ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ພັກປະຊາຊົນປະຕິວັດລາວ
ຄະນະປະຈຳພັກແຂວງ ເລກທີ 10 / ຄປພຂ.ຊຂ
ຊຽງຂວາງ, ວັນທີ 21 ມັງກອນ 2020
ມະຕິຕົກລົງ
ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ
ຂອງຄະນະໂຄສະນາອົບຮົມແຂວງຊຽງຂວາງ.
- ອີງຕາມ ມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ04/ກມສພ, ລົງວັນທີ 21 ມີນາ2014 ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະໂຄສະນາອົບຮົມສູນກາງພັກ;
- ອີງຕາມ ການຕົກລົງເປັນເອກະພາບໃນກອງປະຊຸມຄັ້ງວັນທີ 21 ພະຈິກ 2019 ວ່າດ້ວຍ ການຈັດຕັ້ງ ແລະການເຄື່ອນໄຫວຂອງຄະນະໂຄສະນາອົບຮົມແຂວງຊຽງຂວາງ;
- ອີງຕາມ ໜັງສືສະເໜີຂອງຄະນະໂຄສະນາອົບຮົມແຂວງຊຽງຂວາງ ສະບັບເລກທີ 433 / ຄອຂ, ລົງວັນທີ20 ທັນວາ 2019;
ຄະນະປະຈຳພັກແຂວງຕົກລົງ:
ໝວດທີ I
ບົດບັນຍັດທົ່ວໄປ
ມາດຕາ 1 ຈຸດປະສົງ.
ມະຕິຕົກລົງສະບັບນີ້ກຳນົດທີ່ຕັ້ງ, ພາລະບົດບາດ, ໜ້າທີ່, ຂອບເຂດສິດ, ໂຄງປະກອບການຈັດຕັ້ງ, ຫຼັກການ ແລະ ແບບແຜນວິທີເຮັດວຽກ ເພື່ອເປັນບ່ອນອີງດ້ານນິຕິກໍາໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະໂຄສະນາອົບຮົມແຂວງ ແນ່ໃສ່ຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມໃຫ້ມີປະສິດທິຜົນສູງ;
ມາດຕາ 2 ທີ່ຕັ້ງ ແລະພາລະບົດບາດ.
ຄະນະໂຄສະນາອົບຮົມແຂວງ, ຂຽນຊື່ຫຍໍ້ດ້ວຍຕົວອັກສອນ ( ຄອຂ ) ແມ່ນໂຄງປະກອບກົງຈັກໜຶ່ງຂອງພັກ, ມີຖານະທຽບເທົ່າກັບບັນດາພະແນກການ ແລະ ອົງການຕ່າງໆຂັ້ນແຂວງ ຢູ່ພາຍໃຕ້ການຊີ້ນໍາແລະ ຄຸ້ມຄອງດ້ານຊີວິດການເມືອງຂອງອົງຄະນະພັກແຂວງ ແລະ ພາຍໃຕ້ການຊີ້ນໍາກວດການທາງດ້ານວິຊາການຂອງຄະນະໂຄສະນາອົບຮົມສູນກາງພັກ, ມີພາລະບົດບາດເປັນເສນາທິການດ້ານວຽກງານການເມືອງ-ແນວຄິດໃຫ້ອົງຄະນະພັກແຂວງ ແລະ ຄະນະໂຄສະນາອົບຮົມສູນກາງພັກກ່ຽວກັບວຽກບໍລິຫານ-ຈັດຕັ້ງ, ວຽກຄົ້ນຄວ້າສັງລວມ-ຫາງສຽງສັງຄົມ, ວຽກອົບຮົມ, ວຽກປາຖະກະຖາ ແລະ ກອງໂຄສະນາເຄື່ອນທີ່ໃນທົ່ວແຂວງ;
ໝວດທີ II
ໜ້າທີ່ ແລະ ຂອບເຂດສິດ
ມາດຕາ 3 ໜ້າທີ່.
