ແຂວງຊຽງຂວາງ ເພີ່ມທະວີຊຸກຍູ້, ຕິດຕາມການສຶກສາອົບຮົມການເມືອງແນວຄິດເພື່ອກະກຽມດໍາເນີນກອງປະຊຸມໃຫຍ່ຂອງພັກ 3 ຂັ້ນ.
ໂດຍປະຕິບັດຕາມ ຄໍາສັ່ງຂອງຄະນະເລຂາທິການສູນກາງພັກສະບັບເລກທີ 04 / ຄລສພ, ລົງວັນທີ 07 ພຶດສະພາ 2018 ວ່າດ້ວຍການກະກຽມດໍາເນີນກອງປະຊຸມໃຫຍ່ ອົງຄະນະພັກກະຊວງ, ອົງການແຂວງ,
ນະຄອນ
ຫຼວງ; ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກໃນຂອບເຂດທົ່ວປະເທດ ແລະ ຄໍາແນະນໍາຂອງຄະນະປະຈໍາພັກແຂວງສະບັບ ເລກທີ 14/ຄປພຂ.ຊຂ, ລົງວັນທີ 25/12/2018 ວ່າດ້ວຍການນໍາໃຊ້ເອກະສານ ແລະ ຈັດຕັ້ງສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານຫຼັກແຫຼ່ງ, ພະນັກງານທົ່ວໄປ ແລະ ປະຊາຊົນບັນດາເຜົ່າໃນທົ່ວແຂວງ. ອົງຄະນະພັກແຂວງຊຽງຂວາງ ໄດ້ຄົ້ນຄວ້າໂຄສະນາສຶກສາອົບຮົການເມືອງ - ແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານຫຼັກແຫຼ່ງ, ພະນັກງານທົ່ວໄປ ແລະ ປະຊາຊົນບັນດາເຜົ່າພາຍໃນແຂວງ, ໂດຍສະເພາະແມ່ນແນໃສ່ຍົກລະດັບຄວາມຮັບຮູ້-ເຂົ້າໃຈຂອງສະມາຊິກພັກກ່ຽວກັບເນື້ອໃນມະຕິກອງປະ ຊຸມໃຫຍ່ຄັ້ງທີ X ຂອງພັກໃຫ້ເລິກເຊິ່ງກວ່າເກົ່າ, ໃນການເສີມຂະຫຍາຍມູນເຊື້ອ ແລະ ຄວາມສາມັກຄີເປັນເອກະພາບພາຍໃນແຂວງ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ, ເຮັດໃຫ້ການຈັດຕັ້ງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນເພື່ອສືບຕໍ່ເຮັດສໍາເລັດໜ້າທີ່ການເມືອງໃນເງື່ອນໄຂປະຈຸບັນໄດ້ເປັນຢ່າງດີ.
ອົງຄະນະພັກແຂວງຊຽງຂວາງຍາມໃດກໍ່ບໍ່ລົດລະ ແລະ ເອົາໃຈໃສ່ຢ່າງເປັນປະຈໍາຕໍ່ວຽກງານການສຶກສາອົບຮົມພະນັກງານ, ສະມາຊິກພັກ, ຍົກສູງຄຸນນະພາບການນໍາພາຂອງພັກ, ກໍາລັງສູ້ຮົບຂອງພັກບັນດາອົງການຈັດຕັ້ງແຕ່ລະຂັ້ນ, ພ້ອມກັນນັ້ນກໍ່ຮັດແໜ້ນສາຍພົວພັນອັນສະໜິດແໜ້ນລະຫວ່າງພັກກັບມະຫາຊົນ, ບັນດາແນວຄິດກ່ຽວກັບການປ່ຽນແປງໃໝ່, ການປັບປຸງປົວແປງພັກໃນໄລຍະໃໝ່, ເພື່ອຍົກສູງລະດັບແນວຄິດທິດສະດີຂອງພັກຢ່າງບໍ່ຢຸດຢັ້ງ, ຈົ່ງຮັກພັກດີ ແລະ ໜູນໃຊ້ທິດສະດີມາກ-ເລນິນຢ່າງມີຫົວຄິດປະດີດສ້າງເຂົ້າໃນພາລະກິດຕົວຈິງຂອງການປະຕິວັດ, ຄວາມສາມາດນໍາພາຂອງອົງຄະນະພັກແຂວງ; ໂຄສະນາປຸກລະດົມຈັດຕັ້ງປະຕິບັດຄໍາສັ່ງຄໍາ, ແນະນໍາຕ່າງໆຂອງພັກ, ຂອງກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ, ຂອງລັດຖະບານໃຫ້ມີຄວາມເຂັ້ມງວດ ແລະ ສັກສິດ, ຊຸກຍູ້ສົ່ງເສີມຢ່າງແຂງແຮງ, ຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກ, ພະນັກງານ ແລະ ບັນດາຊັ້ນຄົນໃນຂະບວນການແຂງຂັນຮັກຊາດ ແລະ ພັດທະນາໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ, ເພື່ອຈໍາກັດ ແລະ ຕີຖອຍປະກົດການຫຍໍ້ທໍ້ຕ່າງໆ.
