ໃນວັນທີ 28 ມິຖຸນາ 2021 ຜ່ານມານີ້, ຄະນະໂຄສະນາອົບຮົມແຂວງຊຽງຂວາງສົມທົບກັບຄະນະໂຄສະນາອົບຮົມສູນກາງພັກ ເປີດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມຂຶ້ນ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງຫ້ອງວ່າການແຂວງ ໂດຍພາຍໃຕ້ການເປັນປະທານຂອງທ່ານ
ຄອນສະໝຸດ ບຸນແພງພັນ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ບຸນມາລີ ສິລິດາວົງ ຮອງຫົວໜ້າກົມສັງລວມ, ຄະນະໂຄສະນາອົບຮົມສູນກາງພັກ, ມີບັນດານັກສໍາມະນາກອນທີ່ມາຈາກພະແນກການອ້ອມຂ້າງແຂວງ ແລະ ສອງກອງບັນຊາການ ປກຊ-ປກສ ເຂົ້າຮ່ວມທັງໝົດ 32 ທ່ານ; ຍິງ 4 ທ່ານ.
ພິທີດັ່ງກ່າວໄດ້ໄຂຂຶ້ນຢ່າງເປັນທາງການໃນເວລາ 8 ໂມງ 30 ນາທີຂອງວັນທີ 28 ມິຖຸນາ 2021 ໃນການຝຶກອົບຮົມໃນຄັ້ງນີ້, ໄດ້ເໜັ້ນໜັກການເພີ່ມທະວີວຽກງານຕິດຕາມ, ເກັບກໍາສະພາບແນວຄິດຫາງສຽງສັງຄົມໃນໄລຍະໃໝ່ ແລະ ໄດ້ຮັບຟັງການບັນລະຍາຍເອກະສານວຽກງານສັງລວມຫາງສຽງສັງຄົມ, ລວມມີ 4 ບົດຄື: ບົດທີ 1 ບັນຫາພື້ນຖານກ່ຽວກັບວຽກງານຫາງສຽງສັງຄົມ, ບົດທີ 2 ວິທີການເກັບກໍາ ແລະ ນໍາໃຊ້ຫາງສຽງສັງຄົມເຂົ້າໃນວຽກງານການເມືອງແນວຄິດ, ບົດທີ 3 ຕາໜ່າງເພື່ອນຮ່ວມງານ, ບົດທີ 4 ວຽກງານຄົ້ນຄວ້າສັງລວມ; ໃນການຝຶກອົບຮົມໃນຄັ້ງນີ້ ຍັງໄດ້ຄົ້ນຄວ້າແລກປ່ຽນບັນຫາທີ່ກ່ຽວຂ້ອງກັບບັນດາເຫດການ, ປະກົດການທີ່ເກີດຂຶ້ນຢູ່ໃນສັງຄົມເພື່ອມາແລກປ່ຽນສົນທະນາ, ເຮັດໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບບັນຫາພື້ນຖານຂອງວຽກງານຫາງສຽງສັງຄົມ, ໂດຍສະເພາະແມ່ນຫຼັກການ ແລະ ທິດນໍາໃນການເຮັດວຽກງານຫາງສຽງສັງຄົມ; ຄວາມໝາຍ, ຄວາມສໍາຄັນ ແລະ ຄວາມແຕກຕ່າງລະຫວ່າງຫາງສຽງສັງຄົມກັບຂ່າວລື; ເປັນການຍົກລະດັບພາລະບົດບາດ, ປະສົບການໃນການປະຕິບັດໜ້າທີ່ວຽກງານສັງລວມຫາງສຽງສັງຄົມໃຫ້ມີປະສິດທິຜົນ, ຜ່ານຈາກການຝຶກອົບຮົມສາມາດປະເມີນຄວາມຮັບຮູ້, ຄວາມເຂົ້າໃຈຂອງນັກສໍາມະນາກອນຈາກແບບຟອມປະເມີນໄດ້ 95%.
ໃນຕອນທ້າຍຂອງການຝຶກອົບຮົມ ທ່ານ ໜໍບີ ຫາຕົງປາວ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງແນວຄິດຂັ້ນແຂວງ, ໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ແກ່ນັກສໍາມະນາກອນ ແລະ ທ່ານຍັງໄດ້ໃຫ້ກຽດໂອ້ລົມເຊິ່ງທ່ານໄດ້ເໜັ້ນໜັກເຖິງ ຄວາມສໍາຄັນຂອງວຽກງານສັງລວມຫາງສຽງສັງຄົມ ແລະ ຮຽກຮ້ອງໃຫ້ບັນດານັກສໍາມະນາກອນທີ່ເຂົ້າຝຶກອົບຮົມໃນຄັ້ງນີ້ນໍາເອົາຄວາມຮູ້ ແລະ ປະສົບການທີ່ໄດ້ຮຽນມາໄປໝູນໃຊ້ເຂົ້າໃນວຽກງານ. ການຝຶກອົບຮົມໃນຄັ້ງນີ້ແມ່ນໄດ້ດໍາເນີນມາເປັນເວລາ 2 ວັນເຕັ້ມ ແລະ ໄດ້ປິດລົງຢ່າງເປັນທາງການ ໃນເວລາ 16 ໂມງ 00 ນາທີ ຂອງວັນທີ 29 ມິຖຸນາ 2021.
ໂດຍ: ສີຍອງ ພອນ
ມີ 2 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 15 |
![]() | ມື້ວານນີ້ | 127 |
![]() | ອາທິດນີ້ | 399 |
![]() | ເດືອນນີ້ | 2192 |
![]() | ທັງໝົດ | 138157 |