ວັນທີ 18 ພຶດສະພາ 2022 ຄະນະໂຄສະນາອົບຮົມແຂວງຊຽງຂວາງ, ນໍາໂດຍທ່ານ ວັນນະສິນ ຜະລີຈັນ ຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຄະນະ ສົມທົບກັບຄະນະໂຄສະນາອົບຮົມເມືອງຜາໄຊ ລົງເຄື່ອນໄຫວຊຸກຍູ້, ຕິດຕາມ ແລະ ເຮັດວຽກຢູ່ບ້ານຫໍສິມ-ຖໍ້າຜຸກ (ບ້ານແຮກສ່ຽວ),
ໃນວັນທີ 17-18 ມິນາ 2022 ຜ່ານມານີ້ທ່ານ ລາວປາວຊົງ ນະວົງໄຊ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມ, ພົບປະໂອ້ລົມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ໜໍບີ ຫາຕົງປາວ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດຂັ້ນແຂວງ ແລະ ທ່ານ ນາງ ພວງພະຈັນ ມູນທະວົງ, ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງພ້ອມດ້ວຍຄະນະພັກ, ຄະນະໂຄສະນາອົບຮົມແຂວງ ແລະ ສະມາຊິກພັກ, ພະນັກງານ-ຖະກອນດ້ວຍບັນຍາກາດອັນອົບອຸ່ນ.
ໃນຕອນເຊົ້າຂອງວັນທີ 17 ມີນາ 2022 ໄດ້ເປີດກອງປະຊຸມສ່ອງແສງລາຍງານສະພາບແນວຄິດ-ຫາງສຽງສັງຄົມປະຈໍາເດືອນ ມີນາ 2022 ຂອງຄະນະກໍາມະການເກັບກໍາຫາງສຽງສັງຄົມຂັ້ນແຂວງ, ຊຶ່ງໄດ້ຈັດຂຶ້ນທີ່ຫ້ອງປະຊຸມ ຄະນະໂຄສະນາອົບຮົມແຂວງ ໂດຍການເປັນປະທານຂອງທ່ານ ໜໍບີ ຫາຕົງປາວ ຮອງເລຂາຄະນະບໍລິຫານງານພັກແຂວງຊຽງຂວາງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດຂັ້ນແຂວງ, ມີບັນດາທ່ານ ຄະນະກຳມະການເກັບກໍາຫາງສຽງສັງຄົມຂັ້ນແຂວງ ເຂົ້າຮ່ວມທັງໝົດ 34 ທ່ານ, ຍິງ 10 ທ່ານ.
ແຂວງຊຽງຂວາງ ເພີ່ມທະວີຊຸກຍູ້, ຕິດຕາມການສຶກສາອົບຮົມການເມືອງແນວຄິດເພື່ອກະກຽມດໍາເນີນກອງປະຊຸມໃຫຍ່ຂອງພັກ 3 ຂັ້ນ.
ໂດຍປະຕິບັດຕາມ ຄໍາສັ່ງຂອງຄະນະເລຂາທິການສູນກາງພັກສະບັບເລກທີ 04 / ຄລສພ, ລົງວັນທີ 07 ພຶດສະພາ 2018 ວ່າດ້ວຍການກະກຽມດໍາເນີນກອງປະຊຸມໃຫຍ່ ອົງຄະນະພັກກະຊວງ, ອົງການແຂວງ,
ປູກໝາກຄາຍ ເປັນສິນຄ້າ ຄອບຄົວມີລາຍໄດ້ດີ
ທ້າວ ຄຳແຫວນ ຢ່າຢົງເຢ້ ອາຊີບຄູສອນ ຢູ່ໂຮງຮຽນ ມ.ສ ຕູ້ຢ່າ, ປັດຈຸບັນ ຢູ່ບ້ານນ້ຳກວາງເມືອງໜອງແຮດ ແຂວງຊຽງຂວາງ ລາວມີພື້ນຖານສືບທອດຈາກການເຮັດໄຮ່, ລ້ຽງສັດນໍາພໍ່ແມ່ຕັ້ງແຕ່ຍັງນ້ອຍ. ຍ້ອນຄວາມດຸໝັ່ນຂະຫຍັນພຽນຂອງລາວ ທັງເປັນຄູສອນ, ທັງທໍາການຜະລິດໄປພ້ອມ ໂດຍຈັດແບ່ງເວລາກ່ອນຈະໄປການ ແລະ ເລີກການ ລາວປູກຫຍ້າລ້ຽງສັດ ເພື່ອສ້າງລາຍຮັບເຂົ້າຄອບຄົວ. ແຕ່ປານນັ້ນລາຍໄດ້ແຕ່ລະປີ ທຽບກັບການໃຊ້ຈ່າຍພຽງແຕ່ພໍກຸ້ມກິນ ແລະ ບາງປີກໍຂາດເຂີນ. ເພາະລາຍຈ່າຍຫຼາຍກວ່າລາຍຮັບ ສະມາຊິກຄອບຄົວ ມີ 6 ຄົນ ຍິງ 4 ຄົນ, ແຮງງານຕົ້ນຕໍມີແຕ່ 2 ຄົນ.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ພັກປະຊາຊົນປະຕິວັດລາວ
ຄະນະປະຈຳພັກແຂວງ ເລກທີ 10 / ຄປພຂ.ຊຂ
ກອງປະຊຸມສ່ອງແສງລາຍງານສະພາບແນວຄິດ-ຫາງສຽງສັງຄົມ.
ວັນທີ 15 ກໍລະກົດ 2022 ຄະນະເກັບກໍາຫາງສຽງສັງຄົມຂັ້ນແຂວງ ໄດ້ເປີດກອງປະຊຸມສ່ອງແສງລາຍງານສະພາບແນວຄິດ-ຫາງສຽງສັງຄົມ ປະຈໍາເດືອນ ກໍລະກົດ 2022 ຂຶ້ນ, ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ໜໍບີ ຫາຕົ່ງປາວ, ຮອງເລຂາພັກແຂວງ, (ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດຂັ້ນແຂວງ), ມີທ່ານ ນາງ ພວງພະຈັນ ມູນທະວົງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຫົວໜ້າຄະນະໂຄສະນາອົບຮົມເມືອງແປກ ພ້ອມຄະນະກຳມະການເກັບກໍາຫາງສຽງ-ສັງຄົມຂັ້ນແຂວງ ເຂົ້າຮ່ວມທັງໝົດ 30 ທ່ານ; ຍິງ 4 ທ່ານ.
ມີ 5 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 37 |
![]() | ມື້ວານນີ້ | 183 |
![]() | ອາທິດນີ້ | 497 |
![]() | ເດືອນນີ້ | 851 |
![]() | ທັງໝົດ | 131566 |