ຍິນດີຕ້ອນນຮັບທ່ານເຂົ້າສູ່ເວບໄຊສ ຄະນະໂຄສະນາອົບຮົມແຂວງຊຽງຂວາງ                                                                            

ອວຍພອນບຸນປະເພນີກິນຈຽງຂອງເຜົ່າມົ້ງ (ນໍ່ເປເຈົາ)

                   ໃນທ່າມກາງ​ບັນຍາກາດທີ່​ທົ່ວ​ພັກ, ທົ່ວລັດ, ທົ່ວ​ກໍາລັງປະກອບອາວຸດ, ທົ່ວ​ປວງ​ຊົນ​ລາວບັນດາເຜົ່າ ເວົ້າລວມ ເວົ້າສະ​ເພາະ ຄະນະພັກ-ອົງການປົກຄອງແຕ່ລະຂັ້ນ ຕະຫຼອດຮອດສະມາຊິກພັກ, ພະນັກງານ, ລັດຖະກອນ ແລະ ປະ ຊາຊົນບັນດາເຜົ່າໃນທົ່ວແຂວງ ສຸມໃສ່ຜັນຂະຫຍາຍ​ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ, ມະຕິກອງປະ ຊຸມໃຫຍ່ຂອງອົງຄະນະພັກແຕ່ລະເມືອງ, ການສະເຫຼີມສະຫຼອງວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ, ວັນຊາດ 2 ທັນວາ ຄົບຮອບ 47 ປີ, ການປະຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ, ການສະເຫຼີມສະຫຼອງໄຫຫີນເຂົ້າເປັນມໍລະດົກໂລກແຫ່ງທີ 3 ຂອງ ສ ປ ປ ລາວ, ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ຫຼື ຊຽງຂວາງເກມ 2022 ຢ່າງເປັນຂະບວນຟົດຟື້ນ, ເນື່ອງໃນໂອກາດກັບການສະເຫຼີມສະເຫຼີມບຸນປະເພນີກິນຈຽງຂອງເຜົ່າມົ້ງ (ນໍ່ເປເຈົາ) ປະຈໍາປີ 2022 ທີ່ໄດ້ໝູນວຽນມາເຖິງອີກວາລະໜື່ງປີ ຢ່າງເບີກບານມ່ວນຊື່ນ.

       ໃນຕອນເຊົ້າຂອງວັນທີ 19 ທັນວາ 2022 ທີ່ຫ້ອງວ່າການແຂວງ, ຄະນະໂຄສະນາອົບຮົມແຂວງຊຽງຂວາງ, ນໍາໂດຍທ່ານ ນ. ພວງພະຈັນ ມູນທະວົງ ກໍາມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຄະນະ ເຂົ້າອວຍພອນທ່ານ ໜໍບີ ຫາຕົງປາວ ຮອງເລຂາຄະນະບໍລິຫານງານພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດຂັ້ນແຂວງ ເນື່ອງໃນໂອກາດບຸນກິນຈຽງຂອງເຜົ່າມົ້ງ (ນໍ່ເປເຈົາ) ປະຈໍາປີ 2022 ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້ເຊິ່ງໄດ້ອວຍພອນໄຊອັນປະເສີດມາຍັງ ທ່ານ ຈົ່ງມີສຸຂະພາບແຂງແຮງ, ມີພາລະນະໄມສົມບູນ,   ສືບຕໍ່ປະຕິບັດໜ້າທີ່​ການເມືອງໃນການຊີ້ນໍາ-ນໍາພາວຽກງານຮອບດ້ານຂອງ​ແຂວງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງພ້ອມທັງພັດທະນາແຂວງຊຽງຂວາງ ໃຫ້ນັບມື້ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ. ໃນໂອກາດດັ່ງກ່າວນັ້ນ ທ່ານ ໜໍບີ ຫາຕົງປາວ ຮອງເລຂາຄະນະບໍລິຫານງານພັກແຂວງ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງສູງມາຍັງຄະນະໂຄສະນາອົບຮົມແຂວງ, ທຸກທ່ານຈົ່ງມີສຸຂະພາບເຂັ້ມແຂງ, ພ້ອມກັນສືບຕໍ່ຊີ້ນໍາ-ນໍາພາວຽກງານຮອບດ້ານໃນຂະແໜງການຂອງຕົນໃຫ້ເຂັ້ມແຂງ ແລະ ມີຜົນສໍາເລັດຕາມລະດັບຄາດໝາຍ.

 

ໂດຍ: ສາຍທອງ ວື່ໄຊຫວັງ

ວີດີໂອ....

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1119
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

                                                           

 

               

 

ຈຳນວນຄົນອອນໄລ໌ທ

ມີ 131  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

147811
ມື້ນີ້ມື້ນີ້55
ມື້ວານນີ້ມື້ວານນີ້81
ອາທິດນີ້ອາທິດນີ້273
ເດືອນນີ້ເດືອນນີ້2569
ທັງໝົດທັງໝົດ147811