ຍິນດີຕ້ອນນຮັບທ່ານເຂົ້າສູ່ເວບໄຊສ ຄະນະໂຄສະນາອົບຮົມແຂວງຊຽງຂວາງ                                                                            

ຍົກລະດັບເພື່ອນຮ່ວມງານວຽກງານສັງລວມຫາງສຽງສັງຄົມ

ຄະນະໂຄສະນາອົບຮົມແຂວງສົມທົບກັບຄະນະພັກເມືອງໜອງແຮດ ເປີດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ຢູ່ທີ່ຫ້ອງປະຊຸມຂອງຫ້ອງວ່າການເມືອງໜອງແຮດ ໃນລະຫວ່າງວັນທີ 1-2 ກັນຍາ 2022 ພາຍໃຕ້ການເປັນປະທານຂອງທ່ານ ຈັນທະບູນ ແພງສົມພູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຈົວຢ່າ ຢົ້ວປົວ ຄະນະປະຈໍາພັກເມືອງໜອງແຮດ, ປະທານແນວລາວສ້າງຊາດເມືອງ, ມີບັນດານັກສໍາມະນາກອນທີ່ມາຈາກບັນດາຫ້ອງການ, ອົງການຈັດຕັ້ງຕ່າງໆຂອງເມືອງ ແລະ ພະນັກງານຄະນະໂຄສະນາອົບຮົມເມືອງໜອງແຮດ ເຂົ້າຮ່ວມທັງໝົດ 28 ທ່ານ; ຍິງ 6 ທ່ານ.

ໃນການຝຶກອົບຮົມໃນຄັ້ງນີ້ ຕົ້ນຕໍແມ່ນໄດ້ເຜີຍແຜ່ເຊື່ອມຊືມຄຳສັ່ງ ຂອງ​ຄະນະ​ເລຂາທິການ​ສູນ​ກາງ​ພັກ ສະ​ບັບ​ເລກທີ 04/ຄລສພ,ລົງວັນ​ທີ 10/7/2017 ວ່າດ້ວຍການເພີ່ມທະວີວຽກງານຕິດຕາມ, ເກັບກໍາສະພາບແນວຄິດຫາງສຽງສັງຄົມໃນໄລຍະໃໝ່; ຄໍາແນະນໍາ ຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 08/ຄອສພ, ລົງວັນທີ 31/7/2017 ກ່ຽວກັບການຈັດຕັ້ງປະຕິບັດ ຄໍາສັ່ງ ເລກທີ 04/ຄລສພ, ວ່າດ້ວຍການເພີ່ມທະວີວຽກງານຕິດຕາມ, ເກັບກໍາສະພາບແນວຄິດຫາງສຽງສັງຄົມໃນໄລຍະໃໝ່, ບັນລະຍາຍເອກະສານ, ພ້ອມຄົ້ນຄ້ວາ ແລະ ປະກອບຄໍາເຫັນຕໍ່ບົດຮຽນວຽກງານສັງລວມຫາງສຽງສັງຄົມ ມີ 4 ບົດຄື: ບົດທີ 1 ບັນຫາພື້ນຖານກ່ຽວກັບວຽກງານຫາງສຽງສັງຄົມ; ບົດທີ 2 ວິທີການເກັບກໍາ ແລະ ນໍາໃຊ້ຫາງສຽງສັງຄົມເຂົ້າໃນວຽກງານການເມືອງແນວຄິດ; ບົດທີ 3 ຕາໜ່າງເພື່ອນຮ່ວມງານ ແລະ ບົດທີ 4 ວຽກງານຄົ້ນຄວ້າສັງລວມ. ໃນການຝຶກອົບຮົມໃນຄັ້ງນີ້ ຜູ້ເຂົ້າຮ່ວມຝຶກອົບຮົມໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບບັນຫາພື້ນຖານຂອງວຽກງານຫາງສຽງສັງຄົມ, ຍົກສູງພາລະບົດບາດ ແລະ ຄວາມສໍາຄັນຂອງຫາງສຽງສັງຄົມຕໍ່ກັບວຽກງານການເມືອງ-ແນວຄິດ ສາມາດເປັນເສນາທິການ ຊ່ວຍຄະນະພັກ, ຄະນະນໍາ, ໃນການນໍາພາແນວຄິດຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ໃຫ້ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ. ວຽກງານສັງລວມຫາງສຽງສັງຄົມມີຄວາມສໍາຄັນຕໍ່ການນໍາພາຂອງພັກ, ການຄຸ້ມຄອງຂອງລັດ ໃນຂະບວນວິວັດຂອງການນໍາພາໃຫ້ຖືກຕ້ອງກັບຄວາມເປັນຈິງ, ເປັນວຽກງານໜຶ່ງທີ່ຄະນະພັກທຸກຂັ້ນຄວນໄດ້ເອົາໃຈໃສ່ຕິດຕາມສະພາບແນວຄິດ, ຈິດຕະສາດ, ຄວາມຄິດເຫັນ, ຄວາມຮຽກຮ້ອງຕ້ອງການ ແລະ ຄວາມມຸ່ງມາດປາຖະໜາຂອງບັນດາຊັ້ນຄົນຢູ່ໃນສັງຄົມ;  ບັນຍາກາດຂອງການຝຶກອົບຮົມໃນຄັ້ງນີ້ ເຕັມໄປດ້ວຍຄວາມສໍາຄັນ, ມີບັນຍາກາດຟົດຟື້ນດີ, ວິທະຍາກອນ ແລະ ນັກສໍາມະນາກອນ ຍັງໄດ້ມີການຄົ້ນຄ້ວາສົນທະນາແລກປ່ຽນບົດຮຽນຫຼາຍບັນຫາ, ໄດ້ຍົກເອົາພຶດຕິກໍາຕົວຈິງ ທີ່ກ່ຽວຂ້ອງກັບບົດຮຽນເພື່ອແລກປ່ຽນຄໍາຄິດເຫັນ, ເຮັດໃຫ້ນັກສໍາມະນາກອນມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ພາລະບົດບາດຂອງວຽກງານເກັບກໍາຫາງສຽງສັງຄົມຫຼາຍຂຶ້ນ.

ໃນຕອນທ້າຍຂອງການຝຶກອົບຮົມ ທ່ານ ນາງ ບົວສີ ນາຖາວົງ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊ້າງແຂວງ ໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ແກ່ນັກສໍາມະນາກອນ ແລະ ມີຄໍາເຫັນເພື່ອເປັນທິດທາງໃນການເຄື່ອນໄຫວວຽກງານເກັບກໍາ, ສັງລວມຫາງສຽງສັງຄົມ ແລະ ຍົກສູງຄວາມສາມາດໃນການເປັນເສນາທິການໃຫ້ແກ່ຄະນະພັກ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ນັກສໍາມະນາກອນທຸກຄົນເອົາໃຈໃສ່ເກັບກໍາສຽງສຽງທີ່ເກີດຂື້ນຢູ່ພາຍໃນເມືອງຕາມພາລະບົດບາດ, ສິດ, ໜ້າທີ່, ໃຫ້ຖືສໍາຄັນວຽກງານສັງລວມຫາງສຽງສັງຄົມ ແລະ ຮຽກຮ້ອງໃຫ້ບັນດານັກສໍາມະນາກອນທີ່ເຂົ້າຝຶກອົບຮົມໃນຄັ້ງນີ້ນໍາເອົາຄວາມຮູ້ ແລະ ປະສົບການທີ່ໄດ້ຮຽນມາໄປໝູນໃຊ້ເຂົ້າໃນວຽກງານໃຫ້ມີປະສິດທິຜົນສູງ.

ໂດຍ: ສີຍອງ ພອນທະຈັນ

ວີດີໂອ....

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1119
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

                                                           

 

               

 

ຈຳນວນຄົນອອນໄລ໌ທ

ມີ 107  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

147811
ມື້ນີ້ມື້ນີ້55
ມື້ວານນີ້ມື້ວານນີ້81
ອາທິດນີ້ອາທິດນີ້273
ເດືອນນີ້ເດືອນນີ້2569
ທັງໝົດທັງໝົດ147811