ກອງປະຊຸມວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ ປະຈໍາໄຕມາດ III ປະຈໍາປີ 2024 ຂອງຄະນະໂຄສະນາອົບຮົມແຂວງ ໃນທົ່ວປະເທດ

ກອງປະຊຸມວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ

ປະຈໍາໄຕມາດ III ປະຈໍາປີ 2024 ຂອງຄະນະໂຄສະນາອົບຮົມແຂວງ ໃນທົ່ວປະເທດ

ໃນຕອນເຊົ້າ ຂອງວັນທີ 15 ຕຸລາ 2024 ຄະນະໂຄສະນາອົບຮົມແຂວງຊຽງຂວາງ ໄດ້ເຂົ້າຮ່ວມປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ ປະຈໍາໄຕມາດ III (7,8,9) ແລະ ທິດທາງແຜນການປະຈໍາໄຕມາດ IV /2024, ໂດຍຜ່ານລະບົບ (Video Conference) ທີ່ຄະນະໂຄສະ ນາອົບຮົມສູນກາງພັກຈັດຂຶ້ນ, ໂດຍໃຫ້ກຽດເປັນປະທານຂອງ ທ່ານ ວັນຕຸລາ ຮັກນຸດ ກໍາມະການຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ຄະ ນະໂຄສະນາອົບຮົມແຂວງຊຽງຂວາງ ໄດ້ເຂົ້າຮ່ວມຈໍານວນ 6 ທ່ານ, ຍິງ 2 ທ່ານ, ນໍາພາໂດຍ ທ່ານ ວັນນະສິນ ຜະລີຈັນ ຄະນະພັກຮອງຫົວໜ້າຄະນະໂຄສະນາອົບ ຮົມແຂວງ.

ໃນກອງປະຊຸມ ທ່ານ ວັນຕຸລາ ຮັກນຸດ ໄດ້ກ່າວເປີພິທີ ແລະ ກ່າວຈຸດປະສົງຂອງກອງປະຊຸມ ຈາກນັ້ນ, ຍັງໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກ ງານໂຄສະນາຜ່ານສື່ເອເລັກໂຕຣນິກ ໂດຍຫຍໍ້ ຈາກບັນດາຄະນະໂຄສະນາອົບຮົມ 16 ແຂວງ 1 ນະຄອນຫຼວງ. ເຊິ່ງຍົກໃຫ້ເຫັນເຖິງຜົນສໍາເລັດດ້ານທີ່ຕັ້ງໜ້າ, ຂໍ້ຫຍຸ້ງຍາກທີ່ຈະໄດ້ແກ້ໄຂໃນຕໍ່ໜ້າ, ພ້ອມທັງກໍານົດທິດທາງແຜນການໄຕມາດ IV /2024, ເພື່ອເຮັດໃຫ້ວຽກງານຂໍ້ມູນຂ່າວສານ ຂອງຄະນະໂຄສະນາອົບຮົມແຂວງ ກາຍເປັນສື່ທີ່ທັນສະໄໝ ໃນການສະໜອງຂໍ້ມູນ ໃຫ້ແກ່ຄະນະພັກ, ຄະນະນໍາໄດ້ຢ່າງກວ້າຂວາງ  ແລະ ມີຄວາມສະດວກວ່ອງໄວຂຶ້ນກວ່າເກົ່າ, ເພື່ອປັບປຸງວຽກງານຜ່ານສື່ເອເລັກໂຕຣນິກຫັນສູ່ຄຸນນະພາບໃໝ່, ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.

ທ່ານປະທານໄດ້ມີຄໍາເຫັນຊີ້ນໍາໃຫ້ແອັດມິນຂອງບັນດາແຂວງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ, ເພື່ອສືບຕໍ່ຕິດຕາມກວດກາເວັບໄຊຂອງຕົນ, ເກັບກໍາຂ່າວ, ຂຽນຂ່າວ, ຈັດຂ່າວລົງບັນດາຄໍລໍາຕ່າງໆໃຫ້ມີເນື້ອໃນອຸດົມສົມບູນ, ມີການເຜີຍແຜ່ຂໍ້ມູນຂ່າວສານດ້ວຍວິທີການທີ່ດຶງດູດຜູ້ເຂົ້າຊົມ, ເໜັ້ນໜັກການເຄື່ອນໄຫວວຽກງານຂອງຄະນະໂຄສະນາອົບຮົມແຂວງ ເປັນຕົ້ນແມ່ນພາລະບົດບາດ, ກົງຈັກການຈັດຕັ້ງ, ຂ່າວສານ, ເອກະສານຕ່າງໆ ຜູ້ຂຽນຂ່າວຕ້ອງເພີ່ມທະວີຄວາມເອົາໃຈໃສ່ ໃນການຕິດຕາມກວດກາການຂຽນຂ່າວ, ລົງຂ່າວໃຫ້ທັນກັບສະພາບການ, ເພື່ອເຮັດໃຫ້ວຽກງານມີຜົນສໍາເລັດສູງ.

 ໂດຍ: ສີຍອງ ພອນທະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa