ປູກໝາກຄາຍ ເປັນສິນຄ້າ ຄອບຄົວມີລາຍໄດ້ດີ
ທ້າວ ຄຳແຫວນ ຢ່າຢົງເຢ້ ອາຊີບຄູສອນ ຢູ່ໂຮງຮຽນ ມ.ສ ຕູ້ຢ່າ, ປັດຈຸບັນ ຢູ່ບ້ານນ້ຳກວາງເມືອງໜອງແຮດ ແຂວງຊຽງຂວາງ ລາວມີພື້ນຖານສືບທອດຈາກການເຮັດໄຮ່, ລ້ຽງສັດນໍາພໍ່ແມ່ຕັ້ງແຕ່ຍັງນ້ອຍ. ຍ້ອນຄວາມດຸໝັ່ນຂະຫຍັນພຽນຂອງລາວ ທັງເປັນຄູສອນ, ທັງທໍາການຜະລິດໄປພ້ອມ ໂດຍຈັດແບ່ງເວລາກ່ອນຈະໄປການ ແລະ ເລີກການ ລາວປູກຫຍ້າລ້ຽງສັດ ເພື່ອສ້າງລາຍຮັບເຂົ້າຄອບຄົວ. ແຕ່ປານນັ້ນລາຍໄດ້ແຕ່ລະປີ ທຽບກັບການໃຊ້ຈ່າຍພຽງແຕ່ພໍກຸ້ມກິນ ແລະ ບາງປີກໍຂາດເຂີນ. ເພາະລາຍຈ່າຍຫຼາຍກວ່າລາຍຮັບ ສະມາຊິກຄອບຄົວ ມີ 6 ຄົນ ຍິງ 4 ຄົນ, ແຮງງານຕົ້ນຕໍມີແຕ່ 2 ຄົນ.
ຕອນເຊົ້າວັນທີ 5 ກັນຍາ 2023 ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງຊຽງຂວາງ ໄດ້ຈັດພິທີເຜີຍແຜ່ເຊື່ອມຊືມເອກະສານທີ່ສໍາຄັນຂອງພັກ ໃຫ້ແກ່ພະນັກງານພາຍໃນຂອງຄະນະໂຄສະນາອົບຮົມແຂວງ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ນາງ ພວງພະຈັນ ມູນທະວົງ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຮອງຫົວໜ້າຄະນະ, ຫົວໜ້າຂະແໜງ-ຮອງຫົວໜ້າຂະແໜງ, ຕະຫຼອດຮອດພະນັກງານວິຊາການເຂົ້າຮ່ວມທັງໝົດ
ເພື່ອປະຕິບັດຕາມມະຕິຕົກລົງຂອງຄະນະປະຈຳພັກແຂວງສະບັບເລກທີ43/ຄປພຂ ລົງວັນທີ 10 ມີນາ 2023 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການລົງຊຸກຍູ້ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI, ມະຕິກອງປະ ຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງຂອງສູນກາງພັກ, 2 ວາລະແຫ່ງຊາດ ແລະ ມະຕິກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງ V ມາໃນຕອນເຊົ້າຂອງວັນທີ 6 ມິຖຸນາ 2023 ນີ້, ທີ່ສະໂມສອນກຸ່ມບຸນຖີ່ນ ເມືອງຄໍາ ແຂວງຊຽງຂວາງ ໄດ້ຈັດກອງປະຊຸມການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI, ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງຂອງສູນກາງພັກ, 2 ວາລະແຫ່ງຊາດ ແລະມະຕິກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງ V ຂຶ້້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ສະຫາຍ ສີວັນໄຊ ເພັງສັນຕິ ກຳມະການພັກເມືອງ ເລຂາພັກກຸ່ມບຸນຖີ່ນ. ເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ບົວສີ ນາຖາວົງ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ, ສະຫາຍ ໃຈເພັດ ພີມວົງສາ ກຳມະການພັກແຂວງ ເລຂາພັກເມືອງ-ເຈົ້າເມືອງໆຄຳ, ທ່ານ ນາງ ພວງພະຈັນ ມູນທະວົງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາເລຂາ-ຮອງເລຂາພັກບ້ານ 10 ບ້ານທົ່ວກຸ່ມບຸນຖີ່ນ ແລະພະນັກງານວິຊາການຂັ້ນແຂວງ ແລະ ເມືອງເຂົ້າຮ່ວມ.
ໃນທີ່ປະຊຸມ ສະຫາຍ ສີວັນໄຊ ເພັງສັນຕິ ກຳມະການພັກເມືອງ ເລາຂາພັກກຸ່ມບຸນຖີ່ນ ໄດ້ຂື້ນສະຫຼຸບ-ລາຍງານ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງສູນກາງພັກມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ, 2 ວາລະແຫ່ງຊາດ ແລະມະຕິກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງ V ໂດຍທີ່ທ່ານ ໃຫ້ເຫັນຈຸດດີ-ຈຸດອ່ອນ ແລະບັນດາໝາກຜົນທີ່ຈັດຕັ້ງຜັນຂະຫຍາຍສຳເລັດໃນຫຼາຍດ້ານຄື: ຄະນະພັກອຳນາດການປົກຄອງກຸ່ມ-ບ້ານ ໄດ້ພ້ອມກັນເຊື່ອມຊືມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິ VIII ອົງຄະນະພັກແຂວງ, ມະຕິ X ອົງຄະນະພັກເມືອງຄຳ, ເອົນໃຈໃສ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຍຸ້ງຍາກດ້ານເສດຖະກິດ ແລະ ບັນຫາຢາເສບຕິດ ແລະບັນດານິຕິກຳຕ່າງໆ ຄະນະພັກໄດ້ເປັນເຈົ້າການໂຄສະນາເຜີຍແຜ່, ບັນດານິຕິກຳຕ່າງໆທີ່ກ້ຽວຂ່ອງ ໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າຮັບຮູ້ເຂົ້າໃຈຢ່າງກວ້າງຂວາງຢ່າງທົ່ວເຖີງ. ພ້ອມກັນທຳການຜະລິດ, ປູກຝັງ-ລ້ຽງສັດເປັນສີນຄ້າສາມາດນຳພາຄອບຄົວມີຢູ່ມີກິນ, ຫຼຸດໜ້ອຍຖອຍລົງຈາກຄວາມທຸກຍາກເທື່ອລະກ້າວ. ຈາກນັ້ນ, ຜູ້ແທນກອງປະຊຸມກໍ່ໄດ້ຜັດປ່ຽນປະກອບຄໍາຄິດເຫັນໃສ່ບັນດາໜ້າວຽກຕ່າງໆ ທີ່ປະຕິບັດຜ່ານມາຢ່າງເປັນຂະບວນການຟົດຝື້ນເພື່ອໃຫ້ບົດສະຫຼຸບສົມບຸນຂື້ນ. ນະໂອກາດດຽວກັນນີ້ ຍັງໄດ້ມີພິທີມອບຮັບໃບຢັ້ງຢືນໜ່ວຍພັກ ປອດໃສ ເຂັ້ມແຂງ, ໜັກແໜ້ນ, ໃຫ້ກັບຄະນະພັກກຸ່ມບຸນຖີ່ນຜົນນງານ 5 ປີ ຈຳນວນ 15 ໜ່ວຍພັກ ແລະໃບຍ້ອງຍໍຜົນງານ 5 ປີ ໄດ້ 06 ບ້ານໂດຍເປັນກຽດຂື້ນມອບຂອງທ່ານ ນາງ ບົວ ສີນາຖາວົງ ຄະນະປະຈຳພັກແຂວງ ແລະ ທ່ານ ເລຂາພັກເມືອງຄຳ, ກ້າວຮັບຂອງທ່ານ ສີວັນໄຊ ເພັງສັນຕິ ພ້ອມດ້ວຍເລຂາພັກບ້ານ 10 ບ້ານ ແລະ ເລຂາ 5 ໜ່ວຍພັກທີ່ຂື້ນກັບກຸ່ມບຸນຖີ່ນ.
ໃນຕອນທ້າຍ 02 ສະຫາຍ ຄະນະພັກຄະນະນໍາຂັ້ນແຂວງ ແລະຂັ້ນເມືອງ ກໍໄດ້ພັດປ່ຽນກັນຂື້ນໂອ້ລົມພ້ອມທັງໃຫ້ຄຳຄິດເຫັນເຊີ່ງກ່ອນອື້ນກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກຸ່ມບຸນຖີ່ນກໍ່ຄືຕໍ່ຜົນງານການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ ຂອງສູນກາງພັກ, 2 ວາລະແຫ່ງຊາດ ແລະມະຕິກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ V ຂອງກຸ່ມເຫັນວ່າປະສົບຜົນສໍາເລັດໃນຫຼາຍດ້ານ. ພ້ອມດຽວກັນນັ້ນ, ຄະນະພັກຄະນະນຳຂັ້ນແຂວງ ແລະຂັ້ນເມືອງ ກໍ່ໄດ້ເນັ້່ນ ແລະຮຽກຮ້ອງບາງບັນຫາຄື ຕັ້ງໜ້າເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ ພໍ່ແມ່ປະຊາຊົນບັນດາເຜົ່າຮັກແພງຊ່ວຍເຫຼືອເຊີ່ງກັນ ແລະ ກັນ, ສືບຕໍ່ເປັນເຈົ້າການເຮັດໜ້າທີ່ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງແຂງແຮງ, ຮັບປະກັນຄວາມສະຫງົບປອດໄພ, ຮັກສາຮີດຄອງປະເພນີອັນດີງາມຂອງຊາດ, ປຸກລະດົມປະຊາຊົນບັດດາເຜົ່າ, ຈົ່ງຕັ້ງໜ້າບຸກບືນດ້ວຍການຫັນການຜະລິດແບບທໍາມະຊາດ ຫັນໃຫ້ກາຍເປັນເສດຖະກິດສິນຄ້າ, ພັດທະນາຊີວິດການເປັນຢູ່ໃຫ້ນັບມື້ດີຂື້ນ ສົ່ງເສີມໃຫ້ລຸກຫຼານໄດ້ເຂົ້າໂຮງຮຽນ ໃນເກນອາຍຸໃຫ້ຄົບຖ້ວນ, ລົບລ້າງການກືກໜັງສື, ໂຄສະນາຊວນເຊື່ອບໍໃຫ້ເຊື່ອຖືງົມງວາຍ ຫຼື ມີການປະພືດທີ່ຜິດເຂວກັບວັດທະນະທໍາໄໝ່ຂອງພວກເຮົາ, ຫຼີກລຽງການມົ້ວສຸມກັບສີ່ງເສບຕິດ, ຈົ່ງພ້ອມກັນເພີ່ມທະວີຄວາມຮັບຜິດ ຊອບຕໍ່ໜ້າທີ່ການເມືອງຂອງຕົນທີ່ຖືກມອບໝາຍໃຫ້ສູງຂື້ນ, ຈັດຕັ້ງປະຕິບັດມະຕິ, ຄໍາສັ່ງຕ່າງໆຂອງພັກ-ລັດ ໃຫ້ມີຜົນ ສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.
ພາບ-ຂ່າວ( ແກ່ນສີ ແກ້ວມະນີວົງ)
ວັນທີ 9 ມິຖຸນາ 2023 ຜ່ານມານີ້ ຄະນະໂຄສະນາອົບຮົມແຂວງ ໄດ້ລົງເຄື່ອນໄຫວຢ້ຽມຢາມຊຸກຍູ້ວຽກງານຮອບດ້ານຢູ່ບ້ານຫໍສິມຖ້ໍາຜຸກ ເມືອງຜາໄຊ (ບ້ານແຮກສ່ຽວຂອງຄະນະໂຄສະນາອົບຮົມແຂວງ) ນໍາພາໂດຍ ສະຫາຍ ນາງ ພວງພະຈັນ ມູນທະວົງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍຄະນະ, ພະນັກງານຄະນະໂຄສະນາອົບຮົມແຂວງ ແລະ ທິມງານຂອງເມືອງຜາໄຊ ເຊິ່ງປະກອບມີສະຫາຍ ສຸດໃຈ ສີປະເສີດ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງຜາໄຊ, ສະຫາຍ ນາງ ສຸກສະໄໝ ດວງດາລາ ກໍາມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງຜາໄຊ, ເຂົ້າຮ່ວມມີຫົວໜ້າໂຮງຮຽນ, ຄະນະພັກກຸ່ມສົມບູນ,
ໃນຕອນແລງຂອງວັນທີ 5 ມີຖຸນາ 2023 ນີ້, ທີ່ສະໂມສອນເມືອງຄໍາ ໄດ້ຈັດກອງປະຊຸມເພືອລາຍງານສະພາບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງສູນກາງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ, 2 ວາລະແຫ່ງຊາດ ແລະມະຕິກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງ V ຂຶ້້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ສະຫາຍ ໃຈເພັດ ພິມວົງສາ ກຳມະການພັກແຂວງ ເລຂາພັກເມືອງ-ເຈົ້າເມືອງໆຄຳ, ເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ບົວສີ ນາຖາວົງ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ທ່ານ ນາງ ພວງພະຈັນ ມູນທະວົງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາສະຫາຍ ຄະນະປະຈຳພັກເມືອງ - ກຳມະການພັກເມືອງ, ຫົວໜ້າ - ຮອງຫົວໜ້າຫ້ອງການເລຂາພັກບ້ານ-ນາຍບ້ານອ້ອມຂ້າງຂອງເມືອງ, ຕະຫຼອດຮອດບັນດາພະນັກງານລັດຖະກອນ
ໃນຕອນເຊົ້າຂອງວັນທີ 01 ມິຖຸນາ 2023, ຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມພິທີປູກຕົ້ນໄມ້ແຫ່ງຊາດ, ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ບ້ານບີ້ (ຄຸ້ມບານ) ເມືອງແປກ ແຂວງຊຽງຂວາງ ເປັນກຽດກ່າວເປີດພິທີໂດຍທ່ານ ສີວິໄລ ແສງຈະເລີນ ກໍາມະການພັກແຂວງ ຮອງເຈົ້າແຂວງຊຽງຂວາງ, ມີທ່ານ ສົມສະໝອນ ຜະລີຈັນ ຮອງຫົວໜ້າພະແນກ ກະສິກໍາ ແລະ ປ່າໄມ້ແຂວງ, ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສະພາປະຊາຊົນແຂວງ, ອົງການຈັດຕັ້ງມະຫາຊົນ, ພະນັກງານ-ລັດ ຖະກອນອ້ອມຂ້າງແຂວງ, ບໍລິສັດ ສົ່ງເສີມກະສິກໍາ ແລະ ການຄ້າ ເລເລ ຂາເຂົ້າ-ຂາອອກ ຈໍາກັດ, ອົງການປົກຄອງບ້ານ ແລະ ປະຊາຊົນບ້ານບີ້ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ມີ ໜຶ່ງ ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 4 |
![]() | ມື້ວານນີ້ | 77 |
![]() | ອາທິດນີ້ | 438 |
![]() | ເດືອນນີ້ | 147 |
![]() | ທັງໝົດ | 154667 |