ແຂວງຊຽງຂວາງ ຖືເອົາການເຕົ້າໂຮມຄວາມສາມັກຄີເປັນເປັນປຶກແຜ່ນພາຍໃນເປັນປັດໃຈສໍາຄັນໃນການຕັດສິນເຖິງການຄົງຕົວແລະ ຂະຫຍາຍຕົວຂອງອົງຄະນະພັກແຂວງ, ຍ້ອນແນວນັ້ນຈິງຮັກສາໄດ້ຄວາມ ເປັນເອກພາບທາງດ້ານແນວຄິດ, ການຈັດຕັ້ງ ແລະ ການກະທໍາຕົວຈິງບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ແລະ ແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ, ໃນນັ້ນເພີ່ມທະວີການນໍາທຸກຂັ້ນດ້ວຍການເຄົາລົບຫຼັກການລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ ແລະ ດ້ວຍວິການເຊີດຊູຈິດໃຈຕໍານິຊ່ວຍເຫຼື່ອເຊິ່ງກັນ ແລະ ກັນເພື່ອຄວາມກ້າວໜ້າຮັກສາທາດແທ້ປະຕິວັດເປັນຕົ້ນແມ່ນການປັບປຸງປົວແປງພັກທົ່ວແຂວງ, ເມືອງ, ຮາກຖານພັກ, ພະເະແນກການ, ກົມກອງ, ຮາກຖານບ້ານ. ປະຈຸບັນແມ່ນກໍາລັງສືບຕໍ່ຈັດຕັ້ງປະຕິບັດແກ້ໄຂຜົນການສໍາຫຼວດກວດກາຢ່າງຈິງຈັງໂດຍປະຕິບັດຕາມທິດຊີ້ນໍາຂອງກົມການເມືອງສູນກາງພັກ, ຄະ ນະເລຂາທິການສູນກາງພັກ, ເພື່ອເຮັດໃຫ້ການຈັດຕັ້ງພັກທຸກຂັ້ນປອດໃສ, ເຂັ້ມແຂງ, ໜັກແໜ້ນ.
ໂດຍສຸມໃສ່ຄັດຈ້ອນເລືອກເຟັ້ນ ແລະ ກໍ່ສ້າງພະນັກງານຫຼັກແຫຼ່ງ, ນໍາພາ, ຄຸ້ມຄອງທີ່ມີຄວາມຮູ້ຄວາມສາມາດສູງ, ມີຄຸນທາດການເມືອງທີ່ໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ ແລະ ເປັນບຸກຄົນທີ່ມີຄວາມໂປ່ງໃສໃນໜ້າທີ່ວຽກງານ.
ເພື່ອໃຫ້ການຈັດຕັ້ງປະຕິບັດໃຫ້ບັນລຸຕາມແຜນການ ແລະ ຄາດໝາຍສູ້ຊົນທີ່ວາງໄວ້ອົງຄະນະບໍລິຫານງານພັກແຂວງຍັງໄດ້ວິເຄາະ, ໄຈ້ແຍກໜາກຜົນການຜັນຂະຫຍາຍວຽກງານດັ່ງນີ້:
- ແຂວງຊຽງຂວາງພວກເຮົາໄດ້ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ໄດ້ສືບຕໍ່ລົງກໍ່ສ້າງຮາກຖານການເມືອງ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໄດ້ຢ່າງແທດເຖິງ, ເອົາໃຈໃສ່ສຶກສາອົບຮົມປະຊາຊົນໃນການເປັນເຈົ້າການ, ໃນວຽກງານປ້ອງກັນຊາດ, ສ້າງຕາໜ່າງ ປກສ, ກອງຫຼອນບ້ານໃຫ້ມີຄວາມເຂັ້ມແຂງ.
- ການຊີ້ນໍາຜັນຂະຫຍາຍແນວທາງ, ແຜນນະໂຍບາຍຂອງພັກໃນຂົງເຂດການເມືອງ ຢ່າງຕໍ່ເນື່ອງ ແລະ ສາມາດບັນລຸເປົ້າໝາຍເປັນກ້າວໆ, ທົ່ວເຖິງທຸກເປົ້າໝາຍ, ການສຶກສາອົບຮົມການເມືອງ-ແນວຄິດໄດ້ດໍາເນີນເປັນປົກກະຕິ, ເຮັດໃຫ້ພະນັກງານ, ສະມາຊິກພັກຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດໃນການປະບັດນະໂຍບາຍເບິ່ງແຍງ ແລະ ປິ່ນປົວສຸຂະພາບຂອງປະຊາຊົນຕາມທິດຖືເອົາການອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບເປັນຕົ້ນຕໍ, ເອົາໃຈໃສ່ການອະນຸລັກ ແລະ ເສີມຂະຫຍາຍວັດທະນະທໍາຂອງປະຊາຊົນບັນດາເຜົ່າ.
- ໄດ້ເອົາໃຈໃສ່ປັບປຸງ ແລະ ພັດທະນາກົນໄກແບບແຜນໃນການປະຕິບັດລະບອບ, ລະບຽບຂອງການບໍລິຫານລັດໃຫ້ຖືກຕາມທິດ 4 ບຸກທະລຸທີ່ກອງປະຊຸມໃຫຍ່ຄັ້ງທີ IX ຂອງຄະນະບໍລິຫານງານສູນກາງພັກວາງອອກເປັນຕົ້ນແມ່ນບຸກທະລຸທາງດ້ານຈິນຕະນາການ; ຍົກສູງຄຸນະພາບການຕິດຕາມກວດກາປະຕິບັດກົດໝາຍ, ປັບປຸງ ແລະ ບູລະນະກົງຈັກບໍລິຫານຄຸ້ມຄອງລັດດ້ວຍກົດໝາຍໃຫ້ມີຄວາມສັກສິດເປັນກ້າວໆຕາມທິດ 3 ສ້າງ, ແກ້ໄຂລະບອບວິທີເຮັດວຽກ ແລະ ລະບຽບການຂອງແຂວງທີ່ກົດໜ່ວງການຄຸ້ມຄອງບໍລິຫານລັດ; ເພື່ອເຮັດໃຫ້ຂັ້ນບ້ານ, ເມືອງ ແລະ ແຂວງມີລະບົບກົງຈັກທີ່ຄົບຊຸດ.
- ໄດ້ເພີ່ມທະວີຍົກສູງບົດບາດຂອງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ, ສະຫະພັນນັກຮົບເກົ່າໃນການສ້າງກ້ອນກໍາລັງສາມັກຄີປອງດອງລະຫວ່າງເຜົ່າຊົນ, ຊັ້ນຄົນ ແລະ ເພດໄວໃນທົ່ວແຂວງ; ສຸ່ມໃສ່ຊີ້ນໍານໍາພາຊຸກຍູ້ໃຫ້ບັນດາອົງການຈັດຕັ້ງມະຫາຊົນໃຫ້ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ຕັ້ງໜ້າຈັດຕັ້ງປະຕິບັດບັນດາຂໍ້ແຂ່ງຂັນຂອງແຕ່ລະອົງການ.
- ໄດ້ມີຄວາມພະຍາມສູງ, ຄວາມສາມາດນໍາພາຂອງພັກ ແລະ ຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກ ເຊີ່ງໄດ້ດໍາເນີນມາດຕະການທີ່ສໍາຄັນກ່ຽວກັບບັນຫາປົວແປງພັກ, ປັບປຸງແບບແຜນວິທີເຮັດວຽກໃຫ້ມີຄວາມຖືກຕ້ອງ, ແກ້ໄຂແນວຄິດພະຍາດອາດຍາສິດ. ຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ, ປັບປຸງມາດຕະຖານ, ແຜນກໍານົດ ແລະ ການຄຸ້ມຄອງພະນັກງານນໍາພາ-ຄຸ້ມຄອງ, ການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.