ໜ້າທີ່ຂອງ ຄະນະໂຄສະນາອົບຮົມແຂວງ ມີດັ່ງນີ້:
1. ຄົ້ນຄວ້າຫັນເອົາແນວທາງແຜນນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງ, ແຈ້ງການ, ບົດແນະນຳ ແລະ ກົດໝາຍຂອງລັດຫັນເປັນອັນລະອຽດເປັນໂຄງການ, ແຜນການ, ເປັນເອກະສານເພື່ອສຶກສາອົບຮົມໃຫ້ເປົ້າໝາຍ ຕ່າງໆ;
2. ປະຕິບັດແນວທາງ, ມະຕິຂອງພັກ ກ່ຽວກັບວຽກງານການເມືອງ-ແນວຄິດ ກໍ່ຄືການຊີ້ນໍາຂອງຄະນະໂຄສະນາອົບຮົມສູນກາງພັກ ແລະ ຄະນະປະຈຳພັກແຂວງ, ກຳແໜ້ນສະພາບແນວຄິດ, ຫາງສຽງສັງຄົມ,ຖ້ອຍທຳນອງບິດເບືອນຂອງສັດຕູ, ກຸ່ມຄົນບໍ່ດີເພື່ອສ່ອງແສງລາຍງານຂັ້ນເທິງເປັນປົກກະຕິເພື່ອໃຫ້ຂັ້ນເທິງມີວິທີການ, ມາດຕະການແກ້ໄຂຢ່າງທັນການ;
3. ຄົ້ນຄວ້າຈັດຕັ້ງການຮໍ່າຮຽນທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ແນວທາງຂອງພັກວາງອອກໃນແຕ່ລະໄລຍະເພື່ອຝຶກອົບຮົມ ແລະ ບຳລຸງໃຫ້ຄະນະພັກ, ພະນັກງານ-ລັດຖະກອນ ແລະ ປະຊາຊົນດ້ວຍຫລາຍຮູບຫລາຍສີ;
4. ມີໜ້າທີ່ຊີ້ນຳ, ແນະນຳ ແລະ ຊຸກຍູ້ຄະນະພັກເມືອງຈັດຕັ້ງຝຶກອົບຮົມເພື່ອເປັນການບຳລຸງຍົກລະດັບຄວາມຮູ້ດ້ານການເມືອງ-ການປົກຄອງຂັ້ນພື້ນຖານໃຫ້ພະນັກງານເຮັດວຽກຢູ່ຮາກຖານບ້ານເປັນຕົ້ນເລຂາໜ່ວຍພັກ, ນາຍບ້ານຜູ້ທີ່ເຮັດວຽກງານອົງການຈັດຕັ້ງມະຫາຊົນ, ແນວໂຮມ ແລະ ຜູ່ສຶບທອດຂອງບ້ານ;
5. ຈັດຕັ້ງ, ຊີ້ນຳ, ແນະນຳ ແລະ ສ້າງລະບົບຕາໜ່າງນັກໂຄສະນາຢູ່ຂັ້ນແຂວງ, ເມືອງ ແລະ ຮາກຖານບ້ານ ເພື່ອໂຄສະນາປຸກລະດົມ, ອົບຮົມມູນເຊື້ອຕ່າງໆຂອງພັກ, ຂອງຊາດ, ຂອງສາກົນ, ຂອງການປະຕິວັດ, ນ້ຳໃຈສາມັກຄີເປັນເອກະພາບ, ຄວາມດຸຫມັ່ນຂະຫຍັນພຽນ, ຄວາມຫ້າວຫັນກະຕືລືລົ້ນປະຕິບັດແນວທາງການເມືອງຂອງພັກ, ກົດໝາຍຂອງລັດ ຕໍ່ທຸກເປົ້າໝາຍໃນສັງຄົມ;
6. ປະສານສົມທົບກັບຄະນະພັກເມືອງ ແລະ ຄະນະໂຄສະນາອົບຮົມເມືອງເພື່ອສຶກສາອົບຮົມການເມືອງແນວຄິດໃນອ້ອມຂ້າງເມືອງ ແລະ ຮາກຖານບ້ານຢ່າງທົ່ວເຖີງ;
7. ຄົ້ນຄວ້າ-ສະຫຼຸບສັງລວມວຽກງານການເມືອງ-ແນວຄິດ, ຈັດຕັ້ງບໍາລຸງແນະນໍາດ້ານວິຊາການ, ສະໜອງເອກະສານທີ່ຈຳເປັນໃຫ້ຄະນະໂຄສະນາອົບຮົມເມືອງ ແລະ ຂະແໜງການຕ່າງໆອ້ອມຂ້າງແຂວງ;
8. ຊີ້ນຳ ແລະ ແນະນຳທາງດ້ານການເມືອງ - ແນວຄິດໃຫ້ບັນດາການຈັດຕັ້ງສື່ມວນຊົນໃນການໂຄສະນາຕາມສື່ຕ່າງໆ;
9. ເຂົ້າຮ່ວມບັນດາໂຄງການຄົ້ນຄວ້າພຶດຕິກຳຂອງພັກ, ສຳມະນາ, ສະຫຼຸບຖອດຖອນບົດຮຽນສ້າງເປັນເອກະສານທິດສະດີລວມຂອງພັກ;
10. ມີໜ້າທີ່ພົວພັນ, ຮ່ວມມືແລກປ່ຽນບົດຮຽນກັບຕ່າງແຂວງ ແລະ ຕ່າງປະເທດດ້ານແນວຄິດທິດສະດີ ແລະ ວິທະຍາສາດ ແຫ່ງການນຳພາການເມືອງ-ແນວຄິດ;
11. ເຂົ້າຮ່ວມການສໍາມະນາ, ການຝຶກອົບຮົມ ຂອງພາຍໃນ ແລະ ສາກົນທີ່ດຳເນີນຢູ່ພາຍໃນແຂວງ;
12. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຂັ້ນເທິງ ຫຼື ຕາມກົດໝາຍ ແລະ ລະບຽບການກໍານົດ;
ມາດຕາ 4 ຂອບເຂດສິດ.
1. ພົວພັນປະສານສົມທົບ, ຕິດຕາມ, ກວດກາ, ຊຸກຍູ້ ແລະ ມີຄຳເຫັນສະເໜີກ່ຽວກັບແຜນການ, ລາຍການ ແລະ ການປັບປຸງຊັບຊ້ອນບຸກຄະລະກອນ ຂອງຄະນະໂຄສະນາອົບຮົມແຂວງ, ເມືອງໃນຄວາມຮັບຜິດຮັບຊອບຂອງຕົນ;
2. ມີສິດສ້າງແຜນ ແລະ ຊຸກຍູ້ກວດກາການຈັດຕັ້ງປະຕິບັດ ແຜນການ, ທິດທາງ, ຈຸດໝາຍ ແລະ ຄາດໝາຍສູ້ຊົນລວມດ້ານການເມືອງ- ແນວຄິດ ໃຫ້ບັນດາພະແນກການ, ກົມກອງຂອງແຂວງ ແລະ ເມືອງເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ;
3. ມີສິດສະເໜີຄວາມຄິດເຫັນຕໍ່ການນຳຂອງພະແນກການ, ກົມກອງຂອງແຂວງ ແລະ ເມືອງກ່ຽວກັບວຽກງານການເມືອງ-ແນວຄິດ ແລະ ບຸກຄະລະກອນທີ່ເຮັດວຽກງານການເມືອງ-ແນວຄິດ;
4. ມີສິດເຂົ້າຮ່ວມ ແລະ ປະກອບຄຳຄິດຄຳເຫັນຕໍ່ກອງປະຊຸມຄະນະບໍລິຫານງານພັກແຂວງ, ຄະນະປະຈຳພັກແຂວງ ເພື່ອຄົ້ນຄວ້າອະທິບາຍກ່ຽວກັບວຽກງານການເມືອງ-ແນວຄິດ;
5. ມີສິດອອກບົດແນະນຳ, ຄຳສັ່ງ, ແຈ້ງການຕ່າງໆກ່ຽວກັບບັນຫາທີ່ນອນຢູ່ໃນພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຕໍ່ຂັ້ນເມືອງ ແລະ ພະແນກການ, ກົມກອງຂອງແຂວງເພື່ອຈັດຕັ້ງປະຕິບັດ;
6. ມີສິດຮຽກໂຮມປະຊຸມຂະແໜງການຂອງຕົນ ແລະ ຮຽກໂຮມການສ່ອງແສງລາຍງານສະພາບຫາງສຽງສັງຄົມທີ່ມີຕໍ່ການນຳພາຂອງອົງຄະນະພັກ, ຄະນະພັກຂັ້ນຕ່າງໆ, ອຳນາດການປົກຄອງທຸກຂັ້ນ ແລະ ແຜນການຕ່າງໆຢ່າງເປັນປົກກະຕິ;
7. ມີສິດຕົກລົງບັນຫາພາຍໃນຄະນະໂຄສະນາອົບຮົມແຂວງເປັນຕົ້ນການນຳພາວຽກງານການເມືອງ-ແນວຄິດ, ການກໍ່ສ້າງ ແລະ ຄຸ້ມຄອງພະນັກງານ-ລັດຖະກອນ, ການບຳລຸງຍົກລະດັບຄວາມຮູ້ຄວາມສາມາດດ້ານຕ່າງໆ, ການປັບປຸງກົງຈັກການຈັດຕັ້ງເສນາທິການຂອງຕົນ, ການປະຕິບັດຂໍ້ກຳນົດລະບຽບການຕ່າງໆ ແລະ ສະເໜີໃຫ້ຂັ້ນເທິງຂອງຕົນຍ້ອງຍໍຜູ່ທີ່ມີຜົນງານດີເດັ່ນ ແລະ ລົງວິໄນຕໍ່ຜູ່ທີ່ກະທຳຜິດຂອງລັດຖະກອນໃນອົງການຈັດຕັ້ງຂອງຕົນທີ່ກະທຳຜິດຕາມລະບຽບຂອງພັກ, ກົດໝາຍຂອງລັດໄດ້ກໍານົດອອກ;
8. ມີສິດໄດ້ຮັບຂໍ້ມູນຂ່າວສານດ້ານຕ່າງໆຈາກຄະນະໂຄສະນາອົບຮົມສູນກາງພັກ, ຈາກຄະນະປະຈຳພັກແຂວງ, ຈາກທຸກອົງການ, ພະແນກການຂັ້ນແຂວງ ແລະ ຈາກຄະນະພັກເມືອງ;
9. ມີສິດສະເໜີແຜນງົບປະມານປະຈຳປີຮ່ວງຕ່າງໆ ເພື່ອສະເໜີຂັ້ນເທິງອານຸມັດ ແລະ ໄດ້ຮັບການຈັດຕັ້ງປະຕິບັດງົບປະມານຂະແໜງການຂອງຕົນໃຫ້ຖືກຕ້ອງຕາມລະບຽບຫຼັກການ ແລະ ໄດ້ຮັບນະໂຍບາຍຕ່າງໆຄືກັບອົງການຂອງພັກ - ລັດອື່ນໆ;
10. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຂັ້ນເທິງ ຫຼື ຕາມກົດໝາຍ ແລະ ລະບຽບການກໍານົດ;
ໝວດທີ III
ໂຄງປະກອບການຈັດຕັ້ງ.
ມາດຕາ 5 ໂຄງປະກອບກົງຈັກ.
ໂຄງປະກອບກົງຈັກຂອງຄະນະໂຄສະນາອົບຮົມແຂວງປະກອບມີ:
1. ຂະແໜງບໍລິຫານ - ຈັດຕັ້ງ;
2. ຂະແໜງ ຄົ້ນຄວ້າສັງລວມ - ຫາງສຽງສັງຄົມ;
3. ຂະແໜງ ອົບຮົມ;
4. ຂະແໜງ ປາຖະກະຖາ ແລະ ກອງໂຄສະນາເຄື່ອນທີ່.
ມາດຕາ 6 ໂຄງປະກອບບຸກຄະລາກອນ.
ໂຄງປະກອບບຸກຄະລາກອນຄະນະໂຄສະນາອົບຮົມແຂວງປະກອບດ້ວຍ:
1. ຫົວໜ້າຄະນະ 1 ທ່ານເປັນຜູ່ຮັບຜິດຊອບ ຕໍ່ອົງຄະນະພັກແຂວງ ແລະ ເປັນຜູ່ຊີ້ນໍາກ່ຽວກັບຜົນສໍາເລັດ ແລະ ຂໍ້ຂາດຕົກບົກຜ່ອງໃນການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງຄະນະໂຄສະນາອົບຮົບ;
ໃນກໍລະນີຕິດຂັດຫົວໜ້າຄະນະໂຄສະນາອົບຮົມຕ້ອງມອບສິດໃຫ້ຮອງຫົວໜ້າຄະນະໂຄສະນາ ອົບຮົມທ່ານໃດທ່ານໜື່ງເປັນຜູ່ຮັກສາການແທນ;
2. ຮອງຫົວໜ້າຄະນະໂຄສະນາອົບຮົມຈໍານວນໜື່ງ ຊ່ວຍຫົວໜ້າຄະນະໂຄສະນາອົບຮົມໃນການຊີ້ນໍາຂົງເຂດວຽກງານໃດໜື່ງຕາມການແບ່ງງານ ແລະ ການມອບໝາຍ, ຮັບຜິດຊອບຕໍ່ຫົວໜ້າຄະນະໂຄສະນາອົບຮົມກ່ຽວກັບຜົນສໍາເລັດ ແລະ ຂໍ້ຂາດຕົກບົກຜ່ອງຂອງຂົງເຂດວຽກງານທີ່ຕົນເອງຊີ້ນໍາ;
ຮອງຫົວໜ້າໂຄສະນາອົບຮົມຜູ່ຮັກສາການແທນຕ້ອງລາຍງານວຽກງານທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຮັກສາການແທນໃຫ້ ຫົວໜ້າຄະນະໂຄສະນາອົບຮົມ ພາຍຫຼັງກັບມາປະຈໍາການ, ຫົວໜ້າຂະ ແໜງ, ຮອງຂະແໜງ ແລະ ລັດຖະກອນ, ວິຊາການຈໍານວນໜື່ງຕາມການກໍາກົດຕໍາແໜ່ງງານ;
ສໍາລັບການບັນຈຸ, ສັບຊ້ອນ, ແຕ່ງຕັ້ງ, ໂຍກຍ້າຍ ຫຼື ປົດຕໍາແໜ່ງແມ່ນປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ກໍານົດໄວ້;
ໝວດທີ IV
ໜ້າທີ່ຂອງແຕ່ລະຂະແໜງ
ມາດຕາ 7 ຂະແໜງບໍລິຫານ - ຈັດຕັ້ງ.
ໜ້າທີ່ຂອງຂະແໜງບໍລິຫານ-ຈັດຕັ້ງ ມີດັ່ງນີ້:
1. ຄົ້ນຄວ້າຫັນເອົາແນວທາງແຜນນະໂຍບາຍຂອງພັກ, ມະຕິ, ຄຳສັ່ງ, ບົດແນະນຳ ແລະ ກົດໝາຍຂອງລັດຫັນເປັນອັນລະອຽດ, ເປັນໂຄງການ, ແຜນການ, ເອກະສານຕ່າງໆທີ່ກ່ຽວຂ້ອງກັບຂະແໜງຕົນຮັບຜິດຊອບ;
2. ເປັນໃຈກາງປະສານສົມທົບພາກສ່ວນທີ່ກ່ຽວຂ້ອງ, ພ້ອມມີໜ້າທີ່ຮັບຟັງການລາຍງານສ່ອງແສງສະພາບການຈັດຕັ້ງປະຕິບັດໜ້າທີ່ວຽກງານຮອບດ້ານຂອງບັນດາຂະແໜງການຂອງຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມບັນດາເມືອງ;1,3,4
3. ສະຫຼຸບ-ສັງລວມກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງຄະນະໂຄສະນາອົບຮົມແຂວງປະຈຳອາທິດ, ປະຈຳເດືອນ, 3 ເດືອນ, 6 ເດືອນ ແລະ 1 ປີ ເພື່ອລາຍງານໃຫ້ຄະນະໂຄສະນາອົບຮົມແຂວງ, ຫ້ອງວ່າການແຂວງ ແລະ ຄະນະໂຄສະນາອົບຮົມສູນກາງພັກຮັບຊາບຢ່າງເປັນປົກກະຕິ;
4. ປະສານສົມທົບສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກ ໃຫ້ແກ່ການເຄື່ອນໄຫວຂອງຫົວໜ້າຄະນະ ແລະຂະແໜງການ, ພະນັກງານ-ລັດຖະກອນເຊັ່ນ: ບ່ອນເຮັດວຽກ, ສະໜອງວັດຖຸອຸປະກອນເຄື່ອງຮັບໃຊ້ຫ້ອງການ, ຄຸ້ມຄອງພາຫະນະ, ເຄຫາສະຖານ, ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນສຳນັກງານ;
5. ມີໜ້າທີ່ຮັບໃຊ້ວຽກງານທົ່ວໄປຂອງຄະນະໂຄສະນາອົບຮົມແຂວງເຊັ່ນ:ຂາອອກ-ຂາເຂົ້າ, ແຈກຢາຍ, ເກັບມ້ຽນປົກປັກຮັກສາທຸກໆເອກະສານ, ການພີມ, ອັດເອກະສານ, ພິທີການ ແລະ ອື່ນໆທີ່ກ່ຽວຂ້ອງ;
6. ຄຸ້ມຄອງພະນັກງານທາງດ້ານຈຳນວນພົນ ແລະ ຄຸນນະພາບ, ການບຳລຸງ-ກໍ່ສ້າງ, ສັບຊ້ອນພະນັກງານ, ຄຸ້ມຄອງການປະຕິບັດນະໂຍບາຍຕ່າງໆ ຕໍ່ພະນັກງານ-ລັດຖະກອນ ທີ່ຂື້ນກັບຄວາມຮັບຜິດຊອບຂອງຕົນ;
7. ມີໜ້າທີ່ສ້າງແຜນງົບປະມານ ແລະ ຄຸ້ມຄອງການນຳໃຊ້ງົບປະມານເຂົ້າໃນວຽກງານຕ່າງໆຂອງຄະນະໂຄສະ ນາອົບຮົມແຂວງ, ສ້າງແຜນຄິດໄລ່ເງິນເດືອນພະນັກງານ-ລັດຖະກອນ, ເງິນບຳນານ ແລະ ເງິນບໍລິຫານຕ່າງໆໃຫ້ຖືກຕ້ອງຕາມລະບຽບຫຼັກການ;
8. ຈັດຕັ້ງ ແລະ ຕິດຕາມການປ້ອງກັນເວນຍາມ ແລະ ປະຕິບັດລະບຽບຂອງສຳນັກງານ, ກົດໝາຍ ລັດຖະ ກອນຂໍ້ກຳນົດຕ່າງໆ ເພື່ອຮັບປະກັນຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ;
9. ປະຕິບັດໜ້າທີ່ວຽກງານອື່ນໆຕາມການມອບໝາຍຂອງຄະນະໂຄສະນາອົບຮົມແຂວງ;
ມາດຕາ 8 ຂະແໜງຄົ້ນຄວ້າສັງລວມ - ຫາງສຽງສັງຄົມ.
ໜ້າທີ່ຂອງຂະແໜງຄົ້ນຄວ້າສັງລວມ - ຫາງສຽງສັງຄົມ ມີດັ່ງນີ້:
1. ຄົ້ນຄວ້າຫັນເອົາແນວທາງແຜນນະໂຍບາຍຂອງພັກ, ມະຕິ, ຄຳສັ່ງ, ບົດແນະນຳ ແລະ ກົດໝາຍຂອງລັດ
ຫັນເປັນອັນລະອຽດ, ເປັນໂຄງການ, ແຜນການ, ເອກະສານຕ່າງໆທີ່ກ່ຽວຂ້ອງກັບຂະແໜງຕົນຮັບຜິດຊອບ
2. ມີໜ້າທີ່ຄົ້ນຄວ້າສະຫຼຸບສັງລວມບັນຫາຕ່າງໆທີ່ບັນດາພະແນກການ-ກົມກອງຂອງແຂວງ ແລະ ບັນດາເມືອງ ສ່ອງແສງລາຍງານກ່ຽວກັບວຽກງານການເມືອງ-ແນວຄິດ ເຮັດບົດສະຫຼຸບປະຈຳເດືອນ, 3ເດືອນ, 6ເດືອນ ແລະ 1 ປີ ໃນທົ່ວແຂວງ ເພື່ອລາຍງານໃຫ້ຄະນະໂຄສະນາອົບຮົມແຂວງ, ຄະນະປະຈຳພັກແຂວງ ແລະ ຄະນະໂຄສະນາອົບຮົມສູນກາງພັກ;
3. ມີໜ້າທີ່ເຂົ້າຮ່ວມກອງປະຊຸມຄະນະໂຄສະນາອົບຮົມແຂວງ ແລະ ເຮັດໜ້າທີ່ບັນທຶກກອງປະຊຸມ, ແຈ້ງການ, ຂໍ້ຕົກລົງ, ບົດແນະນຳ, ບົດປາໃສ, ບົດໂອ້ລົມຕ່າງໆຂອງຄະນະປະຈຳພັກແຂວງ ແລະ ຄະນະໂຄສະ ນາອົບຮົມແຂວງ;
4. ສ້າງບົດສະຫຼຸບ, ແຜນການປະຈຳ 1 ເດືອນ, 3 ເດືອນ, 6 ເດືອນ ແລະ 1 ປີວຽກງານຫາງສຽງສັງຄົມ, ແລ້ວລາຍງານໃຫ້ຄະນະໂຄສະນາອົບຮົມແຂວງ, ຄະນະປະຈຳພັກແຂວງ ແລະ ຄະນະໂຄສະນາອົບຮົມສູນກາງພັກ;
5. ມີໜ້າທີ່ຄົ້ນຄ້ວາເອກະສານ, ໄຈ້ແຍກເອກະສານຕ່າງໆ ແລະ ຮ່າງເອກະສານຊ່ວຍຄະນະໂຄສະນາອົບຮົມແຂວງ
6. ມີໜ້າທີ່ກວດກາເອກະສານຕ່າງໆ ເຂົ້າຫາຫົວໜ້າ ແລະ ຄະນະໂຄສະນາອົບຮົມແຂວງ, ມີໜ້າທີ່ພົວພັນກັບພະແນກການ, ກົມກອງຕ່າງໆອ້ອມຂ້າງແຂວງ ແລະ ເມືອງຕໍ່ກັບໜ້າທີ່ວຽກງານຂອງຕົນ;
7. ຊ່ວຍຄະນະໂຄສະນາອົບຮົມແຂວງໃນການຕິດຕາມ, ເກັບກຳທ່າອ່ຽງແນວຄິດ, ຫາງສຽງສັງຄົມ, ຖ້ອຍທຳ ນອງຂອງສັດຕູ ເພື່ອໂຄສະນາຕອບຕ້ານຢ່າງທັນການ;
8. ປະຕິບັດໜ້າທີ່ວຽກງານອື່ນໆຕາມການມອບໝາຍຂອງຄະນະໂຄສະນາອົບຮົມແຂວງ;
ມາດຕາ 9 ຂະແໜງ ອົບຮົມ.
ໜ້າທີ່ຂອງຂະແໜງ ອົບຮົມ ມີດັ່ງນີ້:
1. ຄົ້ນຄວ້າຫັນເອົາແນວທາງນະໂຍບາຍ, ມະຕິ, ຄຳສັ່ງ, ບົດແນະນຳ, ລະບຽບກົດໝາຍຂອງລັດ ເພື່ອສຶກສາອົບຮົມເປັນຊຸດເປັນໄລຍະ ແລະ ຮຽນເປັນປະຈຳໃຫ້ແກ່ເປົ້າໝາຍຕ່າງໆ;
2. ຊ່ວຍຄະນະໂຄສະນາອົບຮົມແຂວງຕິດຕາມຊຸດຮຽນຢູ່ໂຮງຮຽນການເມືອງ-ການປົກຄອງແຂວງ, ການຮຽນວິຊາສັງຄົມ, ການເມືອງຢູ່ໂຮງຮຽນສາມັນ, ວິຊາຊີບ ແລະ ວິທະຍາໄລຕ່າງໆພາຍໃນແຂວງ;
3. ຈັດຕັ້ງ, ແນະນຳ ການບຳລຸງຍົກລະດັບຖັນແຖວພະນັກງານຜູ່ເຮັດວຽກງານການເມືອງ-ແນວຄິດ, ອົບຮົມນາຍບ້ານ, ອົບຮົມຄະນະພັກຮາກຖານ, ຄະນະໜ່ວຍພັກເປັນປົກກະຕິ;
4. ປະສານສົມທົບກັບ ຄະນະຈັດຕັ້ງແຂວງ ແລະ ຂະແໜງການທີ່ກ່ຽວຂ້ອງຈັດຕັ້ງເປີດຊຸດຝຶກອົບຮົມເປົ້າ ໝາຍມະຫາຊົນຜູ່ກ້າວໜ້າຂະຫຍາຍເຂົ້າເປັນສະມາຊິກພັກ;
5. ຊ່ວຍຄະນະໂຄສະນາອົບຮົມແຂວງ ຄົ້ນຄວ້າຈັດຕັ້ງ, ແນະນຳ ແລະ ຊຸກຍູ້ໃຫ້ຄະນະໂຄສະນາອົບຮົມເມືອງຈັດຝຶກອົບຮົມບຳລຸງຍົກລະດັບຄວາມຮູ້ດ້ານການເມືອງໃຫ້ພະນັກງານທີ່ເຮັດວຽກຢູ່ຮາກຖານບ້ານເປັນຕົ້ນແມ່ນເລຂາໜ່ວຍພັກ, ນາຍບ້ານ, ຜູ່ທີ່ເຮັດວຽກງານອົງການຈັດຕັ້ງມະຫາຊົນ, ແນວໂຮມ ແລະ ຜູ່ສຶບທອດຂອງບ້ານ;
6. ຊີ້ນຳ, ແນະນຳ ດ້ານໂຄງການຫຼັກສູດຕ່າງໆ ໃຫ້ຄະນະໂຄສະນາອົບຮົມເມືອງ ເພື່ອຮັບປະກັນໃຫ້ເນື້ອໃນການຮຽນ-ການສອນມີມາດຖານດີຂຶ້ນ;
7. ຄັດຈ້ອນ ແລະ ປັບປຸງເອກະສານ ນຳພາແນວຄິດ ໃຫ້ມີຫຼາຍຮູບຫຼາຍສີເພື່ອໃຫ້ເນື້ອໃນກະທັດລັດ ແລະ ເໝາະສົມກັບການນຳພາແນວຄິດຂອງແຕ່ລະທ້ອງຖິ່ນ;
8. ຊ່ວຍຄະນະໂຄສະນາອົບຮົມແຂວງ ຕິດຕາມ, ກວດກາ ການຮຽນ-ການສອນ ແລະ ກວດກາຄຸນນະພາບພາຍຫຼັງທີ່ນັກສຳມະນາກອນສຳເລັດຊຸດຝຶກອົບຮົມຂອງເມືອງເພື່ອຮັບປະກັນ 4 ບຸກທະລຸ ທີ່ພັກວາງອອກ;
9. ສ້າງແຜນການຂອງຕົນໃນແຕ່ລະໄລຍະຢ່າງຕໍ່ເນື່ອງ, ເມື່ອສຳເລັດແຜນການຕ້ອງສະຫຼຸບ, ຖອດຖອນບົດຮຽນ ແລະ ຕີລາຄາຜົນໄດ້ຮັບໃນການຈັດຕັ້ງປະຕິບັດແລ້ວລາຍງານໃຫ້ຄະນະປະຈຳພັກແຂວງ ແລະ ຄະນະໂຄສະນາອົບຮົມສູນກາງພັກເປັນປະຈຳ;
10. ປະຕິບັດໜ້າທີ່ວຽກງານອື່ນໆຕາມການມອບໝາຍຂອງຄະນະໂຄສະນາອົບຮົມແຂວງ;
ມາດຕາ 10 ຂະແໜງ ປາຖະກະຖາ ແລະ ກອງໂຄສະນາເຄື່ອນທີ່.
