ກິດຈະກໍາອະນາໄມ ແລະ ປູກຕົ້ນໄມ້ປະດັບຢູ່ສວນສາທາລະນະໜອງນໍ້າຫງໍາ

ກິດຈະກໍາອະນາໄມ ແລະ ປູກຕົ້ນໄມ້ປະດັບຢູ່ສວນສາທາລະນະໜອງນໍ້າຫງໍາ

ຕອນເຊົ້າວັນທີ 11  ຕຸລາ 2024 ນີ້ 3 ອົງການຈັດຕັ້ງມະຫາຊົນຂັ້ນແຂວງ(ສະຫະພັນກໍາມະບານ, ສະຫະພັນແມ່ຍິງ ແລະ ຄະນະບໍລິຫານງານຊາວໜຸ່ມແຂວງ)ໄດ້ຈັດຕັ້ງກິດຈະກໍາເພື່ອສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ 3 ຂັ້ນຂອງພັກ. ເຊິ່ງມີການນໍາແຂວງ, ຄອບຄົວການນໍາແຂວງ, ນັກທຸລະກິດຍິງພາຍໃນແຂວງໄດ້ຮ່ວມກັນຈັດກິດຈະກໍາອະນາໄມ ແລະ ປູກຕົ້ນໄມ້ປະດັບ ຢູ່ສວນສາທາລະນະໜອງນໍ້າຫງໍາ ໂດຍການເປັນປະທານ ແລະ ກ່າວເປີດພິທີຂອງທ່ານ ພູວອນ ສີຄໍາອອນ ກໍາມະການພັກແຂວງ ປະທານສະຫະພັນກໍາມະບານແຂວງຕາງໜ້າໃຫ້ 3 ອົງການຈັດຕັ້ງມະຫາ ຊົນຂັ້ນແຂວງ, ເປັນກຽດເຂົ້າຮ່ວມພິທີໃນຄັ້ງ

                       ນີ້ມີທ່ານ ບຸນຈັນ ສີວົງພັນ ເລຂາພັກແຂວງ ເຈົ້າແຂວງຊຽງຂວາງ, ການນໍາຂອງແຂວງ, ຄອບຄົວການນໍາແຂວງ, ຫົວໜ້າ, ຮອງຫົວໜ້າພະແນກພະແນກການ , ກອງກໍາລັງ

              ປ້ອງກັນຊາດ, ກອງກໍາລັງປ້ອງກັນຄວາມສະຫງົບ ຕະຫຼອດຮອດສະມາຊິກ 3 ອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ບັນດາພະນັກງານ-ລັດຖະ ກອນພະແນກການຕ່າງໆ ແລະ ນັກທຸລະກິດຍິງພາຍໃນແຂວງເຂົ້າຮ່ວມ. ໃນກິດຈະກິດຄັ້ງນີ້ເພື່ອເປັນການຄໍານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງ ແລະ ກອງປະຊຸມໃຫຍ່ຂອງ 3​ ອົງການຈັດຕັ້ງມະຫາຊົນຂັ້ນແຂວງໃຫ້ເປັນຂະບວນການຟົົດຟື້ນ ແລະ ເພື່ອບັນລຸແຜນຍຸດທະສາດປ່າໄມ້ຕາມທິດສີ ຂຽວ ແລະ ຍືນຍົງ. ເຊິ່ງເບ້ຍໄມ້ທີ່ນໍາມາປູກໃນຄັ້ງນີ້ມີ ຈໍານວນ 1.000 ກວ່າຕົ້ນ ໂດຍໄດ້ຮັບການສະໜັບສະໜູນອຸປະຖໍາທາງດ້ານວັດຖຸ, ງົບປະມານຈາກຄອບ ຄົວການນໍາແຂວງ ແລະ ທຸກພາກສ່ວນທັງພາກລັດ ແລະ ເອກະຊົນ, ໃນພິທີໄດ້ດໍາເນີນດ້ວຍບັນຍາກາດທີ່ຄຶກຄື້ນ ແລະ ບັນລຸຕາມຈຸດປະສົງທີ່ວາງໄວ້ໄດ້ເປັນຢ່າງດີ.

ຂຽນໂດຍ: ບົວສີ ພັນທະສອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa