ສ່ອງແສງລາຍງານຫາງສຽງສັງຄົມ ປະຈຳເດືອນ 10 ປີ 2025

ສ່ອງແສງລາຍງານຫາງສຽງສັງຄົມ ປະຈຳເດືອນ 10 ປີ 2025

ວັນທີ 15 ຕຸລາ 2025 ຄະນະເກັບກໍາຫາງສຽງສັງຄົມແຂວງຊຽງຂວາງ ໄດ້ເປີດກອງປະຊຸມສ່ອງແສງລາຍງານສະພາບແນວຄິດ-ຫາງສຽງສັງຄົມ ປະຈໍາເດືອນ ຕຸລາ 2025 ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ບູນເຮືອງ ສຸລິໄຊ ຮອງເລຂາຄະນະບໍລິຫານງານພັກແຂວງ, ມີທ່ານ ຈັນທະບູນ ແພງສົມພູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະກຳມະການເກັບກໍາຫາງສຽງສັງຄົມຂັ້ນແຂວງ, ຫົວໜ້າຄະນະໂຄສະນາອົບຮົມເມືອງແປກ ແລະ ພະນັກງານຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 21 ທ່ານ ; ຍິງ 7 ທ່ານ.

ໃນກອງປະຊຸມ ທ່ານ ຈັນທະບູນ ແພງສົມພູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ໄດ້ຂຶ້ນຜ່ານບົດລາຍງານສະພາບແນວຄິດ-ຫາງສຽງສັງຄົມປະຈໍາເດືອນຕຸລາ 2025 ທ່ານໄດ້ຍົກໃຫ້ເຫັນດ້ານດີທີ່ສ່ອງແສງເຖິງບົດບາດການຊີ້ນໍາ-ນໍາພາຂອງຄະນະພັກ, ຄະນະນໍາທຸກຂັ້ນໄດ້ສຸມໃສ່ເຮັດວຽກງານໂຄສະນາ​ສຶກສາ​ອົບຮົມ​ການ​ເມືອງ-​ແນວ​ຄິດ ໃຫ້ພະ​ນັກ​ງານ-ລັດ​ຖະ​ກອນ ແລະ ປະຊາຊົນບັນດາເຜົ່າຢ່າງຕໍ່ເນື່ອງ, ພ້ອມທັງໄດ້ນໍາພາຈັດຕັ້ງເຜີຍແຜ່ເຊື່ອມຊຶມຜັນຂະຫຍາຍມະຕິ,​ ຄໍາສັ່ງ, ແຈ້ງການ ແລະ ນິຕິກໍາຕ່າງໆ ຂອງພັກ-ລັດໄດ້ມີຜົນສໍາເລັດຫຼາຍດ້ານ, ເປັນຕົ້ນແມ່ນການເຜີຍແຜ່ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງຊຽງຂວາງ ແລະ ການກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດ ຂອງພັກ, ຂອງຊາດ; ຄຽງຄູ່ກັບດ້ານດີນັ້ນ ກໍຍັງມີປະກົດການຫຍໍ້ທໍ້ຢູ່ໃນສັງຄົມທີ່ຈະຕ້ອງເອົາໃຈໃສ່ສືບຕໍ່ແກ້ໄຂ ໂດຍສະເພາະແມ່ນການສ້ອມແປງທາງ, ການຂຸດຄົ້ນແຮ່ທາດຢູ່ແຫ່ງຕ່າງໆ, ການປົກປັກຮັກສາສິ່ງ ແວດລ້ອມ, ການອະນາໄມຕົວເມືອງ, ການຄຸ້ມຄອງສັດລ້ຽງຢູ່ຕາມຕົວເມືອງ, ບັນຫາການຖິ້ມຂີ້ເຫຍື້ອຊະຊາຍຢູ່ແຫ່ງຕ່າງໆ, ບັນຫາຢາເສບຕິດ, ການຄຸ້ມຄອງຮ້ານອາຫານ-ຮ້ານບັນເທິງ ແລະ ການຖືເບົາຕໍ່ການປະຕິບັດກົດໝາຍຕ່າງໆ ທີ່ພາໃຫ້ເກີດມີປະກົດການຫຍໍ້ທໍ້ຢູ່ໃນສັງຄົມ ຈາກນັ້ນ, ບັນດາທ່ານຄະນະກຳມະການເກັບກຳຫາງສຽງສັງຄົມ ຍັງໄດ້ປະກອບຄໍາຄິດເຫັນຕໍ່ຫາງສຽງສັງຄົມທີ່ເປັນດ້ານຫຍໍ້ທໍ້ ແລະ ໄດ້ຄົ້ນຄວ້າ, ວິເຄາະ, ວິໃຈ ເພື່ອຊອກຫາວິທີແກ້ໄຂ, ໃຫ້ສອດຄ່ອງກັບລະບຽບກົດໝາຍ.

ໃນຕອນທ້າຍ ປະທານກອງປະຊຸມ ໄດ້ມີຄໍາເຫັນຊີ້ນໍາຕໍ່ກອງປະຊຸມ ທ່ານໄດ້ຮຽກຮ້ອງມາຍັງຄະນະພັກແຂວງ ແລະ ເມືອງຈົ່ງຮີບຮ້ອນປັບປຸງຄະນະຮັບຜິດຊອບເກັບກໍາຫາງສຽງສັງຄົມຂັ້ນແຂວງ ແລະ ເມືອງ, ເພື່ອສືບຕໍ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຕາມແນວທາງຂອງພັກ, ໃຫ້ຄະນະພັກທຸກຂັ້ນຖືເອົາວຽກງານການແກ້ໄຂຫາງສຽງທີ່ເກີດຂຶ້ນ, ຖືເອົາການຕິດຕາມເກັບກໍາຫາງສຽງຄົມເປັນວຽກງານທີ່ສໍາຄັນຂອງພັກ.

 

 ໂດຍ: ສີຍອງ ພອນທະຈັນ

 

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa