ໃນວັນທີ 12 ກໍລະກົດ 2023 ຜ່ານມາຄະນະໂຄສະນາອົບຮົມແຂວງ ໄດ້ເປີດຊຸດຝຶກອົບຮົມມະຫາຊົນຜູ້ກ້າວໜ້າເພື່ອຂະຫຍາຍເຂົ້າພັກປະຊາຊົນປະຕິວັດລາວ ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ. ໂດຍການເປັນປະທານກ່າວເປີດຂອງສະຫາຍ ນາງ ພວງພະຈັນ ມູນທະວົງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ທັງເປັນຄະນະຮັບຜິດຊອບຊຸດຝຶກອົບຮົມ, ມີຄະນະຮັບຜິດຊອບ ແລະ ມະຫາຊົນຜູ້ທີ່ກ້າວໜ້າມາຈາກ 8 ຮາກຖານພັກອ້ອມຂ້າງແຂວງ ມີຈໍານວນ 30
ວັນທີ 15 ພຶດສະພາ 2023 ຄະນະເກັບກໍາຫາງສຽງສັງຄົມແຂວງຊຽງຂວາງ ໄດ້ເປີດກອງປະຊຸມສ່ອງແສງລາຍງານສະພາບແນວຄິດ-ຫາງສຽງສັງຄົມ ປະຈໍາເດືອນ ພຶດສະພາ 2023 ຂຶ້ນ, ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ບົວສີ ນາຖາວົງ ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງ, (ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ) ມີທ່ານ ວັນນະສິນ ຜະລີຈັນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ພ້ອມຄະນະກຳມະການເກັບກໍາຫາງສຽງ-ສັງຄົມຂັ້ນແຂວງ ເຂົ້າຮ່ວມທັງໝົດ 25 ທ່ານ; ຍິງ 7 ທ່ານ.
ວັນທີ 11 ພຶດສະພາ 2023 ນີ້ ຢູ່ທີ່ຫ້ອງປະຊຸມຊັ້ນ 2 ຫ້ອງວ່າການປົກຄອງເມືອງແປກ ທ່ານ ພົນຈັດຕະວາ ບຸນລົດ ຄໍາແພງພັນ ຄະນະປະຈໍາພັກແຂວງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງຊຽງຂວາງ ພ້ອມຄະນະ ໄດ້ລົງຊຸກຍູ້ຕິດຕາມການຈັດຕັ້ງຜັນຂະຫຍາຍເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງຄະນະພັກແຂວງ, ມະຕິ
ປູກໝາກຄາຍ ເປັນສິນຄ້າ ຄອບຄົວມີລາຍໄດ້ດີ
ທ້າວ ຄຳແຫວນ ຢ່າຢົງເຢ້ ອາຊີບຄູສອນ ຢູ່ໂຮງຮຽນ ມ.ສ ຕູ້ຢ່າ, ປັດຈຸບັນ ຢູ່ບ້ານນ້ຳກວາງເມືອງໜອງແຮດ ແຂວງຊຽງຂວາງ ລາວມີພື້ນຖານສືບທອດຈາກການເຮັດໄຮ່, ລ້ຽງສັດນໍາພໍ່ແມ່ຕັ້ງແຕ່ຍັງນ້ອຍ. ຍ້ອນຄວາມດຸໝັ່ນຂະຫຍັນພຽນຂອງລາວ ທັງເປັນຄູສອນ, ທັງທໍາການຜະລິດໄປພ້ອມ ໂດຍຈັດແບ່ງເວລາກ່ອນຈະໄປການ ແລະ ເລີກການ ລາວປູກຫຍ້າລ້ຽງສັດ ເພື່ອສ້າງລາຍຮັບເຂົ້າຄອບຄົວ. ແຕ່ປານນັ້ນລາຍໄດ້ແຕ່ລະປີ ທຽບກັບການໃຊ້ຈ່າຍພຽງແຕ່ພໍກຸ້ມກິນ ແລະ ບາງປີກໍຂາດເຂີນ. ເພາະລາຍຈ່າຍຫຼາຍກວ່າລາຍຮັບ ສະມາຊິກຄອບຄົວ ມີ 6 ຄົນ ຍິງ 4 ຄົນ, ແຮງງານຕົ້ນຕໍມີແຕ່ 2 ຄົນ.
ວັນທີ 15 ສິງຫາ 2023 ຄະນະເກັບກໍາຫາງສຽງສັງຄົມແຂວງຊຽງຂວາງ ໄດ້ເປີດກອງປະຊຸມສ່ອງແສງລາຍງານສະພາບແນວຄິດ-ຫາງສຽງສັງຄົມ ປະຈໍາເດືອນ ສິງຫາ 2023 ຂຶ້ນ, ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ໜໍບີ ຫາຕົ່ງປາວ ຮອງເລຂາພັກແຂວງ, (ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດຂັ້ນແຂວງ) ມີທ່ານ ນາງ ພວງພະຈັນ ມູນທະວົງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມຄະນະກຳມະການເກັບກໍາຫາງສຽງ-ສັງຄົມຂັ້ນແຂວງ ເຂົ້າຮ່ວມທັງໝົດ 27 ທ່ານ; ຍິງ 10 ທ່ານ.
