄົມຂັ້ນແຂວງ ແລະ ພະນັກງານຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ  ທ່ານ 18 ທ່ານ; ຍິງ 6 ທ່ານ.

        ໃນກອງປະຊຸມ ທ່ານ ຈັນທະບູນ ແພງສົມພູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂຶ້ນຜ່ານບົດລາຍງານສະພາບແນວຄິດ-ຫາງສຽງສັງຄົມປະຈໍາເດືອນສິງຫາ ແລະ ຜ່ານທິດທາງແຜນການໃນການຈັດຕັ້ງເຄື່ອນໄຫວວຽກງານໃນເດືອນ ກັນຍາ 2024 ທ່ານໄດ້ຍົກໃຫ້ເຫັນດ້ານດີທີ່ສ່ອງແສງເຖິງບົດບາດການຊີ້ນໍາ-ນໍາພາຂອງຄະນະພັກ, ຄະນະນໍາທຸກຂັ້ນໄດ້ສຸມໃສ່ເຮັດວຽກງານໂຄສະນາ​ສຶກສາ​ອົບຮົມ​ການ​ເມືອງ-​ແນວ​ຄິດ ໃຫ້ພະ​ນັກ​ງານ-ລັດ​ຖະ​ກອນ ແລະ ປະຊາຊົນບັນດາເຜົ່າຢ່າງຕໍ່ເນື່ອງ, ພ້ອມທັງໄດ້ນໍາພາຈັດຕັ້ງເຜີຍແຜ່ເຊື່ອມຊຶມຜັນຂະຫຍາຍມະຕິ,​ ຄໍາສັ່ງ, ແຈ້ງການ ແລະ ນິຕິກໍາຕ່າງໆ ຂອງພັກ-ລັດ, ລວມທັງການໂຄສະນາປາຖະກະຖາວັນສໍາຄັນຂອງພັກ, ຂອງຊາດຢ່າງເປັນຂະບວນຟົດຟື້ນ; ຄຽງຄູ່ກັບດ້ານດີນັ້ນ ທ່ານຍັງໄດ້ຍົກໃຫ້ເຫັນຫາງສຽງສັງຄົມກ່ຽວກັບປະກົດການຫຍໍ້ທໍ້ໃນສັງຄົມທີ່ຈະຕ້ອງເອົາໃຈໃສ່ສືບຕໍ່ແກ້ໄຂ ໂດຍສະເພາະແມ່ນການສ້ອມແປງທາງ, ການປົກປັກຮັກສາສິ່ງແວດລ້ອມ, ການອະນາໄມຕົວເມືອງ, ການຄຸ້ມຄອງສັດລ້ຽງຢູ່ຕາມຕົວເມືອງ, ບັນຫາການຖິ້ມຂີ້ເຫຍື້ອຊະຊາຍຢູ່ແຫ່ງຕ່າງໆ, ບັນຫາຢາເສບຕິດ, ການຄຸ້ມຄອງຮ້ານອາຫານ-ຮ້ານບັນເທິງ  ແລະ ການຖືເບົາຕໍ່ການປະຕິບັດກົດໝາຍຕ່າງໆ ທີ່ພາໃຫ້ເກີດມີປະກົດການຫຍໍ້ທໍ້ຢູ່ໃນສັງຄົມ ຈາກນັ້ນ, ບັນດາທ່ານຄະນະກຳມະການເກັບກຳຫາງສຽງສັງຄົມ ຍັງໄດ້ປະກອບຄໍາຄິດເຫັນຕໍ່ຫາງສຽງສັງຄົມດ້ານຫຍໍ້ທໍ້ມາຄົ້ນຄວ້າ, ວິເຄາະ, ວິໃຈ ເພື່ອຊອກຫາວິທີແກ້ໄຂໃຫ້ທັນເວລາ.

ໃນຕອນທ້າຍ ທ່ານ ຈັນໄຄ ສຸທິຈັກ ປະທານກອງປະຊຸມ ໄດ້ມີຄໍາເຫັນຊີ້ນໍາຕໍ່ກອງປະຊຸມ ທ່ານໄດ້ຮຽກຮ້ອງມາຍັງບັນດາທ່ານຄະນະເກັບກໍາຫາງສຽງສັງຄົມຂັ້ນແຂວງ ແລະ ເມືອງ, ໃຫ້ສືບຕໍ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຕາມແນວທາງຂອງພັກ, ໃຫ້ຖືເອົາວຽກງານຕິດຕາມເກັບກໍາຫາງສຽງສັງຄົມ ແລະ ເປັນເຈົ້າການໃນການແກ້ໄຂໃຫ້ທັນເວລາ, ໃຫ້ຖືເປັນວຽກງານທີ່ສໍາຄັນຂອງພັກ, ຖ້າຫາກວ່າມີຫາງສຽງເກີດຂຶ້ນຢູ່ຂົງເຂດໃດ, ກ່ຽວຂ້ອງກັບພະແນກການໃດ, ແມ່ນມອບໃຫ້ຄະນະພັກຢູ່ຂົງເຂດນັ້ນເປັນເຈົ້າການຕິດຕາມກວດກາແກ້ໄຂໃຫ້ຖືກຕ້ອງຕາມແນວທາງຂອງພັກ ແລະ ຖືກຕ້ອງຕາມກົດໝາຍ ພ້ອມທັງສືບຕໍ່ເຮັດວຽກງານໂຄສະນາສຶກສາອົບຮົມທາງດ້ານການເມືອງແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າໃນທົ່ວແຂວງ.

 ໂດຍ: ສີຍອງ ພອນທະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa