ຍິນດີຕ້ອນນຮັບທ່ານເຂົ້າສູ່ເວບໄຊສ ຄະນະໂຄສະນາອົບຮົມແຂວງຊຽງຂວາງ                                                                            

ກອງໂຄສະນາເຄື່ອນທີ່ເຄື່ອນໄຫວສາຍຟີມມູນເຊື້ອປະຫວັດສາດສໍາຄັນຂອງພັກ, ຂອງຊາດ ຢູ່ເມືອງຜາໄຊ

ໃນ​ວັນ​ທີ 13 ມັງກອນ 2022 ຜ່າ​ນມາ ຄະນະ​ໂຄສະນາ​ອົບຮົມ​ແຂວງ ນໍາ​ໂດຍ ທ່ານ ວັນນະ​ສິນ ຜະ​ລີ​ຈັນ ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ແຂວງ ພ້ອມ​ດ້ວຍ​ທີ​ມງານຄະນະ​ໂຄສະນາ​ອົບຮົມ​ແຂວງສົມທົບ​ກັບ​ຄະນະ​ໂຄສະນາ​ອົບຮົມ​ເມືອງ​ໄດ້ນໍາ​​ເອົາ​ກອງ​ໂຄສະນາ​ເຄື່ອນ​ທີ່​ລົງ​ສາຍ​ຟີມຮູບ​ເງົາຢູ່​ຫ້ອງ​ປະຊຸມ​ຫ້ອງ​ວ່າການ​ເມືອງ​ຜາ​ໄຊ. ມີ​ບັນດາພະນັກງານ​ຫຼັກ​​ແຫຼ່ງຂອງ​ເມືອງທີ່​ມາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄຂ​ກ້ວາງ​ຂອງ​ອົງຄະ​ນະ​ພັກ​ເມືອງ ​ແລະ ຈາກ​ນັ້ນ​ກໍ່​ໄດ້​ລົງ​ໄປ​ຈັດ​ຕັ້ງ​ເຜີຍ​ແຜ່​ຢູ່ບ້ານ​ທາງ​ຕື່ມ​ອີກ​ໂດຍ​ການ​ເຂົ້າ​ຮ່ວມ​ຊົມ​ຂອງພໍ່​ແມ່​ປະຊາຊົນ, ຊາວ​ໜຸ່ມ, ​

ເຍົາ​ວະ​ຊົນ ປະມານ 140 ກ່ວາ​ຄົນ.