ໜ້າທີ່ຂອງຂະແໜງ ປາຖະກະຖາ ແລະ ກອງໂຄສະນາເຄື່ອນທີ່ ມີດັ່ງນີ້:
1. ຄົ້ນຄວ້າຫັນເອົາແນວທາງແຜນນະໂຍບາຍຂອງພັກ, ມະຕິ, ຄຳສ່ັງ, ບົດແນະນຳ ແລະ ກົດໝາຍຂອງລັດຫັນເປັນອັນລະອຽດ, ເປັນໂຄງການ, ແຜນການ, ເອກະສານຕ່າງໆທີ່ກ່ຽວຂ້ອງກັບຂະແໜງຕົນຮັບຜິດຊອບ;
2. ຈັດຕັ້ງການເຜີຍແຜ່ປາຖະກະຖາແນວທາງນະໂຍບາຍດ້ານຕ່າງໆຂອງພັກ-ລັດ, ມູນເຊື້ອຂອງພັກ, ຂອງຊາດ, ຄຸນສົມບັດຂອງຜູ່ນຳ, ຂອງສາກົນ ເພື່ອຈັດຕັ້ງເປັນຊຸດເປັນໄລຍະຢ່າງເປັນປະຈໍາ;
3. ກະກຽມເນື້ອໃນເອກະສານປາຖະກະຖາ-ໂຄສະນາເຄື່ອນທີ່ ແລະ ສ້າງແຜນເຄື່ອນໄຫວເພື່ອຊຸກຍູ້ໃຫ້ນັກປາຖະກະຖາ-ໂຄສະນາເຄື່ອນທີ່ ຢູ່ໃນພະແນກການ, ກົມກອງຂອງແຂວງ ແລະ ເມືອງໄດ້ຈັດຕັ້ງປະຕິບັດ;
4. ຊ່ວຍຄະນະໂຄສະນາອົບຮົມແຂວງ ຕິດຕາມ, ຊຸກຍູ້ ດ້ານເນື້ອໃນສື່ມວນຊົນ ແລະ ປຸກລະດົມ, ໂຄສະນາທາງກ້ວາງໃນໝູ່ມະຫາຊົນ ດ້ວຍຫຼາຍຮູບຫຼາຍສີ ແລະ ຫຼາຍກຳລັງໃນສັງຄົມ;
5. ເຂົ້າຮ່ວມການສຳມະນາ, ການປາຖະກະຖາຂອງພາຍໃນ ແລະ ສາກົນ ທີ່ດຳເນີນຢູ່ພາຍໃນແຂວງ;
6. ຈັດຕັ້ງການໂຄສະນາເຄື່ອນທີ່ໂດຍນຳໃຊ້ພາຫານະສື່ມວນຊົນ ເພື່ອປຸກລະດົມຂະບວນການດ້ານຕ່າງໆໃຫ້ເຂົ້າຮ່ວມໃນການຈັດປະຕິບັດແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດຢ່າງກ້ວາງຂວາງ;
7. ເປັນເຈົ້າການຕອບແກ້ການໂຄສະນາໃສ່ຮ້າຍປ້າຍສີຂອງສັດຕູ ແລະ ກຸ່ມຄົນບໍ່ດີກໍ່ຂື້ນໂດຍຢຶດໝັ້ນທັດສະນະຂອງພັກປະຊາຊົນປະຕິວັດລາວ;
8. ຈັດສົ່ງວາລະສານໂຄສະນາ, ວາລະສານອາລຸນໃໝ່, ໃບຂ່າວພາຍໃນຂອງຄະນະໂຄສະນາອົບຮົມສູນກາງພັກ ຕາມເປົ້າໝາຍຕ່າງໆຢ່າງທັນການ;
9. ສ້າງແຜນການເຄື່ອນໄຫວຂອງຂະແໜງໃນແຕ່ລະໄລຍະຢ່າງຕໍ່ເນື່ອງ, ເມື່ອສຳເລັດການຈັດຕັ້ງປະຕິບັດແລ້ວຕ້ອງສະຫຼຸບຖອດຖອນບົດຮຽນ, ຕີລາຄາຜົນໄດ້ຮັບລາຍງານໃຫ້ຄະນະປະຈຳພັກແຂວງ ແລະ ຄະນະໂຄສະນາອົບຮົມສູນກາງພັກເປັນປະຈຳ;
10. ປະຕິບັດໜ້າທີ່ວຽກງານອື່ນໆຕາມການມອບໝາຍຂອງຄະນະໂຄສະນາອົບຮົມແຂວງ;
ໝວດທີ V
ຫຼັກການ ແລະ ແບບແຜນວິທີເຮັດວຽກ.
ມາດຕາ 11 ຫຼັກການ.
