ແຂວງຊຽງຂວາງ ປາຖະກະຖາ ວັນສະຖາປານາ ສປປລາວ
ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ
ວັນທີ 27 ພະຈິກ 2025 ຢູ່ທີ່ສະໂມສອນຂອງ ປກສ ແຂວງຊຽງຂວາງ (ນໍ້າກຶນ) ໄດ້ຈັດພິທີປາຖະກະຖາ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (2 ທັນວາ 1975 – 2 ທັນວາ 2025) ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ໂດຍການໃຫ້ກຽດ ປາຖະກະຖາ ຂອງທ່ານ ສົມສະຫວາດ ເລັງສະຫວັດ ອາດີດກໍາມະການກົມການເມືອງສູນກາງພັກ, ອາດິດຮອງນາຍົກລັດຖະມົນຕີ ຂອງ ສປປລາວ, ເຂົ້າຮ່ວມມີທ່ານ ບົວເງິນ ຫຸມໄຊຍະພົມ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ, ມີບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ອາດີດການນໍາຂອງແຂວງ, ການນໍາຂອງບັນດາເມືອງ, ຫົວໜ້າ-ຮອງຫົວໜ້າບັນດາພະແນກການອ້ອມຂ້າງແຂວງ, ກອງບັນຊາ ການປ້ອງກັນຊາດ, ກອງບັນຊາການປ້ອງກັນຄວາມສະຫງົບ, ລັດວິສາຫະກິດ, ນັກທຸລະກິດ, ອົງການປົກຄອງບ້ານເທດສະບານໂພນສະຫວັນ ແລະ ພະນັກງານລັດຖະກອນບັນດາພະແນກການກົມກອງອ້ອມຂ້າງແຂວງເຂົ້າຮ່ວມ.
ໃນພິທີ ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ ໄດ້ມີຄໍາເຫັນກ່າວຕ້ອນຮັບ ແລະ ລາຍງານແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໂດຍຫຍໍ້; ຈາກນັ້ນ, ທ່ານ ສົມສະຫວາດ ເລັງສະຫວັດ ໄດ້ໃຫ້ກຽດປາຖະກະຖາ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ວັນເກີດປະທານ ໄກສອນ ພົມວິ ຫານ ເຊິ່ງທ່ານໄດ້ຍົກໃຫ້ເຫັນສະພາບການຂອງລາວກ່ອນໄດ້ໄຊຊະນະຢ່າງສົມບູນຂອງການປະຕິວັດຊາດ ປະຊາທິປະໄຕ ເປັນຕົ້ນແມ່ນການຕໍ່ສູ້ຂອງປະຊາຊົນລາວຕ້ານຈັກກະພັດຝຮັ່ງ ຈົນເຖິງເຊັນສັນຍາເຊີແນວ ໃນປີ 1954 ແລະ ຈັກກະພັດອາເມລິກາໄດ້ເຂົ້າມາຮຸກຮານລາວ ໄດ້ກົດຂີ່ຂູດຮີດປະຊາຊົນລາວຢ່າງໂຫດຮ້າຍປ່າເຖື່ອນທີ່ສຸດ ການຕໍ່ສູ້ຂອງປະຊາຊົນລາວແມ່ນໄດ້ປະເຊີນກັບສັດຕູຢ່າງໜັກໜ່ວງທີ່ສຸດ, ແຕ່ປະຊາຊົນລາວບັນດາເຜົ່າບໍ່ໄດ້ທໍ້ຖອຍ ແລະ ບໍ່ຍອມຈໍານົນສັດຕູ, ຕໍ່ສູ້ຢ່າງພິລະອາດຫານ, ເດັດຂາດມີໄຊ ຜ່ານຂະບວນການຕໍ່ສູ້ອັນຍືດເຍືອນຍາວນານ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ເຊິ່ງໄດ້ມີຫຼາຍເຫດການທີ່ສໍາຄັນທີ່ມະຫັດສະຈັນ, ທີ່ຈາລຶກໄວ້ໃນປະຫວັດສາດຂອງຊາດລາວ ໂດຍສະເພາະແມ່ນການຜ່ານວົງປິດລ້ອມຂອງສັດຕູກອງພັນທີ່ສອງ ຢູ່ທົ່ງໄຫຫີນຊຽງຂວາງ, ຜູ້ນໍາແນວລາວຮັກຊາດໂຕນອອກຈາກຄຸກໂພນເຄັງກັບຄືນຖານທີ່ໝັ້ນການປະຕິວັດ, ການຍຶດອໍານາດການປົກຄອງດ້ວຍສາມບາດຄ້ອນຍຸດທະສາດ ແບບບົວບໍ່ຊໍ້ານໍ້າບໍ່ຂຸ່ນ ແຕ່ຈັບປາໄດ້ທັງໝົດ ແລະ ເຫດການອື່ນໆ ໃນທີ່ສຸດກໍກ້າວໄປເຖິງໄຊຊະນະຢ່າງສົມບູນ ແລະ ສະຖາປານາ ສາທາລະນະລັດ ປະຊາທິປະໄຕ 
ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ທ່ານຍັງໄດ້ຍົກໃຫ້ເຫັນຜົນງານພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ 50 ປີຜ່ານມາ, ເພື່ອເສີມຂະຫຍາຍມູນເຊື້ອວັນຊາດທີ 2 ທັນວາ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໂດຍສຸມໃສ່ປະຕິບັດສອງໜ້າທີ່ຍຸດທະສາດຄືປົກປັກຮັກສາ ແລະ ພັດທະນາປະເທດຊາດ ຈາກນັ້ນ, ທ່ານຍັງໄດ້ໃຫ້ກຽດເລົ່າຄືນປະຫວັດຂອງປະທານ ໄກສອນ ພົມວິຫານ ໂດຍຍົກໃຫ້ເຫັນການກໍາເນີດ, ຊີວິດໃນໄວເດັກ ແລະ ຊິວິດການເຄື່ອນໄຫວທີ່ຕິດພັນກັບການຕໍ່ສູ້ຂອງປະຊາຊົນລາວ ຕ້ານການຂູດຮີດ, ການປົກຄອງຂອງຈັກກະພັດຝຮັ່ງ ແລະ ຈັກກະພັດອາເມລິກາ ໃນກັບພາລະກິດປົດປ່ວຍຊາດ, ຜົນງານຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ແມ່ນໃຫຍ່ຫຼວງທີ່ສຸດ ໃນການນໍາພາລະກິດຕໍ່ສູ້ປົດປ່ອຍຊາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຮັກປະຊາຊົນບັນດາເຜົ່າ ແລະ ວັດທະນະທໍາລາວ ອັນໄດ້ເປັນຕົວແທນອັນລວມຍອດແຫ່ງຄວາມຮັກຊາດ ແລະ ເປັນສັນຍາລັກແຫ່ງຊາດລາວວິລະຊົນ, ຄົນລາວພິລະອາດຫານ, ເປັນຜູ້ທີ່ມັກຄົ້ນຄວ້າທິດສະດີທີ່ກ້າວໜ້າ, ຕົ້ນຕໍແມ່ນຄົ້ນຄວ້າຢ່າງເລິກເຊິ່ງ ແລະ ໜູນໃຊ້ລັດທິມາກເລນິນ ເຂົ້າໃນຂະບວນການປະຕິວັດໃນແຕ່ລະໄລຍະຢ່າງຄ່ອງແຄ້ວ, ນິ້ມນວນ ແລະ ຮູ້ປຸກລະດົມກໍາລັງແຮງຂອງປະຊາຊົນ, ເພິ່ນໄດ້ເປັນຜູ້ນໍາພາການປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກ ການຂອງພັກ, ໃນແຕ່ລະຂົງເຂດວຽກງານ ເປັນຕົ້ນແມ່ນຂົງເຂດເສດຖະກິດ, ການເມືອງ, ການສຶກສາ, ວັດທະນາທໍາ-ສັງຄົມ, ວຽກງານການກໍ່ສ້າງຮາກຖານການເມືອງ, ພັດທະນາ
ຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານຕ່າງປະເທດ, ວຽກງານແນວໂຮມ ແລະ ວຽກອົງການຈັດຕັ້ງມະຫາຊົນ, ເປັນຜູ້ນໍາທີ່ມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ມີຄວາມຈົ່ງຮັກພັກດີຕໍ່ພັກ ແລະ ປະຊາຊົນຢ່າງແທ້ຈິງ, ຍອມເສຍສະຫຼະເພື່ອພາລະກິດລວມຂອງຊາດ, ການດໍາລົງຊີວິດແບບລຽບງ່າຍ ແລະ ຊື່ສັດບໍລິສຸດຢ່າງແທ້ຈິງ, ເປັນຜູ້ນໍາທີ່ມີຄວາມດຸໝັ່ນພາກພຽນໃນການຄົ້ນຄວ້າຮໍ່າຮຽນ, ສະແວງຫາຄວາມຮູ້ຢູ່ຕະຫຼອດເວລາ, ບຸກບືນສູ້ຊົນເຮັດໜ້າທີ່ວຽກງານທີ່ເປັນຜົນປະໂຫຍດຂອງຊາດ ແລະ ປະຊາຊົນ; ດັ່ງນັ້ນ, ພວກເຮົາຈະໄດ້ພ້ອມກັນສືບຕໍ່ສຶກສາຮໍ່າຮຽນເອົາແບບຢ່າງທີ່ດີ ເພື່ອຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະນັກງານສະມາຊິກພັກທີ່ດີ ເພື່ອສືບທອດພາລະກິດຂອງຊາດ ໃນໄລຍະໃໝ່ໃຫ້ກ້າວຂຶ້ນ ແລະ ຍືນຍົງຕະຫຼອດໄປ.

ໂດຍ: ສີຍອງ ພອນທະຈັນ