​       ​ຈຸດປະສົງ​ໃນການ​ລົງ​ເຄື່ອນ​ໄຫວ​ໃນ​ຄັ້ງນີ້​​​ແມ່ນ​ການຈັດ​ຕັ້ງ​ປະຕິບັດ​ ການຜັນ​ຂະຫຍາຍ​ມະຕິ XI ຂອງ​ສູນ​ກາງ​ພັກ, ມະຕິ VIII ​ຂອງ​ອົງຄະ​ນະ​ພັກ​ແຂວງ​ຕິດ​ພັນ​ກັບ​ການ​ຜັນ​ຂະຫຍາຍ 2 ວາລະ​ແຫ່ງ​ຊາດ. ​ເນື້ອ​ໃນການໂຄສະນາ​ເຄື່ອນ​ທີ່​ໄດ້​ສາຍ​ຟີມມູນ​ເຊື້ອຊີວິດ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ປະທານ ​ໄກສອນ ພົມວິຫານ, ມູນ​ເຊື້ອ​​ຂອງບັ້ນ​ຮົບປົດ​ປ່ອຍ​ສາລາ​ພູ​ຄູນ, ຜົນ​ຮ້າຍ​ຂອງ​ຢາ​ເສບ​ຕິດ, ຜົນ​ສໍາ​ເລັດ​ຂອງ​ການ​ກໍ່ສ້າງ​ເສັ້ນທາງ ລົດ​ໄຟ​ລາວ-ຈີນ ​ແລະ ສາລະ​ຄະດີຄອບຄົວ​ຕົວ​ແບບ​ໃນ​ການ​ປູກ​ການ​ລ້ຽງ ນີ້ກໍ່​ເພື່ອ​ເຮັດ​ໃຫ້​ພະນັກງານ​ຫຼັກ​ແຫຼ່ງ, ພໍ່​ແມ່​ປະຊາຊົນ, ຊາວ​ໜຸ່ມ, ​ເຍົາວະ​ຊົນ​ໄດ້ຮັບ​ຮູ້​ຫວນ​ຄືນ​ມູນ​ເຊື້ອ​ໃນ​ການ​ຊີ້ນໍາ-ນໍາພາ​ການ​ຕໍ່ສູ້​ປົດ​ປ່ວຍ​ຊາດ, ມູນ​ເຊື້ອ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ​​, ຮໍ່າຮຽນ​ເອົາ​ແບບຢ່າງ​ຄຸນສົມບັດ, ທາດ​ແທ້​ປະຕິວັດ, ຄວາມ​ຈົ່ງ​ຮັກ​ພັກດີ​, ຄວາມ​ເດັດດ່ຽວໜຽວ​ແໜ້ນໃນ​ແຕ່ລະ​​ໄລຍະຂອງ ປະທານ ​ໄກສອນ ພົມວິຫານ ​ເນື່ອງ​ໃນ​ໂອກາດ ວັນ​ຄ້າຍວັນເກີດ ປະທານ ​ໄກສອນ ພົມວິຫານ ​ໄດ້​ໜູນ​ວຽນມາຄົບຮອບ 102 ປີ (13/12/1920-13/12/2021), ​ເຫັນ​ໄດ້ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ລະ​ຫ່ວາງ​ສອງ​ພັກ​ກໍ່​ຄື​ສອງ​ລັດຖະບານ ລາວ ​ແລະ ຈີນ ​ໃນ​ການ​ກໍ່​ສ້າງ​ເສັ້ນທາ​ງລົດ​ໄຟ​ຈາກ ສປ ຈີນ ສູ່ ສາທາລະນະ​ລັດ ປະຊາ​ທິ​ປະ​ໄຕ ປະຊາຊົນ​ລາວ; ​ແມ່ນຍຸດ​ທະ​ສາດ​ແຫ່ງ​ການ​ພັດທະນາ​ປະ​ເທດ​ຊາດຫລຸດພົ້ນອອກຈາກສະຖານະພາບດ້ວຍພັດທະນາ ແລະ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມຂອງ​ພັກ​ເຮົາ, ​ແນ່ໃສ່ເພື່ອປຸກລະດົມ​ໃຫ້​ປະຊາຊົນ​ຈົ່ງ​​ເຊີດ​ຊູນໍ້າ​ໃຈ​ຮັກ​ຊາດ, ຮັກ​ບ້ານ​ເກີດ​ເມືອງ​ນອນ, ຊາວ​ໜຸ່ມ​ເ​ຍົາ​ວະ​ຊົນ​ເຫັນ​ໄດ້ຜົນ​ຮ້າຍ​ຂອງ​ຢາ​ເສບຕິດ​​ທີ່​ມີ​ຕໍ່​ຊີວິດ​ຮ່າງ​ກາຍ ​ແລະ ​ຫ່າງໄກຈາກສິ່ງເສບຕິດຕ່າງໆ​ເພື່ອ​​ເຮັດໃຫ້​ສັງຄົມມີຄວາມ​ສະ​ຫງົບຫຼີກ​ລຽງຈາກ​ການ​​ເກີດ​ມີ​ການຂີ້ລັກງັກ​ແງະ​, ການອາ​ລະວາ​ດຕີ​ກັນ ​ເພື່ອ​ເປັນ​ການ​ປຸກລະດົມ​ທຸກ​ຊັ້ນ​ຄົນ​​ໃນສັງຄົມ​ເປັນ​ເຈົ້າ​ການ​ໃນ​ການ​ປະຕິບັດ​ວາລະ​ແຫ່ງ​ຊາດ​ໃນ​ການ​ແກ້​ໄຂ​ບັນ​ຫາ​ຢາ​ເສບ​ຕິດ. ນອກ​ນີ້ ​ຍັງເຮັດ​ໃຫ້​ປະຊາຊົນ​​ໄດ້​ຮຽນຮູ້​ບົດຮຽນ​ໃນການ​ປູກ​-ການ​ລ້ຽງ​ເພື່ອ​ສ້າງ​ລາຍ​ຮັບ​ແກ່​ຄອບຄົວ, ​​ເຮັດໃຫ້​ຄອບຄົວມີ​ຢູ່​ມີ​ກິນ​, ບ້ານ​ມີ​ການ​ພັດທະນາ​ຕາມ​​ແນວທາງ​ຂອງ​ພັກ ​ແລະ ​ສອດ​ຄ່ອງ​ກັບ​ແຜນ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ລັດກໍ່​ຄື​ມະຕິ​ກອງ​ປະຊຸມ​ໃຫຍ່ຂອງ​ແຂວງ ​ແລະ ຂອງ​ເມືອງວາງ​ອອກ​ໃນ​ແຕ່ລະ​ໄລຍະ.