ຄະນະໂຄສະນາອົບຮົມເຄື່ອນໄຫວຕາມຫຼັກການດັ່ງນີ້:
1. ພົວພັນກັບຄະນະປະຈຳພັກແຂວງແມ່ນ: ການຂໍທິດຊີ້ນຳ, ສ່ອງແສງລາຍງານກ່ຽວກັບການເຄື່ອນໄຫວວຽກງານ ແລະ ສະພາບວຽກງານການເມືອງ - ແນວຄິດ ຢ່າງເປັນປົກກະຕິ;
2. ພົວພັນກັບຄະນະປະຈຳພັກເມືອງໃນການປຶກສາຫາລືຊຸກຍູ້ກ່ຽວກັບການດຳເນີນວຽກງານການເມືອງ-ແນວຄິດຢູ່ຂັ້ນເມືອງ;
3. ພົວພັນ ແລະ ປະສານສົມທົບກັບໂຮງຮຽນການເມືອງ-ການປົກຄອງແຂວງ ດ້ານທິດທາງ, ເນື້ອໃນ, ຄາດໝາຍວຽກງານການເມືອງ - ແນວຄິດ ໃຫ້ເປັນເອກະພາບໃນແຕ່ລະຊຸດຮຽນ;
4. ພົວພັນກັບຄະນະຈັດຕັ້ງແຂວງແມ່ນສົມທົບໃນການກໍ່ສ້າງ, ບັນຈຸພະນັກງານ, ປັບປຸງກົງຈັກການຈັດຕັ້ງໃນວຽກງານຄະນະໂຄສະນາອົບຮົມຂອງຕົນ;
5. ພົວພັນກັບປະທານກວດການພັກ-ພະແນກກວດກາລັດແຂວງ ເພື່ອເກັບກຳສະພາບແນວຄິດ, ມີວິທີແກ້ໄຂຢ່າງຖືກຕ້ອງທັນເວລາ, ຮ່ວມມືໃນການສະກັດກັ້ນ ແລະ ແກ້ໄຂສິ່ງຫຍໍ້ທໍ້ຕ່າງໆ;
6. ພົວພັນກັບຄະນະໂຄສະນາອົບຮົມເມືອງ ແລະ ພາກສ່ວນທີ່ເຮັດວຽກງານການເມືອງ-ແນວຄິດຢູ່ບັນດາພະແນກການ, ກົມກອງຂອງແຂວງ ໃນການຊີ້ນຳ, ກະຕຸກຊຸກຍູ້, ແນະນຳວິຊາການ, ແຈ້ງຂ່າວ ແລະ ຮັບການສ່ອງແສງເປັນປົກກະຕິ;
7. ພົວພັນກັບໂຮງຮຽນວິທະຍາໄລຄູ, ວິຊາຊີບສຶກສາ, ໂຮງຮຽນສາມັນ ໃນດ້ານເນື້ອໃນ, ຫຼັກສູດ, ການຈັດວາງການກຳນົດເວລາຮຽນການເມືອງ ແລະ ຈັດວາງຄູ-ອາຈານ ສິດສອນວິຊາການເມືອງ.
ມາດຕາ 12 ແບບແຜນວິທີເຮັດວຽກ.
1. ຄະນະໂຄສະນາອົບຮົມແຂວງປະຕິບັດລະບອບເຮັດວຽກເປັນໝູ່ຄະນະສົມທົບແໜ້ນກັບລະບອບຫົວໜ້າດຽວນຳພາ;
2. ປະຕິບັດຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ;
3. ແບ່ງງານ, ມອບໝາຍໜ້າທີ່ ແລະ ສິດ ໃຫ້ຈະແຈ້ງ;
4. ປະຕິບັດລະບອບປະຊຸມ ປຶກສາຫາລື, ລາຍງານ ແລະ ຂໍຄວາມເຫັນ;
5. ປະສານສົມທົບກັບພະແນກການ, ກົມກອງຂອງແຂວງ ແລະ ເມືອງໃນວຽກງານທີ່ມີສ່ວນກ່ຽວຂ້ອງ;
6. ປະຕິບັດຫຼັກການທິດສະດີ ຕິດພັນກັບພຶດຕິກຳ, ຫັນລົງຮາກຖານ;
7. ເຮັດວຽກມີແຜນການ, ມີໂຄງການ, ມີຈຸດສຸມ, ມີການທົດລອງ, ມີການກວດກາ, ມີການສະຫຼຸບ ແລະ ຖອດຖອນບົດຮຽນ;
8. ດຳເນີນກອງປະຊຸມວິຊາການຂອງຄະນະໂຄສະນາອົບຮົມແຂວງ ປະຈຳປີ;
9. ຄະນະໂຄສະນາອົບຮົມແຂວງ ມີລະບອບປະຊຸມປະຈຳອາທິດ, 1 ເດືອນ, 3 ເດືອນ, 6 ເດືອນ ແລະ 1 ປີ, ຖ້າມີວຽກຈຳເປັນ ອາດປະຊຸມວິສາມັນກໍ່ໄດ້;
ໝວດທີ VI
ບົດບັນຍັດສຸດທ້າຍ
ມາດຕາ 13 ງົບປະມານ ແລະ ຕາປະທັບ.
ຄະນະໂຄສະນາອົບຮົມແຂວງ ມີງົບປະມານ ແລະ ຕາປະທັບ ເພື່ອຮັບໃຊ້ການເຄື່ອນໄຫວວຽກງານທາງລັດຖະການ;
ມາດຕາ 14 ການຈັດຕັ້ງປະຕິບັດ.
ຄະນະໂຄສະນາອົບຮົມແຂວງ, ຫ້ອງວ່າການແຂວງ, ບັນດາພະແນກການ, ກົມກອງຂອງແຂວງ, ບັນດາເມືອງຈົ່ງຮັບຮູ້ ແລະ ປະຕິບັດຕາມມະຕິຕົກລົງສະບັບນີ້ ຢ່າງເຂັ້ມງວດ;
ມາດຕາ 15 ຜົນສັກສິດ.
ມະຕິຕົກລົງສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ປ່ຽນແທນມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ສະບັບເລກທີ 81 / ຄປພຂ, ລົງ ວັນທີ 13 ພຶດສະພາ 2014 ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະໂຄສະນາອົບຮົມແຂວງ, ນິຕິກຳໃດ ທີ່ຂັດກັບມະຕິຕົກລົງ ສະບັບນີ້ລ້ວນແຕ່ຖືກຍົກເລີກ;
ຄະນະປະຈໍາພັກແຂວງ
ເລຂາ
( ສົມບູນ ແລະ ເຊັນແລ້ວ )
ມີ 10 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 8 |
![]() | ມື້ວານນີ້ | 77 |
![]() | ອາທິດນີ້ | 442 |
![]() | ເດືອນນີ້ | 151 |
![]() | ທັງໝົດ | 154671 |