ກອງປະຊຸມວຽກງານໂຄສະນາອົບຮົມ
ແລະ ປະກາດອົງການຈັດຕັ້ງມະຫາຊົນຂອງຄະນະໂຄສະນາອົບຮົມແຂວງ
ວັນທີ 6 ຕຸລາ 2025 ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ໄດ້ຈັດກອງປະຊຸມວຽກງານໂຄສະນາອົບຮົມ ແລະ ປະກາດອົງການຈັດຕັ້ງມະຫາຊົນຂອງຄະນະໂຄສະນາອົບຮົມແຂວງ ພາຍໃຕ້ການເປັນປະທານຂອງທ່ານ ນາງ ພວງພະຈັນ ມູນທະວົງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຮອງຫົວໜ້າຄະນະ, ຫົວໜ້າ-ຮອງຫົວໜ້າຂະແໜງ, ພ້ອມດ້ວຍພະນັກງານຄະນະໂຄສະນາອົບຮົມ ເຂົ້າຮ່ວມ.
ໃນພິທີ ທ່ານ ວັນນະສິນ ຜະລີຈັນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂຶ້ນຜ່ານບົດບັນທຶກກອງປະຊຸມຄະນະຂະແໜງສື່ມວນຊົນ ທີ່ຂຶ້ນກັບຄະນະໂຄສະນາອົບຮົມແຂວງ ຈາກນັ້ນ, ທ່ານ ກິ່ງແກ້ວ ແສງມະນີວົງ ຮອງເລຂາໜ່ວຍພັກ, ຫົວໜ້າຂະແໜງສັງລວມຂໍ້ມູນ-ຂ່າວສານ ໄດ້ຂຶ້ນຜ່ານການປັບປຸງໜ່ວຍອົງການຈັດຕັ້ງມະຫາຊົນ ທີ່ໄດ້ໂຮມວຽກສື່ມວນຊົນມາຂຶ້ນກັບຄະນະໂຄສະນາອົບຮົມແຂວງຄື: ຂໍ້ຕົກລົງຂອງສະຫະພັນກໍາມະບານແຂວງ ສະບັບເລກທີ 53/ສກຂ, ລົງວັນທີ 14 ສິງຫາ 2025 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຄະນະປະທານກໍາມະບານຮາກຖານ ຄະນະໂຄສະນາອົບຮົມແຂວງ; ຂໍ້ຕົກລົງຂອງຄະນະບໍລິຫານງານຊາວໜຸ່ມແຂວງ ສະບັບເລກທີ 359/ຄຊປປລຂ, ລົງວັນທີ 6 ສິງຫາ 2025 ວ່າດ້ວຍການແຕ່ງຕັ້ງໜ່ວຍຮາກຖານຊາວໜຸ່ມ ຄະນະໂຄສະນາອົບຮົມແຂວງ ແລະ ບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາ ແລະ ປະທານກວດກາ, ຮອງປະທານກວດກາ ແລະ ຂໍ້ຕົກຂອງສະຫະພັນແມ່ຍິງແຂວງ ສະບັບເລກທີ 1107/ສຍຂ, ລົງວັນທີ 7 ສິງຫາ 2025 ວ່າດ້ວຍການບົ່ງຕົວ, ແຕ່ງຕັ້ງປະທານ, ຮອງປະທານ ໜ່ວຍສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມແຂວງ. ໃນກອງປະຊຸມໄດ້ພ້ອມກັນປະກອບຄໍາເຫັນ, ຄົ້ນຄວ້າວິທີການເຄື່ອນໄຫວວຽກງານຂອງຄະນະໂຄສະນາອົບຮົມ ຕົ້ນຕໍແມ່ນການເຄື່ອນໄຫວເກັບກໍາຂ່າວ, ການອອກຂ່າວຜ່ານສື່ຕ່າງໆ ໜ້າທີ່ຄວາມຮັບຜິດຊອບຂອງພະນັກງານແຕ່ລະທ່ານ, ລວມທັງໄດ້ຄົ້ນຄວ້າການປັບປຸງສະຖານທີ່ເຮັດວຽກ, ບ່ອນປະຈໍາການ ແລະ ຫ້ອງເຮັດວຽກຂອງແຕ່ລະຂະແໜງ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານວິຊາສະເພາະໄດ້ດີຂຶ້ນກວ່າເກົ່າ.
ຕອນທ້າຍ ທ່ານ ນາງ ພວງພະຈັນ ມູນທະວົງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ມີຄໍາເຫັນຊີ້ນໍາໃຫ້ແຕ່ຂະແໜງຕິດຕາມກວດກາຄືນຕາມວຽກທີ່ຕົນເອງຮັບຜິດຊອບ, ໂດຍສະເພາະແມ່ນບັນນາທິການໜັງສືພີມ, ການກວດຂ່າວ, ແກ້ຂ່າວໃຫ້ຖືກຕ້ອງຕາມຫຼັກການໃນການຂຽນຂ່າວ-ອອກຂ່າວ, ພະນັກງານທຸກທ່ານຕ້ອງມີຄວາມອຸ່ນອຽນທຸ່ນທຽ່ງ ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານ, ເປັນເສນາທິການໃຫ້ແກ່ຄະນະພັກ, ຄະນະນໍາຂອງແຂວງ ພ້ອມທັງຍົກລະດັບຄວາມຮູ້ຄວາມສາມາດຂອງໜ້າທີ່ວຽກງານ ແລະ ສືບຕໍ່ສ້າງຟີມມູນເຊື້ອຍຂອງແຂວງຊຽງຂວາງ ໃຫ້ສໍາເລັດໃນປີ 2026, ພ້ອມກຽມຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ ແລະ ກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງພັກຂອງຊາດ.
ໂດຍ: ສີຍອງ ພອນທະຈັນ