      ​ກາ​ນນໍາ​ເອົາ​ກອງ​ໂຄສະນາ​ເຄື່ອນ​ທີ່​ລົງ​ສາຍ​ຟີມ​ມູນ​ເຊື້​ອປະຫວັດສາດ ​ແລະ ສາລະ​ຄະດີ​ຕ່າງໆນັ້ນ; ມັນ​​ກໍ່​ເປັນຮູບ​ການ​ໂຄສະນາສຶກສາອົບຮົມວຽກງານ​ການ​ເມືອງ​-​ແນວ​ຄິດທີ່​ສໍາຄັນອັນ​ໜຶ່ງ ​ເຊິ່ງສາມາດເຮັດ​​ໃຫ້​ຜູ້​ຊົມ​ໄດ້​​ສໍາ​ພັດ​ດ້ວຍ​ຕາ, ​ເຂົ້າ​ໃຈງ່າຍ, ເປັນ​ການ​ໂຄສະນາສຶກສາ​ອົບຮົມໃຫ້ສະມາຊິກພັກ, ພະນັກງານ, ປະຊາຊົນບັນດາ​ເຜົ່າ, ຊາວ​ໜຸ່ມ, ​ເຍົາ​ວະ​ຊົນ​ໄດ້​ຮັບຮູ້​​ເຂົ້າ​ໃຈຕໍ່​ແນວທາງນະ​ໂຍບາຍຂອງ​ພັກ, ກົດໝາຍ​ຂອງ​ລັດ, ມູນ​ເຊື້ອ​ປະຕິວັດ​​ໃນ​ການຕໍ່ສູ້​ກູ້​ຊາດ​ທີ່​ບໍ່​ຍອມ​ຈໍານົນ​ຂອງ​ການ​ນໍາ​ຫຸ່ນ​ກ່ອນ ​ແລະ ການ​ຊີ້​ນໍາ-ນໍາພາ​ຂອງ​ພັກ​ເຮົາ​​ໃນ​ໄລຍະ​​​ໃໝ່ ເພື່ອ​ພ້ອມ​ກັນ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ​ໃຫ້​ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ.

ວີດີໂອ....

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1119
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

                                                           

 

               

 

ຈຳນວນຄົນອອນໄລ໌ທ

ມີ 3  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

138163
ມື້ນີ້ມື້ນີ້21
ມື້ວານນີ້ມື້ວານນີ້127
ອາທິດນີ້ອາທິດນີ້405
ເດືອນນີ້ເດືອນນີ້2198
ທັງໝົດທັງໝົດ138163