ໃນຕອນເຊົ້າ ຂອງວັນທີ 26 ກໍລະກົດ 2023 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມສ່ອງແສງລາຍງານການຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ (ເວັບໄຊ) ໃນໄລຍະຜ່ານມາ ປະຈໍາໄຕມາດ II (4,5,6) ປະຈໍາປີ 2023 ຕໍ່ກອງປະຊຸມທາງໄກຂອງກົມຂໍ້ມູນຂ່າວສານ ແລະ ຄະນະຮັບຜິດຊອບເວັບໄຊ ຂອງຄະນະໂຄສະນາອົບຮົມແຂວງ ໃນທົ່ວປະເທດ ໂດຍໃຫ້ກຽດເປັນປະທານ
ວັນທີ 9 ມິຖຸນາ 2023 ຜ່ານມານີ້ ຄະນະໂຄສະນາອົບຮົມແຂວງ ໄດ້ລົງເຄື່ອນໄຫວຢ້ຽມຢາມຊຸກຍູ້ວຽກງານຮອບດ້ານຢູ່ບ້ານຫໍສິມຖ້ໍາຜຸກ ເມືອງຜາໄຊ (ບ້ານແຮກສ່ຽວຂອງຄະນະໂຄສະນາອົບຮົມແຂວງ) ນໍາພາໂດຍ ສະຫາຍ ນາງ ພວງພະຈັນ ມູນທະວົງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍຄະນະ, ພະນັກງານຄະນະໂຄສະນາອົບຮົມແຂວງ ແລະ ທິມງານຂອງເມືອງຜາໄຊ ເຊິ່ງປະກອບມີສະຫາຍ ສຸດໃຈ ສີປະເສີດ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງຜາໄຊ, ສະຫາຍ ນາງ ສຸກສະໄໝ ດວງດາລາ ກໍາມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງຜາໄຊ, ເຂົ້າຮ່ວມມີຫົວໜ້າໂຮງຮຽນ, ຄະນະພັກກຸ່ມສົມບູນ,
ຕອນແລງຂອງວັນທີ 15 ມິຖຸນາ 2023 ຄະນະເກັບກໍາຫາງສຽງສັງຄົມແຂວງຊຽງຂວາງ ໄດ້ເປີດກອງປະຊຸມສ່ອງແສງລາຍງານສະພາບແນວຄິດ-ຫາງສຽງສັງຄົມ ປະຈໍາເດືອນ ມິຖຸນາ 2023 ຂຶ້ນ, ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ໜໍບີ ຫາຕົ່ງປາວ ຮອງເລຂາພັກແຂວງ, (ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດຂັ້ນແຂວງ) ມີທ່ານ ຈັນທະບູນ ແພງສົມພູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ທ່ານ ຫົວໜ້າໂຄສະນາອົບຮົມເມືອງແປກ, ພ້ອມຄະນະກຳມະການເກັບກໍາຫາງສຽງ-ສັງຄົມຂັ້ນແຂວງ ເຂົ້າຮ່ວມທັງໝົດ 21 ທ່ານ; ຍິງ 6 ທ່ານ.
ໃນຕອນເຊົ້າຂອງວັນທີ 01 ມິຖຸນາ 2023, ຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມພິທີປູກຕົ້ນໄມ້ແຫ່ງຊາດ, ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ບ້ານບີ້ (ຄຸ້ມບານ) ເມືອງແປກ ແຂວງຊຽງຂວາງ ເປັນກຽດກ່າວເປີດພິທີໂດຍທ່ານ ສີວິໄລ ແສງຈະເລີນ ກໍາມະການພັກແຂວງ ຮອງເຈົ້າແຂວງຊຽງຂວາງ, ມີທ່ານ ສົມສະໝອນ ຜະລີຈັນ ຮອງຫົວໜ້າພະແນກ ກະສິກໍາ ແລະ ປ່າໄມ້ແຂວງ, ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສະພາປະຊາຊົນແຂວງ, ອົງການຈັດຕັ້ງມະຫາຊົນ, ພະນັກງານ-ລັດ ຖະກອນອ້ອມຂ້າງແຂວງ, ບໍລິສັດ ສົ່ງເສີມກະສິກໍາ ແລະ ການຄ້າ ເລເລ ຂາເຂົ້າ-ຂາອອກ ຈໍາກັດ, ອົງການປົກຄອງບ້ານ ແລະ ປະຊາຊົນບ້ານບີ້ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ມີ 34 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 61 |
![]() | ມື້ວານນີ້ | 81 |
![]() | ອາທິດນີ້ | 279 |
![]() | ເດືອນນີ້ | 2575 |
![]() | ທັງໝົດ | 147817 |