- ວຽກງານການເມືອງ-ແນວຄິດເປັນວຽກຍຸດທະສາດຂອງພັກ, ເປັນພາກສ່ວນທີ່ສໍາຄັນໃນການຍົກສູງຄວາມຮັບຜິດຊອບ ແລະ ຄຸນນະພາບຂອງການນໍາພາດ້ານການເມືອງຂອງພັກ ແລະ ຫາກຍັງເປັນປັດໃຈປັບປຸງປົວແປງພາຍໃນພັກໃຫ້ເຂັ້ມແຂງ ແລະ ໜັກແໜ້ນ; ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາຕໍ່ວຽກງານການເມືອງ-ແນວຄິດຖືເອົາວຽກງານດັ່ງກ້າວເປັນແຖວໜ້າ, ເປັນວຽກກົກ, ເປັນວຽກທີ່ໄດ້ເຮັດທຸກເວລາ, ເປັນວຽກທີ່ຂ້ຽວຂາດ ແລະ ສັບສົນກວ່າໝູ່ ເປັນວຽກໃຈກາງໃນການເຮັດໃຫ້ຈຸດໝາຍຍຸດທະສາດຂອງການປະຕິວັດໜ້າທີ່ວຽກງານປະກົດຜົນເປັນຈິງ.
- ເພີ່ມທະວີຄວາມຮັບຜິດຊອບເພື່ອແກ້ໄຂຜົນຂອງການດໍາເນີນຊີວິດການເມືອງປົວແປງພັກປີ 2017 ຕິດພັນກັບການແກ້ປະກົດການຫຍໍ້ທໍ້, ການເຊື່ອມຖອຍພາຍໃນພັກ, ມີຄວາມເດັດຂາດ, ເຂັ້ມງວດ; ອັນສໍາຄັນການນໍາພາຂອງອົງຄະນະພັກ, ອົງການປົກຄອງແຂວງຕ້ອງຮັກສາ ແລະ ເຊີດຊູຄວາມເຊື່ອໝັ່ນກໍາລັງແຮງຂັບເຄື່ອນສູ້ດ້ານຕັ້ງໜ້າຂຶ້ນກວ່າເກົ່າ.
ຄະນະບໍລິຫານງານພັກແຂວງຮຽກຮ້ອງມາຍັງຄະນະພັກ, ອົງການປົກຄອງແຕ່ລະຂັ້ນ, ສະມາຊິກພັກ ພະນັກງານ ແລະ ປະຊານບັນດາເຜົ່າຈົ່ງເຊີດຊູຄວາມສາມັກຄີເປັນປຶກແຜນຢູ່ອ້ອມຂ້າງຄະນະບໍລິຫານງານພັກແຂວງອົງການປົກຄອງແຂວງ ພ້ອມກັນຍົກສູງຄວາມຮັບຜິດຊອບ ແລະ ເປັນເຈົ້າການໃນການເຊື່ອມຊືມ, ກໍາແໜ້ນ ແລະ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະບໍລິຫານງານພັກແຂວງ ແລະ ປະຕິບັດຕາມຄໍາສັ່ງຂອງຄະນະເລາທິການສູນກາງພັກກ່ຽວກັບການກະກຽມດໍາເນິນກອງປະຊຸມໃຫຍ່ຂອງພັກ 3 ຂັ້ນໃຫ້ເປັນຂະບວນຟົດຟື້ນ ແຂງ ແຮງຕໍ່ເນື່ອງ ແລະ ເຮັດໃຫ້ເປັນວຽກງານຈຸດສຸມທີ່ອົງຄະນະພັກແຂວງວາງອອກໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສໍາເລັດ.
ໂດຍ: ກອງສີ ພາສະຫວັດ
ມີ 40 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 66 |
![]() | ມື້ວານນີ້ | 81 |
![]() | ອາທິດນີ້ | 284 |
![]() | ເດືອນນີ້ | 2580 |
![]() | ທັງໝົດ | 147822 |