ແຂວງຊຽງຂວາງຈັດຕັ້ງພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 30 ປີ

ແຂວງຊຽງຂວາງຈັດຕັ້ງພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 30 ປີ

                         ພິທີສະເຫຼີມສະຫຼອງວັນຄູແຫ່ງຊາດລາວຄົບຮອບ 30 ປີໄດ້ຈັດຂື້ນໃນ ຕອນເຊົ້າຂອງວັນທີ 7 ຕຸລາ 2024 ຢູ່ທີ່ເດີນກິລາໄຊຊະນະ,ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຊຽງຂວາງ, ມີທ່ານ ບຸນເລື່ອນ ວັນນາຮັກ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີບັນດາຄະນະພັກ, ການນໍາ ແລະ ພະນັກງານລັດຖະກອນຂອງພະແນກການ, ກົມກອງອ້ອມຂ້າງແຂວງ ຕະຫຼອດຮອດນັກ ຮຽນນັກສຶກສາຂອງໂຮງຮຽນພາຍໃນເທດສະບານໂພນສະຫວັນເຂົ້າຮ່ວມ.

ເຊິ່ງໃນພິທີທ່ານ ບຸນເລື່ອນ ວັນນາຮັກ ໄດ້ເລົ່າເຖິງປະຫັວດມູນເຊື້ອວັນຄູແຫ່ງຊາດ 7 ຕຸລາ. ໃນຊຸມປີ 1905 ຄົນລາວທີ່ໄດ້ເຂົ້າໂຮງຮຽນແມ່ນມີໜ້ອຍທີ່ສຸດ. ໃນນັ້ນໄດ້ມີຜູ້ໜຶ່ງ ຊື່ ທ້າວ ຄໍາ ໄດ້ຮຽນຮອດຫ້ອງທີ I( ຈົບ ປ.6 ) ແລະ ໄດ້ເຂົ້າຮ່ວມຝຶກອົບຮົມຄູ ເປັນຜູ້ທຳອິດຂອງຄົນລາວ, ພາຍຫລັງສຳເລັດການຝຶກອົບຮົມຄູແລ້ວ ທ້າວ ຄຳ ໄດ້ເຂົ້າຮັບລາຊະການເປັນຄູສອນ ເລີ່ມແຕ່ວັນທີ 7 ເດືອນ ຕຸລາ ປີ 1907; ຕະຫລອດຊີວິດຂອງນາຍຄູຄຳ ນອກຈາກເຮັດໜ້າທີ່ການສິດສອນແລ້ວ ຍັງໄດ້ເຂົ້າຮ່ວມຂະບວນການນຳພາປະຊາຊົນລາວ ລຸກຂຶ້ນຕໍ່ສູ້ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນຝຣັ່ງ. ປະຈຸບັນນີ້, ປະເທດຊາດຂອງພວກເຮົາໄດ້ມີນັກວິຊາການ, ມີນາຍທະຫານ, ນາຍຕຳຫຼວດ, ນັກການ ເມືອງ, ນັກປະດິດຄິດແຕ່ງ ແລະ ນັກທຸລະກິດທີ່ດີເດັ່ນຈຳນວນຫຼວງຫຼາຍ, ພວກເພິ່ນເຫຼົ່ານັ້ນລ້ວນແຕ່ໄດ້ມີຄວາມຮູ້ຈາກຄູ, ອາຈານເປັນຜູ້ສິດສອນ, ປະເທດຊາດມີການພັດທະນາເທົ່າໃດ ກໍຍິ່ງເຮັດໃຫ້ສັງຄົມມີຄວາມສຳນຶກເຖິງບຸນຄຸນອັນເລີດລ້ຳຂອງຄູ – ອາຈານຫລາຍຂຶ້ນເທົ່ານັ້ນ. ດັ່ງນັ້ນ, ເພື່ອເຮັດໃຫ້ຄວາມກະຕັນຍູຮູ້ບຸນຄຸນຕໍ່ຄູ – ອາຈານ ໃນທົ່ວສັງຄົມ ໄດ້ກາຍມາເປັນພຶດຕິກຳຕົວຈິງ ລັດຖະບານຈຶ່ງໄດ້ກຳນົດເອົາ ວັນທີ 7 ເດືອນ ຕຸລາ ຂອງທຸກໆປີ ເປັນວັນຄູແຫ່ງຊາດລາວ ຕາມດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 89/ນຍ, ລົງວັນທີ 28 / 4 / 1994 ວ່າດ້ວຍວັນຄູແຫ່ງຊາດ ມາຮອດວັນທີ 7 ຕຸລາ 2024 ວັນຄູແຫ່ງຊາດລາວ ໄດ້ໝູນວຽນມາບັນຈົບຄົບຮອບ 30 ປີ.

ທ່ານ ບຸນຈັນ ສີວົງພັນ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຊຽງຂວາງໄດ້ກ່າວເປີດພິທີ ແລະ ໄດ້ມີຄໍາເຫັນໂອ້ລົມຕໍ່ງານກິດຈະກໍາດັ່ງກ່າວເຊິ່ງທ່ານໄດ້ໃຫ້ຮູ້ວ່າວັນທີ 7 ຕຸລາ ວັນຄູແຫ່ງຊາດທີ່ໄດ້ຈັດຂື້ນແມ່ນເພື່ອລະນຶກເຖິງຄຸນງາມຄວາມດີ, ເພື່ອເຊີດຊູກຽດສັກສີທີ່ຄູອາຈານໄດ້ມີຜົນງານພົ້ນເດັ່ນຂື້ນໃນຫຼາຍດ້ານ, ເປັນຕົ້ນແມ່ນການສ້າງຊັບພະຍາກອນມະນຸດ, ສ້າງພະນັກງານສືບທອດປ່ຽນແທນໄລຍະຜ່ານມາຈົນເຖິງທຸກວັນນີ້. ຫຼັງຈາກນັ້ນໄດ້ມີກິດຈະກໍາເຕັ້ນແອລະບິດ, ເພງສາວຊຽງຂວາງ ແລະ ຂະບວນການຍ່າງເພື່ອສຸຂະພາບເພຶ່ອເປັນການອອກກໍາລັງກາຍໃຫ້ມີສຸຂະພາບແຂງແຮງ.

ຂຽນໂດຍ: ບົວສີ ພັນທະສອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa