ກອງປະຊຸມສ່ອງແສງລາຍງານຫາງສຽງສັງຄົມປະຈໍາເດືອນ 5 ປີ 2024

ກອງປະຊຸມສ່ອງແສງລາຍງານຫາງສຽງສັງຄົມປະຈໍາເດືອນ 5/2024.

ວັນທີ 15 ພຶດສະພາ 2024 ຄະນະເກັບກໍາຫາງສຽງສັງຄົມແຂວງຊຽງຂວາງ ໄດ້ເປີດກອງປະຊຸມສ່ອງແສງລາຍງານສະພາບແນວຄິດ-ຫາງສຽງສັງຄົມ ປະຈໍາເດືອນ ພຶດສະພາ 2024 ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ໜໍບີ ຫາຕົ່ງປາວ ຮອງເລຂາຄະນະບໍລິຫານງານພັກແຂວງ (ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ) ມີທ່ານ ນາງ ພວງພະຈັນ ມູນທະວົງ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະກຳມະການເກັບກໍາຫາງສຽງສັງຄົມຂັ້ນແຂວງ ແລະ ພະນັກງານຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 24 ທ່ານ; ຍິງ 10  ທ່ານ.

  

ໃນກອງປະຊຸມ ທ່ານ ນາງ ພວງພະຈັນ ມູນທະວົງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂຶ້ນຜ່ານບົດລາຍງານສະພາບແນວຄິດ-ຫາງສຽງສັງຄົມປະຈໍາເດືອນພຶດສະພາ ແລະ ຜ່ານທິດທາງແຜນການໃນການຈັດຕັ້ງເຄື່ອນໄຫວວຽກງານໃນເດືອນມິຖຸນາ 2024 ທ່ານໄດ້ຍົກໃຫ້ເຫັນດ້ານດີທີ່ສ່ອງແສງເຖິງບົດບາດການຊີ້ນໍາ-ນໍາພາຂອງຄະນະພັກ, ຄະນະນໍາທຸກຂັ້ນໄດ້ສຸມໃສ່ເຮັດວຽກງານໂຄສະນາ​ສຶກສາ​ອົບຮົມ​ການ​ເມືອງ-​ແນວ​ຄິດ ໃຫ້ພະ​ນັກ​ງານ-ລັດ​ຖະ​ກອນ ແລະ ປະຊາຊົນບັນດາເຜົ່າຢ່າງຕໍ່ເນື່ອງ, ພ້ອມທັງໄດ້ນໍາພາຈັດຕັ້ງເຜີຍແຜ່ເຊື່ອມຊຶມຜັນຂະຫຍາຍມະຕິ,​ ຄໍາສັ່ງ, ແຈ້ງການ ແລະ ນິຕິກໍາຕ່າງໆ ຂອງພັກ-ລັດ, ຕົ້ນຕໍແມ່ນການໂຄສະນາປາຖະກະຖາວັນກໍາມະກອນສາກົນ ຄົບຮອບ 75 ປີຢ່າງເປັນຂະບວນຟົດຟື້ນ; ຄຽງຄູ່ກັບດ້ານດີນັ້ນ ທ່ານຍັງໄດ້ຍົກໃຫ້ເຫັນຫາງສຽງສັງຄົມກ່ຽວກັບປະກົດການຫຍໍ້ທໍ້ໃນສັງຄົມທີ່ຈະຕ້ອງເອົາໃຈໃສ່ສືບຕໍ່ແກ້ໄຂ ໂດຍສະເພາະແມ່ນການສ້ອມແປງທາງ, ການປົກປັກຮັກສາສິ່ງແວດລ້ອມ, ການອະນາໄມຕົວເມືອງ, ບັນຫາການຖິ້ມຂີ້ເຫຍື້ອຊະຊາຍຢູ່ແຫ່ງຕ່າງໆ ການແກ້ບັນຫາຄົນເລລ່ອນ, ບັນຫາຢາເສບຕິດ  ແລະ ການຖືເບົາຕໍ່ການປະຕິບັດກົດໝາຍຕ່າງໆ ທີ່ພາໃຫ້ເກີດມີປະກົດການຫຍໍ້ທໍ້ຢູ່ໃນສັງຄົມ ຈາກນັ້ນ, ບັນດາທ່ານຄະນະກຳມະການເກັບກຳຫາງສຽງສັງຄົມຍັງໄດ້ປະກອບຄໍາຄິດເຫັນນໍາເອົາບັນດາຫາງສຽງສັງຄົມມາຄົ້ນຄວ້າ, ວິເຄາະ, ວິໃຈ ເພື່ອຊອກຫາວິທີແກ້ໄຂໃຫ້ທັນເວລາ.

ໃນຕອນທ້າຍ ທ່ານ ໜໍບີ ຫາຕົ່ງປາວ ປະທານກອງປະຊຸມ ໄດ້ມີຄໍາເຫັນຊີ້ນໍາຕໍ່ກອງປະຊຸມ ທ່ານໄດ້ຮຽກຮ້ອງມາຍັງບັນດາທ່ານຄະນະເກັບກໍາຫາງສຽງສັງຄົມຂັ້ນແຂວງ ແລະ ເມືອງ, ໃຫ້ສືບຕໍ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຕາມແນວທາງຂອງພັກ, ໃຫ້ຖືເອົາວຽກງານຕິດຕາມ ແລະ ເກັບກໍາຫາງສຽງສັງຄົມເປັນວຽກງານທີ່ສໍາຄັນຂອງພັກ ແລະ ເຮັດວຽກງານໂຄສະນາສຶກສາອົບຮົມທາງດ້ານການເມືອງແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າໃນທົ່ວແຂວງ.

ໂດຍ: ສີຍອງ ພອນທະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa