ຍິນດີຕ້ອນນຮັບທ່ານເຂົ້າສູ່ເວບໄຊສ ຄະນະໂຄສະນາອົບຮົມແຂວງຊຽງຂວາງ                                                                            

ຄະນະປະຈຳພັກແຂວງຊຽງຂວາງລົງຊຸກຍູ້ວຽກງານຢູ່ເມືອງແປກ

      ວັນທີ 11 ພຶດສະພາ 2023 ນີ້ ຢູ່ທີ່ຫ້ອງປະຊຸມຊັ້ນ 2 ຫ້ອງວ່າການປົກຄອງເມືອງແປກ ທ່ານ ພົນຈັດຕະວາ ບຸນລົດ ຄໍາແພງພັນ ຄະນະປະຈໍາພັກແຂວງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງຊຽງຂວາງ ພ້ອມຄະນະ ໄດ້ລົງຊຸກຍູ້ຕິດຕາມການຈັດຕັ້ງຜັນຂະຫຍາຍເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງຄະນະພັກແຂວງ, ມະຕິ

ກອງປະຊຸມໃຫຍ່ຄັ້ງທີ່ IX ຂອງອົງຄະນະພັກເມືອງແປກ,  2 ວາລະແຫ່ງຊາດ ແລະ ການຈັດຕັ້ງຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານການເມືອງແນວຄິດທົ່ວປະເທດຄັ້ງທີ່ V ໂດຍມີທ່ານ ກົງທະນູ ອຸ່ນສະຫວັນ ກໍາມະການພັກແຂວງ ເລຂາພັກເມືອງເຈົ້າເມືອງແປກ, ມີຮອງເລຂາພັກ, ມີຄະນະປະຈໍາພັກເມືອງ-ກໍາມະການພັກເມືອງພ້ອມດ້ວຍບັນດາຫົວໜ້າຫ້ອງການຂອງເມືອງເຂົ້າຮ່ວມ ໃນກອງປະຊຸມທ່ານ ສິນທະວົງ ພິມມະວົງ ຮອງເລຂາພັກເມືອງປະທານກວດກາພັກ-ລັດເມືອງ ໄດ້ລາຍງານໂດຍຫຍໍ້ການຜັນຂະຫຍາຍເຊື່ອມຊຶມມະຕິຕ່າງໆ ໄດ້ 88  ຄັ້ງ, ມີຜູ້ເຂົ້າຮ່ວມ 14,927 ກວ່າຄົນ, ຍິງ 7,441ຄົນ, ໄດ້ເຊື່ອມຊຶມມະຕິຕ່າງໆ ແລະ 2 ວາລະແຫ່ງຊາດ ຢ່າງທົ່ວເຖິງຮາກຖານກຸ່ມບ້ານ ແລະ ວຽກງານອື່ນໆ ໃຫ້ຜູ້ເຂົ້າຮ່ວມຮັບຮູ້. ພ້ອມນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ຜັດປ່ຽນກັນມີຄໍາເຫັນຕໍ່ການຈັດຕັ້ງຜັນຂະຫຍາຍໃນພາກປະຕິບັດຕົວຈິງຢູ່ແຕ່ລະເຂດ ພ້ອມທັງສະເໜີຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ, 2 ວາລະແຫ່ງຊາດ ຢ່າງກົງໄປກົງມາ ແລະ ເອກະພາບກັນການຈັດຕັ້ງປະຕິບັດວຽກງານການເມືອງແນວຄິດ ແລະ ວຽກງານດ້ານອື່ນໃຫ້ໄດ້ຮັບຜົນດີ.

      ທ່ານ ພົນຈັດຕະວາ ບຸນລົດ ຄໍາແພງພັນ ຄະນະປະຈໍາພັກແຂວງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ ໄດ້ມີຄໍາເຫັນຊີ້ແຈງບາງບັນຫາຂໍ້ຄົງຄ້າງ ແລະ ໃຫ້ທິດຊີ້ນໍາ-ນໍາພາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມຂອງເມືອງ, ການຜັນຂະຫຍາຍເນື້ອໃນການເມືອງແນວຄິດທົ່ວປະເທດ ຄັ້ງທີ V . ພ້ອມທັງຮຽກຮ້ອງໃຫ້ຄະນະພັກເມືອງສືບຕໍ່ປຸກລະດົມພະນັກງານລັດຖະກອນ, ປະຊາຊົນບັນດາເຜົ່າຈັດຕັ້ງປະຕິບັດບັນດາມະຕິຕ່າງໆຂອງຂັ້ນເທິງ, ໃກ້ສິດຕິດເເທດຊີ້ນໍາ-ນໍາພາທຸກຂົງເຂດວຽກງານຕົ້ນຕໍແມ່ນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງເມືອງ, ຂອງແຂວງ ແລະ ແຜນພັດທະນາເສດຖະກິດສັງຄົມໃຫ້ບັນລຸຕາມຄາດໝາຍທີ່ໄດ້ວາງໄວ້.

   ພ້ອມນັ້ນຄະນະດັ່ງກ່າວຍັງໄດ້ລົງຢ້ຽມຢາມຕົວຈິ່ງຢູ່ກຸ່ມພັ້ນ ເມືອງແປກ ໂດຍເປັນກຽດຕ້ອນຮັບ ຈາກ ສະຫາຍ ສີທົນ ອິນທະວົງ ກຳມະການພັກເມືອງ ເລຂາພັກກຸ່ມພັ້ນ ພ້ອມທັງໄດ້ຮັບການລາຍງານ ການຈັດຕັ້ງປະຕິບັດມະຕິດັ່ງກ່າວແມ່ນໄດ້ຫັນເປັນມະຕິຂອງມະຕິຂອງໜ່ວຍພັກບ້ານ.ເລຂາພັກບ້ານໄດ້ນຳພາຊີ້ນຳຊາວບ້ານກໍ່ຄືພໍ່ແມ່ປະຊາຊົນບັນດາເຜົ່າດ້ວຍຄວາມເອົາໃຈໃສ່ ເຊິ່ງສະແດງໃຫ້ເຫັນວ່າ: ປະຊາຊົນໄດ້ມີຄວາມອຸ່ນອຽນທຸ່ນທ່ຽງເຊື່ອໝັ້ນຕໍ່ການນຳພາຂອງພັກ, ຮັກສາໄດ້ຄວາມສະຫງົບເກືອບ100% ເຮັດໃຫ້ປະຊາຊົນທຳການຜະລິດໄດ້ຢ່າງແຂງແຮງ ຄອບຄົວທຸກຍາກຫຼຸດລົງ ເຮັດໃຫ້ນຳພາປະເທດຊາດລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.  

 

                                                                     ຂຽນໂດຍ: ນ. ຫຼ້າວິວັນ ວັນນະບຸບຜາ      

ວີດີໂອ....

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1119
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

                                                           

 

               

 

ຈຳນວນຄົນອອນໄລ໌ທ

ມີ 12  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

147833
ມື້ນີ້ມື້ນີ້77
ມື້ວານນີ້ມື້ວານນີ້81
ອາທິດນີ້ອາທິດນີ້295
ເດືອນນີ້ເດືອນນີ້2591
ທັງໝົດທັງໝົດ147833