ຍິນດີຕ້ອນນຮັບທ່ານເຂົ້າສູ່ເວບໄຊສ ຄະນະໂຄສະນາອົບຮົມແຂວງຊຽງຂວາງ                                                                            

15 ສິງຫາ 2022 ກອງປະຊຸມສ່ອງແສງລາຍງານສະພາບແນວຄິດ-ຫາງສຽງສັງຄົມ.

      ວັນທີ 15 ສິງຫາ 2022 ຄະນະເກັບກໍາຫາງສຽງສັງຄົມຂັ້ນແຂວງ ໄດ້ເປີດກອງປະຊຸມສ່ອງແສງລາຍງານສະພາບແນວຄິດ-ຫາງສຽງສັງຄົມ ປະຈໍາເດືອນ ສິງຫາ 2022 ຂຶ້ນ, ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ໜໍບີ ຫາຕົ່ງປາວ, ຮອງເລຂາພັກແຂວງ (ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດຂັ້ນແຂວງ), ມີທ່ານ ຈັນທະບູນ ແພງສົມພູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ພ້ອມຄະນະກຳມະການເກັບກໍາຫາງສຽງ-ສັງຄົມຂັ້ນແຂວງ ເຂົ້າຮ່ວມທັງໝົດ 19 ທ່ານ; ຍິງ 4 ທ່ານ.

      ໃນກອງປະຊຸມ ທ່ານ ຈັນທະບູນ ແພງສົມພູ ໄດ້ຂຶ້ນຜ່ານບົດລາຍງານສະພາບແນວຄິດ-ຫາງສຽງສັງຄົມດ້ານດີທີ່ສ່ອງແສງເຖິງຄວາມສໍາຄັນຕໍ່ການຊີ້ນໍາ-ນໍາພາ, ການຄຸ້ມຄອງຂອງຄະນະພັກ, ອົງການປົກຄອງທຸກຂັ້ນ ໄດ້ຕັ້ງໜ້ານໍາພາການເມືອງ-ແນວຄິດ ໃຫ້ພະ​ນັກ​ງານ-ລັດ​ຖະ​ກອນ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າຢ່າງຕໍ່ເນື່ອງ, ສ້າງຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ຍົກສູງສະຕິເຄົາລົບລະບຽບຂອງພັກ, ກົດໝາຍຂອງລັດ, ພ້ອມກັນຈັດຕັ້ງເຊື່ອມຊຶມຜັນຂະຫຍາຍມະຕິ, ຄໍາສັ່ງ, ແຈ້ງການ ແລະ ນິຕິກໍາຕ່າງໆຂອງພັກ-ລັດ, ໂດຍສະເພາະແມ່ນການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ, ການສະເຫຼີມສະຫຼອງ ແລະ ຈັດຕັ້ງປາຖະກະຖາ 2 ວັນສໍາຄັນຄື: ວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສື່ມວນຊົນລາວ. ນອກນັ້ນ ຍັງໄດ້ລາຍງານຫາງສຽງສັງຄົມທີ່ເປັນປະກົດການຫຍໍ້ທໍ້ຂອງສັງຄົມທີ່ເກີດຂຶ້ນໃນຊ່ວງເສດຖະກິດຝຶດເຄືອງ ທີ່ສົ່ງຜົນກະທົບໂດຍກົງຕໍ່ການດໍາລົງຊີວິດປະຈໍາວັນ ທີ່ຈະຕ້ອງໄດ້ສືບຕໍ່ປັບປຸງ ແລະ ແກ້ໄຂໃຫ້ທັນເວລາ, ຕົ້ນຕໍແມ່ນຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ ທີ່ເກີດຂຶ້ນຢູ່ແຕ່ລະຂົງເຂດ, ໃນກອງປະຊຸມຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາເຫັນ ແລະ ຄົ້ນຄ້ວາວິທີການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໂດຍສະເພາະແມ່ນການຄຸ້ມຄອງລາຄາສິນຄ້າ, ບັນຫາເງິນກີບອ່ອນຄ່າ, ນໍ້າມັນເຊື້ອໄຟ, ບັນຫາຢາເສບຕິດ, ການຂຸດຄົ້ນແຮ່ທາດທີ່ບໍ່ໄດ້ຮັບອະນຸຍາດ, ການຈັບຈ່ອງທີ່ດິນ, ການລັກລອບຂຸດຄົ້ນໄມ້, ການສ້ອມແປງທາງທີ່ເປ່ເພ ແລະ ປະກົດການຫຍໍ້ທໍ້ອື່ນໆ ຢູ່ແຕ່ລະຂົງເຂດ.

       ໃນຕອນທ້າຍທ່ານ ໜໍບີ ຫາຕົ່ງປາວ, ຮອງເລຂາພັກແຂວງ ໄດ້ມີຄໍາເຫັນຊີ້ນໍາຕໍ່ກອງປະຊຸມ ທ່ານໄດ້ເໜັ້ນໜັກໃຫ້ບັນດາທ່ານຄະນະເກັບກໍາຫາງສຽງສັງຄົມ, ໃຫ້ຖືເອົາວຽກງານຕິດຕາມ ກວດກາ ແລະ ເກັບກໍາຫາງສຽງສັງຄົມເປັນວຽກງານທີ່ສໍາຄັນຂອງພັກ, ເພື່ອຕິດຕາມເກັບກໍາສະພາບຫາງສຽງສັງຄົມທີ່ເກີດຂຶ້ນໃນແຕ່ລະເດືອນ, ແລ້ວລາຍງານໃຫ້ພາກສ່ວນທີ່ກ່ຽວຂ້ອງ; ຖ້າຫາກວ່າມີຫາງສຽງເກີດຂຶ້ນຢູ່ຂົງເຂດໃດ, ແມ່ນມອບໃຫ້ຄະນະພັກຢູ່ຂົງເຂດນັ້ນ ເປັນເຈົ້າການປັບປຸງແກ້ໄຂ, ພ້ອມທັງສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ, ຕະຫຼອດຮອດປະຊາຊົນບັນດາເຜົ່າໃຫ້ມີຄວາມເຂົ້າໃຈລະອຽດຈະແຈ້ງ ຕໍ່ກັບແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດຢ່າງເລິກເຊິງ.

                                                                                                                                          ໂດຍ: ສີຍອງ ພອນທະຈັນ

ວີດີໂອ....

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1119
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

                                                           

 

               

 

ຈຳນວນຄົນອອນໄລ໌ທ

ມີ 5  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

134314
ມື້ນີ້ມື້ນີ້19
ມື້ວານນີ້ມື້ວານນີ້23
ອາທິດນີ້ອາທິດນີ້91
ເດືອນນີ້ເດືອນນີ້1882
ທັງໝົດທັງໝົດ134314