ໃນວັນທີ 6 ກັນຍາ 2022 ຜ່ານມາຄະນະໂຄສະນາອົບຮົມແຂວງໄດ້ຈັດກອງປະຊຸມປະເມີນການສ້າງແຜນພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄຸ້ມຄອງຂອງຄະນະໂຄສະນາອົບຮົມແຂວງ ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໂດຍການເປັນປະທານຂອງທ່ານ ນາງ ພວງພະຈັນ ມູນທະວົງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ຄໍາສີ ວິໄລສັກ ຮອງຫົວໜ້າຄະນະຈັດຕັ້ງແຂວງພ້ອມດ້ວຍທິມງານຈາກຄະນະກວດກາພັກແຂວງ, ພະແນກພາຍໃນແຂວງ, ມີຫົວໜ້າ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຫົວໜ້າ, ຮອງຫົວໜ້າຂະແໜງ ແລະ ພະນັກງານຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມທັງໝົດ 19 ທ່ານ, ຍິງ 6 ທ່ານ.
ໃນກອງປະຊຸມ ທ່ານ ນາງ ພວງພະຈັນ ມູນທະວົງ ໄດ້ກ່າວວ່າ: ການສ້າງແຜນພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄຸ້ມຄອງເປັນວຽກງານໜື່ງທີ່ສໍາຄັນພື້ນຖານໃນການສ້າງພະນັກງານ, ຮັບປະກັນການຫັນວຽກງານພະນັກງານດໍາເນີນຕາມລະບຽບແບບແຜນເພື່ອຕອບສະໜອງໜ້າທີ່ການເມືອງຂອງພັກ-ລັດໃນສະເພາະໜ້າ ແລະ ຍາວນານ; ເປັນການຫັນຍຸດທະສາດກ່ຽວກັບວຽກງານໃຫ້ເປັນອັນລະອຽດ, ຄາດຄະເນບັນຈຸ, ສັບຊ້ອນ ແລະ ຈັດວາງພະນັກງານຢ່າງສົມເຫດສົມຜົນ ຊື່ງແມ່ນຄວາມຮັບຜິດຊອບໂດຍກົງຂອງຄະນະພັກແຕ່ລະຂັ້ນ ຕາມຂອບເຂດສິດໃນການແບ່ງຂັ້ນຄຸ້ມຄອງພະນັກງານ; ບົນພື້ນຖານກໍາແໜ້ນໜ້າທີ່ການເມືອງໃນສະເພາະໜ້າ ແລະ ຍາວນານຂອງພັກ, ໂດຍເລີ່ມຈາກຄວາມເປັນຈິງຂອງພະນັກງານ, ຮັບປະກັນຄວາມຖືກຕ້ອງ ການປະເມີນແຜນກໍານົດພະນັກງານ ແມ່ນການປະເມີນຄືນພະນັກງານທີ່ພວມດໍາລົງຕໍາແໜ່ງໃນປະຈຸບັນ ແລະ ປະເມີນບັນດາເປົ້າໝາຍຄາດຄະເນບັນຈຸໃສ່ໃນແຕ່ລະຕໍາແໜ່ງທີ່ນອນຢູ່ໃນແຜນກໍານົດພະນັກງານນໍາພາ-ຄຸ້ມຄອງທີ່ໄດ້ຖືກຮັບຮອງແລ້ວນັ້ນ; ກອງປະຊຸມຄັ້ງນີ້ໄດ້ດໍາເນີນເປັນສອງຮອບ ຕາມລະບຽບກຫຼັກການທີ່ໄດ້ກໍານົດໄວ້. ຜ່ານການປະເມີນຄືນເຫັນວ່າພະນັກງານທີ່ນອນຢູ່ໃນແຜນແມ່ນຍັງຮັກສາໄດ້ດ້ານມາດຖານ, ເງື່ອນໄຂ, ດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ຍັງມີຄວາມໜັກແໜ້ນເຂັ້ມແຂງ ແລະ ຄົບຕາມມາດຖານເງື່ອນໄຂອື່ນທີ່ໄດ້ກໍານົດໄວ້; ເພື່ອຈັດຕັ້ງປະຕິບັດຕາມມະຕິ ຂອງກົມການເມືອງສູນກາງພັກ ເລກທີ 030/ກມສພ, ມະຕິ, ເລກທີ 031/ກມສພ, ມະຕິ, ເລກທີ 032/ກມສພ ແລະ ຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ເລກທີ 292/ຄຈສພ, ລົວັນທີ 26/04/2018 ວ່າດ້ວຍການຈັດຕັ້ງປະຕິບັດ ມະຕິ ຂອງກົມການເມືອງສູນກາງພັກ ວ່າດ້ວຍມາດຖານຂອງພະນັກງານນໍາພາ-ຄຸ້ມຄອງ, ວຽກງານຄຸ້ມຄອງພະນັກງານ ແລະ ວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຜ່ານຈາກາກນຈັດຕັ້ງປະຕິບັດຕົວຈິງເຫັນພະນັກງານທີ່ຢູ່ໃນແຜນກໍານົດນໍາພາ-ຄຸ້ມຄອງ ຍັງຮັກສາໄດ້ດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະ ແບບແຜນການດໍາລົງຊີວິດ, ມີຄວາມຮູ້ຄວາມສາມາດຄົບຕາມມາດຖານ, ເງື່ອນໄຂ. ຫຼັງຈາກນັ້ນທ່ານຄໍາສີ ວິໄລສັກ ກໍໄດ້ຜ່ານມາດຖານເງື່ອນໄຂໃນການປະເມີນການສ້າງແຜນພະນັກງານນໍາພາ-ຄຸ້ມຄອງຕ້ອງເປັນຜູ້ທີ່ມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້ຄວາມສາມາດໃນການປະຕິບັດໜ້າທີ່ວຽກງານຕົວຈິງ ແລະ ເປັນຜູ້ທີ່ມີແນວຄິດການເມືອງໜັກແໜ້ນ, ຍຶດໝັ້ນໃນສັງຄົມນິຍົມ, ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງນະໂຍບາຍຂອງພັກ, ມີການດໍາລົງຊີວິດທີ່ປອດໃສ.
ໃນໂອກາດດັ່ງກ່າວ ທ່ານ ນາງ ພວງພະຈັນ ມູນທະວົງ ຍັງຮຽກຮ້ອງມາຍັງພະນັກງານຄະນະໂຄສະນາອົບຮົມແຂວງທຸກຄົນຕ້ອງມີແນວຄິດການເມືອງໜັກແໜ້ນ ປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບໃນໜ້າທີ່ການເມືອງຂອງຕົນ ແລະ ພະນັກງານທີ່ຢູ່ໃນແຜນການສ້າງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄຸ້ມຄອງ ຕ້ອງເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ວຽກງານ, ມີຈັນຍາບັນ, ມີລະບຽບວິໃນ, ການເມືອງໜັກແໜ້ນ; ມີການຕິດຕາມ, ກວດກາຢ່າງໃກ້ສິດຕໍ່ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານກໍຄືການຝຶກຝົນຫຼໍ່ຫຼອມຂອງພະນັກງານທີ່ມີຢູ່ໃນແຜນກໍານົດ.
ໂດຍ: ກອງສີ ພາສະຫວັດ
ມີ 32 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 73 |
![]() | ມື້ວານນີ້ | 81 |
![]() | ອາທິດນີ້ | 291 |
![]() | ເດືອນນີ້ | 2587 |
![]() | ທັງໝົດ | 147829 |