ວັນທີ 9 ມິຖຸນາ 2023 ຜ່ານມານີ້ ຄະນະໂຄສະນາອົບຮົມແຂວງ ໄດ້ລົງເຄື່ອນໄຫວຢ້ຽມຢາມຊຸກຍູ້ວຽກງານຮອບດ້ານຢູ່ບ້ານຫໍສິມຖ້ໍາຜຸກ ເມືອງຜາໄຊ (ບ້ານແຮກສ່ຽວຂອງຄະນະໂຄສະນາອົບຮົມແຂວງ) ນໍາພາໂດຍ ສະຫາຍ ນາງ ພວງພະຈັນ ມູນທະວົງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍຄະນະ, ພະນັກງານຄະນະໂຄສະນາອົບຮົມແຂວງ ແລະ ທິມງານຂອງເມືອງຜາໄຊ ເຊິ່ງປະກອບມີສະຫາຍ ສຸດໃຈ ສີປະເສີດ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງຜາໄຊ, ສະຫາຍ ນາງ ສຸກສະໄໝ ດວງດາລາ ກໍາມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງຜາໄຊ, ເຂົ້າຮ່ວມມີຫົວໜ້າໂຮງຮຽນ, ຄະນະພັກກຸ່ມສົມບູນ,
ພະນັກງານກໍ່ສ້າງຮາກຖານທີ່ປະຈໍາຢູ່ກຸ່ມສົມບູນ, ຄະນະພັກ-ອົງການປົກຄອງບ້ານ, ຫົວໜ້າສິງຊາວ ແລະ ປະຊາຊົນພາຍບັນດາເຜົ່າພາຍໃນບ້ານໄດ້ຕ້ອນຮັບຢ່າງອົບອຸ່ນ, ໃນພິທີໄດ້ຮັບຟັງການລາຍງານສະພາບການພັດທະນາເສຖະກິດ-ສັງຄົມຂອງບ້ານ ໃນໄລຍະ 1 ປີຜ່ານມາ ຈາກສະຫາຍ ດ່າທໍ່ ເລຂາໜ່ວຍພັກ, ນາຍບ້ານຫໍສິມຖໍ້າຜຸກໃຫ້ຮູ້ວ່າພົນລະເມືອງຂອງບ້ານມີທັງໝົດ 449 ຄົນ, ຍິງ 194 ຄົນ, ປະກອບມີ 2 ເຜົ່າຄື: ເຜົ່າລາວລຸ່ມ ແລະ ເຜົ່າມົ້ງ, ມີ 79 ຫຼັງຄາເຮືອນ, ມີ 70 ຄອບຄົວ, ອາຊີບຫຼັກແມ່ນປູກຝັງ ແລະ ລ້ຽງສັດ, ການພັດທະນາເສຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ລວມຍອດລາຍຮັບພາຍໃນບ້ານທັງໝົດ 4.774.780.000 ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ 10.634.000 ກີບຕໍ່ຄົນຕໍ່ປີ. ສະພາບພາຍໃນບ້ານມີຄວາມສະຫງົບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ປະຊາຊົນມີຄວາມສາມັກຄີປອງດອງ, ການຜະລິດເປັນສິນຄ້າຂອງປະຊາຊົນໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ພັດທະນາດີຂື້ນ, ເຮັດໃຫ້ຄວາມທຸກຍາກຂອງປະຊາຊົນຫຼຸດລົງເປັນກ້າວໆ.
ເພື່ອເຮັດໃຫ້ບ້ານຫໍສິມຖໍ້າຜຸກກາຍເປັນບ້ານພັດທະນາ, ບ້ານທີ່ເຂັ້ມແຂງຮອບດ້ານ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນແຕ່ລະໄລຍະ ສະຫາຍ ນາງ ພວງພະຈັນ ມູນທະວົງ ກຳມະການພັກແຂວງ ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ສະຫາຍ ສຸດໃຈ ສີປະເສີດ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງຜາໄຊ ໄດ້ຜັດປ່ຽນກັນມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາບາງບັນຫາຕົ້ນຕໍແມ່ນ:
ເນື່ອງໃນໂອກາດສໍາຄັນດັ່ງກ່າວ ຄະນະໂຄສະນາອົບຮົມແຂວງ ໃນນາມເປັນສ່ຽວກັບບ້ານຫໍສິມຖໍ້າຜຸກ ກໍໄດ້ມອບງົບປະມານ ແລະ ເຄື່ອງຊ່ວຍເຫຼືອຈໍານວນໜຶ່ງ ໃຫ້ແກ່ຄະນະພັກ-ອົງການປົກຄອງບ້ານ ແລະ ປະຊາຊົນພາຍໃນບ້ານ ເຊິ່ງປະກອບມີ: ເຄື່ອງໃຊ້ເຮືອນຄົວ, ເຄື່ອງນຸ່ງຮົ່ມ, ເກີບແພ, ຖົງມື ແລະ ເກືອ, ລວມເປັນມູນຄ່າທັງໝົດ 39,929,000 ກີບ.
ໂດຍ: ສີຍອງ ພອນທະຈັນ
ມີ 11 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 8 |
![]() | ມື້ວານນີ້ | 77 |
![]() | ອາທິດນີ້ | 442 |
![]() | ເດືອນນີ້ | 151 |
![]() | ທັງໝົດ | 154671 |