ກອງປະຊຸມສະໃໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງຊຽງຂວາງຊຸດທີ IV

ກອງປະຊຸມສະໃໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງຊຽງຂວາງຊຸດທີ IV

ກອງປະຊຸມສະໃໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງຊຽງຂວາງຊຸດທີ 4 ໄດ້ໄຂຂື້ນຢ່າງເປັນທາງການ ໃນວັນທີ່ 24 ພະຈິກ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງໂດຍພາຍໃຕ້ການເປັນປະທານ ແລະ ກ່າວເປີດກອງປະຊຸມຂອງທ່ານ ບຸນໂຮມ ເທດທານີ ປະທານສະພາປະຊາຊົນແຂວງຊຽງຂວາງ ໂດຍການເຂົ້າຮ່ວມຂອງ ທ່ານ ບົວເງິນ ຫຸມໄຊຍະພົມ  ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆຊຽງຂວາງ ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ່ 9, ມີສະມາຊິກສະພາປະຊາຊົນແຂວງ, ອາດີດການນໍາຂອງແຂວງ ພະນັກງານຫຼັກແຫຼ່ງຂອງແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.

     ກອງປະຊຸມສະໃໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງຊຽງຂວາງຊຸດທີ 4 ນີ້ເປັນກອງປະຊຸມທີ່ຈະໄດ້ຮັບຮອງຫຼາຍບັນຫາສໍາຄັນຂອງແຂວງເປັນຕົ້ນພິຈາລະນາ, ຮັບຮອງ ບົດລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະ 9 ເດືອນຕົ້ນປີ ແລະ ຄາດໝາຍສູ້ຊົນ 3 ເດືອນທ້າຍປີ 2025 ຂອງແຂວງ, ພິຈາລະນາ, ຮັບຮອງເອົາ ບົດລາຍ ງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃນໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການຕໍ່ໜ້າ, ພິ ຈາລະນາ, ຮັບຮອງເອົາ ບົດລາຍງານ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບ ການແກ້ໄຂຢາເສບຕິດ ໃນໄລຍະ ປີ 2025 ແລະ ທິດທາງແຜນການຕໍ່ໜ້າ, ພິຈາລະນາ, ຮັບຮອງເອົາບົດລາຍງານ ຜົນການກວດສອບກ່ຽວກັບບົດສະຫຼຸບ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2024, ບົດລາຍງານການເຄື່ອນໄຫວວຽກງານປີ 2025 ແລະ ແຜນວຽກຈຸດສຸມປີ 2026 ຂອງອົງການກວດສອບພາກເໜືອ1, ພິຈາລະນາ, ຮັບຮອງເອົາ ບົດລາຍງານ ການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2025 ແລະ ທິດທາງແຜນການ ປີ 2026 ຂອງອົງການ ກວດກາລັດແຂວງ; ພິຈາລະນາ, ຮັບຮອງເອົາຂໍ້ຕົກລົງ ວ່າດ້ວຍການສົ່ງເສີມການບໍລິຈາກເລືອດ ແລະ ກອງທຶນເລືອດ ຂອງອົງການກາແດງແຂວງ; ພິຈາລະນາ, ຮັບຮອງ ເອົາບົດລາຍ ງານ ການເຄື່ອນໄຫວວຽກງານຂອງອົງການໄອຍະການ ປະຊາຊົນແຂວງ ປະຈຳປີ 2025 ແລະ ແຜນການ ປະຈຳປີ 2026; ພິຈາລະນາ, ຮັບຮອງເອົາ ບົດລາຍງານ ການເຄື່ອນໄຫວວຽກງານ ຂອງສານປະຊາຊົນ ແຂວງປະຈຳປີ 2025 ແລະ ແຜນການປະຈໍາປີ 2026; ພິຈາລະນາ, ຮັບຮອງ ເອົາບົດສະຫຼຸບ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈຳປີ 2025 ແລະ ວຽກຈຸດສຸມ ແຕ່ນີ້ຮອດກອງປະຊຸມ ຄັ້ງປະຖົມມະລຶກ ຂອງສະພາປະຊາຊົນແຂວງ ຊຸດທີ V ແລະ ຮ່າງທິດທາງແຜນການ 5 ປີ (2025-2030) ຂອງສະພາປະຊາຊົນແຂວງ;  ພິຈາລະນາ, ຮັບຮອງເອົາການສະເໜີ ແຕ່ງຕັ້ງປະທານຄະນະກຳມະການປົກຄອງແຂວງ; ພິຈາລະນາ, ຮັບຮອງເອົາກົງຈັກການຈັດຕັ້ງຂອງຄະນະກຳມະການປົກຄອງແຂວງ: ພິຈາ ລະນາ, ຮັບຮອງເອົາການແຕ່ງຕັ້ງຮອງປະທານຄະນະກຳມະການປົກຄອງແຂວງ ແລະ ກຳມະການຄະນະກຳມະການປົກຄອງແຂວງ, ອົງການລັດທຽບເທົ່າຂັ້ນແຂວງ;  ພິຈາລະນາ ຮັບຮອງເອົາ ຈໍານວນຕາແສງ ແລະ ຊື່ເອີ້ນບັນດາຕາແສງ ຂອງແຂວງຊຽງຂວາງ. ພ້ອມນັ້ນ ກອງປະຊຸມ ຍັງຈະໄດ້ຮັບຟັງ ບົດປະກອບຄໍາເຫັນຂອງຄະນະປະຈຳສະພາຊາຊົນແຂວງ ຕໍ່ບົດລາຍງານທີ່ໄດ້ກ່າວມາຂ້າງເທິງນັ້ນ, ຮັບຟັງບົດປະກອບຄໍາເຫັນຂອງແນວລາວສ້າງຊາດແຂວງ, ການປະກອບຄໍາເຫັນຂອງສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ ແລະ ສະພາໄດ້ມີຄຳເຫັນເຈາະຈີ້ມ. ຮັບຟັງການອະທິບາຍຊີ້ແຈງ ຈາກພາກສ່ວນຕ່າງໆ ທີ່ສະມາຊິກສະພາໄດ້ມີຄໍາເຫັນເຈາະຈີ້ມ, ປະທານກອງປະຊຸມຍັງໄດ້ຮຽກຮ້ອງມາຍັງຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຈົ່ງໄດ້ເຊີດຊູຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ແລະ ເອົາໃຈໃສ່ຄົ້ນຄ້ວາ, ປະກອບຄໍາຄິດເຫັນຢ່າງຖີ່ຖ້ວນ, ສ້າງສັນ ແລະ ພາວະວິໄສ ເພື່ອເຮັດໃຫ້ບັນດາເນື້ອໃນ ທີ່ນໍາມາພິຈາລະນາໃນກອງປະຊຸມໃນຄັ້ງນີ້ ບັນລຸຜົນສໍາເລັດຕາມຄາດໝາຍ ແລະ ສາມາດນໍາໄປຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ, ກອງປະຊຸມຄັ້ງນີ້ຈະໄດ້ດໍາເນີນເປັນເວລາ 3 ວັນ ແຕ່ວັນທີ 24-26 ພະຈິກ 2025 ຈຶ່ງຈະອັດລົງ.

ຂຽນໂດຍ: ສີຍອງ ພອນທະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa